ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງ ແຫ່ງຊາດ ສະຫະລັດ ຢ້ຽມຢາມ ສປປ ລາວ


ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ສຫລ ທ່ານ
Benjamin Rhodes ພົບປະກັບພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີຕ່າງປະເທດ ສປປ ລາວ ທີ່ນະຄອນວຽງຈັນ.
ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ສຫລ ທ່ານ Benjamin Rhodes ພົບປະກັບພະນະທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີຕ່າງປະເທດ ສປປ ລາວ ທີ່ນະຄອນວຽງຈັນ.

ທ່ານ Benjamin Rhodes ຮອງທີ່ປຶກສາທາງດ້ານຄວາມໝັ້ນ
ຄົງແຫ່ງຊາດ ຊຶ່ງເປັນນຶ່ງ ໃນບັນດາທີ່ປຶກສາສູງສຸດ ກ່ຽວກັບນະ
ໂຍບາຍການຕ່າງປະເທດຂອງປະທານາທິບໍດີບາຣັກ ໂອບາມາ
ກຳລັງຢ້ຽມຢາມ ສປປ ລາວ ອີງຕາມລາຍງານເຟສບຸກສະຖານ
ທູດສະຫະລັດ ທີ່ນະຄອນຫຼວງວຽງຈັນ.

ໃນຕອນເຊົ້າ ວັນສຸກວານນີ້ ທ່ານ Rhodes ໄດ້ພົບປະກັບພະນະທ່ານທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີການຕ່າງປະເທດ ສປປ ລາວ ເພື່ອປຶກສາຫາ
ລື ກ່ຽວກັບສາຍພົວພັນແລະມິດຕະພາບອັນແໜ້ນແຟ້ນລະຫວ່າງປະເທດທັງສອງ.

ທ່ານ Benjamin Rhodes ພົບປະກັບພວກຜູ້ນຳຊາວໜຸ່ມ ທີ່ສູນ ອາເມຣິກາ ຢູ່ທາດດຳ
ທ່ານ Benjamin Rhodes ພົບປະກັບພວກຜູ້ນຳຊາວໜຸ່ມ ທີ່ສູນ ອາເມຣິກາ ຢູ່ທາດດຳ

ນອກນັ້ນ ທ່ານ Rhodes ຍັງໄດ້ພົບປະກັບ ພວກທະຫານມາ
ຣີນ ທີ່ສູນອາເມຣິກາທາດດຳ ເພື່ອຊັກທຸງຊາດຂຶ້ນສູ່ປາຍເສົາ
ຊຶ່ງທ່ານ Rhodes ກ່າວວ່າ ທະຫານຂອງເຮົາໄດ້ປະຕິບັດໜ້າ
ທີ່ດ້ວຍຄວາມພາກພູມໃຈຢູ່ໃນທົ່ວໂລກ. ຂ້າພະເຈົ້າຮູ້ສຶກເປັນ
ກຽດທີ່ໄດ້ພົບປະກັບພວກທະຫານທີ່ສູນອາເມຣິກາທາດດຳ.

ພ້ອມນີ້ ທ່ານ Rhodes ຍັງໄດ້ພົບປະ ກັບພວກຊາວໜຸ່ມລາວ
ທີ່ສູນອາເມຣິກາທາດດຳ ຊຶ່ງພວກຊາວໜຸ່ມ ໄດ້ມີໂອກາດຊັກ
ຖາມທ່ານກ່ຽວກັບບັນຫາທີ່ກັງວົນພວກຊາວໜຸ່ມໃນລາວແລະ
ສາຍສຳພັນລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ.

ທ່ານ Benjamin Rhodes (ຊ້າຍ) ແລະທ່ານພູຂຽວ ຈັນທະສົມບູນ ຜູ້ອຳນວຍການໂຄງການເກັບກູ້ລະເບີດ (ຂວາ)
ທ່ານ Benjamin Rhodes (ຊ້າຍ) ແລະທ່ານພູຂຽວ ຈັນທະສົມບູນ ຜູ້ອຳນວຍການໂຄງການເກັບກູ້ລະເບີດ (ຂວາ)

ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຄັ້ງນີ້ ທ່ານ Rhodes
ຍັງໄດ້ປະກາດ ກ່ຽວກັບການໃຫ້ຄວາມຊ່ອຍເຫລືອ 2 ລ້ານ 2
ແສນໂດລາໃຫ້ແກ່ການເກັບກູ້ລະເບີດທີ່ບໍ່ທັນແຕກຫລື UXO
Lao. ເງິນດັ່ງກ່າວນີ້ຈະອຳນວຍໃຫ້ອົງການເກັບກູ້ລະເບີດສາ
ມາດຈ້າງຄືນພະນັກງານທາງດ້ານເທັກນິກ ທີ່ໄດ້ຍຸດຕິລົງ ໃນ
ປີ 2014 ເພາະຄວາມຫຍຸ້ງຍາກ ໃນດ້ານທຶນຮອນ. ທ່ານ
Rhodes ເວົ້າວ່າ ສະຫະລັດອາເມຣິກາແມ່ນມຸ້ງໝັ້ນໃນການ
ຊ່ອຍເຫລືອ ສປປ ລາວ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ
ອອກຈາກພື້ນທີ່ໆຖືກລະເບີດແລະມອງເຫັນເລື້ອງການເກັບ
ກູ້ລະເບີດທີ່ບໍ່ທັນແຕກ ເປັນພາກສ່ວນທີ່ສຳຄັນ ໃນສາຍພົວ
ພັນລະຫວ່າງສະຫະລັດ ແລະ ສປປ ລາວ. ນັບຕັ້ງແຕ່ປີ 1993 ເປັນຕົ້ນມາສະຫະລັດໄດ້
ມອບທຶນໃນມູນຄ່າ 83 ລ້ານໂດລາ ຫຼື 664 ຕື້ກີບ ໃນການຊ່ອຍເຫລືອ ສປປ ລາວ ເພື່ອ
ເກັບກູ້ລະເບີດທີ່ບໍ່ທັນແຕກ.

XS
SM
MD
LG