ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳແຄວ້ນ ຄາຕາໂລເນຍ ທີ່ຖືກໂຄ່ນລົ້ມ ປະຕິຍານວ່າ ຈະສືບຕໍ່ ການຕໍ່ສູ້ເພື່ອເອກະລາດ


ປະທານແຄວ້ນ ຄາຕາໂລເນຍ ທ່ານ ຄາເລັສ ປູອິກເດີມັອນ ກ່າວຄຳປາໄສ ໃນລະຫວ່າງການປະກາດຖະແຫຼງການ ທີ່ ທຳນຽບ ປາລາວ ເຈເນຣາລິຕາດ ໃນນະຄອນ ບາເຊໂລນາ, ສະເປນ. 28 ຕຸລາ 2017.
ປະທານແຄວ້ນ ຄາຕາໂລເນຍ ທ່ານ ຄາເລັສ ປູອິກເດີມັອນ ກ່າວຄຳປາໄສ ໃນລະຫວ່າງການປະກາດຖະແຫຼງການ ທີ່ ທຳນຽບ ປາລາວ ເຈເນຣາລິຕາດ ໃນນະຄອນ ບາເຊໂລນາ, ສະເປນ. 28 ຕຸລາ 2017.

ປະທານຜູ້ປົກຄອງແຄວ້ນ ຄາຕາໂລເນຍ ທີ່ຖືກໂຄ່ນລົ້ມນັ້ນ ໄດ້ປະຕິຍານ ໃນວັນເສົາ
ວານນີ້ວ່າ ຜູ້ກ່ຽວຈະດຳເນີນການຕໍ່ສູ້ ເພື່ອຄວາມເປັນເອກະລາດຕໍ່ໄປ ລຸນຫຼັງທີ່ລັດຖະ
ບານກາງຂອງ ສະເປນ ໄດ້ສັ່ງໃຫ້ທ່ານຍຸບສະພາຂອງຜູ້ກ່ຽວແລ້ວ.

ແຄ້ວນ ຄາຕາໂລເນຍ ຊຶ່ງຄັ້ງນຶ່ງເຄີຍໄດ້ຊົມໃຊ້ອຳນາດປົກຄອງຕົນເອງ ມາບັດນີ້ໄດ້ໄປ
ຂຶ້ນໂດຍກົງກັບລັດຖະບານ ມາດຣິດ.

ທ່ານ ມາຣິອາໂນ ຣາຮອຍ ນາຍົກ ສະເປນ ໄດ້ຍຸບສະພາຂອງ ຄາຕາໂລເນຍ ພຽງບໍ່ເທົ່າ
ໃດຊົ່ວໂມງລຸນຫຼັງທີ່ສະພາຂອງແຄວ້ນດັ່ງກ່າວ ລົງຄະແນນສຽງໃນວັນສຸກສັບປະດາ
ແລ້ວນີ້ ເລືອກເອົາຄວາມເປັນເອກະລາດຈາກ ສະເປນ.

ນອກຈາກການຍຸບສະພາຂອງແຄວ້ນດັ່ງກ່າວແລ້ວ ທ່ານ ຣາຮອຍ ຍັງໄດ້ຍົກເລີກການ
ເລືອກຕັ້ງຂອງ ຄາຕາໂລເນຍ ໃນວັນທີ 21 ເດືອນທັນວາທີ່ຈະມາເຖິງນີ້ ແລະປົດພວກ
ເຈົ້າໜ້າທີ່ຕຳຫຼວດຜູ້ອາວຸໂສຂອງ ຄາຕາໂລເນຍ ອອກຈາກອຳນາດຫຼາຍຄົນນຳ.

ໃນຄຳຖະແຫຼງທີ່ອັດສຽງໄວ້ນັ້ນ ທ່ານ ປູອິກເດີມັອນ ກ່າວວ່າ ທ່ານຈະສືບຕໍ່ປະຕິບັດ
ງານ ເພື່ອກໍ່ສ້າງອິດສະລະພາບຂອງປະເທດນຶ່ງ ແລະ ວ່າມີແຕ່ສະພາຂອງຂົງເຂດເທົ່າ
ນັ້ນທີ່ມີອຳນາດຍຸບລັດຖະບານຂອງແຄວ້ນ ຄາຕາໂລເນຍ ໄດ້.

ທ່ານກ່າວວ່າ “ຄວາມປະສົງຂອງພວກເຮົາກໍຄືສືບຕໍ່ປະຕິບັດໃຫ້ໄດ້ມາ ຊຶ່ງປະຊາທິປະ
ໄຕ ແລະ ສະແຫວງຫາສະເຖຍລະພາບ ແລະ ຄວາມສະຫງົບທີ່ຫຼາຍທີ່ສຸດ.”

ສ່ວນທ່ານ ອີນິໂກ ເມັນເດັສ ເດີ ວີໂກ ໂຄສົກຂອງ ລັດຖະບານ ສະເປນ ກໍກ່າວວ່າ
ທ່ານ ປູອິກເດີມັອນ ແລະ ພວກຜູ້ນຳທັງຫຼາຍຂອງ ຄາຕາໂລເນຍ ຈະເປັນພວກທີ່ຜິດ
ກົດໝາຍໃນການລົງສະໝັກແຂ່ງຂັນໃນການເລືອກຕັ້ງໃນເດືອນທັນວາທີ່ຈະມາເຖິງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Spanish Official Discusses December Elections
please wait

No media source currently available

0:00 0:00:23 0:00

XS
SM
MD
LG