ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະທັນຕະແພດລາວ ຈະຈັດງານພົບປະສັງສັນກັນ ທີ່ການາດາ


ສິດເກົ່າຄະນະແພດສາດ
ສິດເກົ່າຄະນະແພດສາດ

ໃນອາທິດແລ້ວນີ້ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໄດ້ສະເໜີ ເບື້ອງຫຼັງຄວາມເປັນມາຂອງ ທັນຕະແພດ ລາວການາດາ ດຣ. ໄຂ່ ພິວິໄລ ສູ່ທ່ານຜູ້ ຟັງແລ້ວ.ແຕ່ມື້ນີ້ ດຣ. ໄຂ່ ພິວິໄລ ແລະທ່ານ ດຣ. ເຈົ້າສີສຸພັນ ມະໂນຣົດ ຈະມາເວົ້າ ເຖິງງານພົບປະສັງສັນຮວມນໍ້າໃຈທັນຕະແພດລາວ ທີ່ Canada ຊຶ່ງຈະຈັດຂຶ້ນໃນ ວັນທີ 6-7 ເດືອນສິງຫາໜ້ານີ້ ຂໍເຊີນທ່ານຮັບຟັງໄດ້ໃນອັນດັບຕໍ່ໄປ.

ສະບາຍດີ ທ່ານແຟນລາຍການຊີວິດຊາວລາວໃນຕ່າງແດນ​ ໃນຊ່ວງຫຼັງໆຜ່ານມານີ້ ທາງ
ປະຊາຄົມລາວໃນຕ່າງແດນບໍ່ວ່າ ຈະຢູ່ສະຫະລັດ ຝຣັ່ງ ຫຼືທີ່ໃດໆໃນໂລກ ກໍມັກຈະຈັດໃຫ້
ມີການຮວມຕົວພົບປະສົງສັນ​ພົບພໍ້ກັນຂຶ້ນຢູ່ຕໍ່ເນື່ອງຢ່າງບໍ່ໄດ້ຂາດ​ ຊຶ່ງມື້ນີ້ ວັນນະສອນໄດ້
ໂອ້ລົມກັບປະທານແລະທີ່ປຶກສາຂອງຄະນະທັນຕະແພດລາວ ດັ່ງບົດສໍາພາດຕໍ່ໄປນີ້.

/ສໍາພາດທ່ານ ໄຂ່ ພິວິໄລ/

ດຣ. ເຈົ້າ ສີສຸພັນ ມະໂນຣົດ ແລະເຈົ້າວັນຄໍາ ມະໂນຣົດ ວົງວານິດ
ດຣ. ເຈົ້າ ສີສຸພັນ ມະໂນຣົດ ແລະເຈົ້າວັນຄໍາ ມະໂນຣົດ ວົງວານິດ
ປີ 2009 ມີແນວ​ຄຶດ
ແມ່ນ​ຕົ້ນຕໍ ​ແມ່ນ​ມາ​ຈາກ​
ຂ້າພະ​ເຈົ້າ​ເອງ​ ທີ່​ໄດ້​ລົມ​
ໝູ່ຄູ່​ທັນ​ຕະ​ແພດ​ນັ້ນ​ ​ເຮົາ​
ຈະ​ເຮັດຈັງ​ໃດ​ຊິ​ໄດ້​ພົບ​ພໍ້​
ໝູ່ຄູ່​ ​ແລະ​ຈຸດປະສົງ​ໃນ​
ງານ​ນີ້​ ກໍ​ແມ່ນ​ວ່າ​ ແມ່ນ​
ການ​ເຕົ້າ​ໂຮມ ຢາກ​ພົບ​ພໍ້
ຖາມ​ຂ່າວ​ຄາວ​ການ​ເປັນ​ຢູ່
ຄວາມທຸກ​ສຸກ ສ້າງ​ຄວາມ
ສາມັກຄີ ນໍາ​ທ່ານ​ອາຈານ​
ສອນ ນໍາ​ໝູ່​ເພື່ອ​ນສະ​ຖາບັນ​
ແພດສາດ ທຸກໆພະ​ແນ​ກ
ທຸກ​ຮຸ່ນ​ທີ່​ໄດ້​ພັດພາກ​ຈາກ​ກັນ​
ມາ​ເປັນ​ເວລາ 30 ປາຍ​ປີ ທີ່​ໄດ້​ຕົກ​ຢູ່​ທຸກ​ແຫ່ງ​ຫົນ ທຸກ​ທະວີບ ລະກາ​ນຊອກ​ຫາ​ໝູ່ຄູ່
ການ​ກະກຽມ​ມາ​ນີ້​ ກໍ​ເປັນເວລາ​ປີ​ປາຍ​ແລ້ວ..."

ບຸກຄົນສໍາຄັນອີກທ່ານນຶ່ງ​ ທີ່ຖືວ່າເປັນຄູບາອາຈານ​, ເປັນຜູ້ຫຼັກຜູ້ໃຫຍ່​ທີ່ເຄີຍສິດສອນ
ຄະນະທັນຕະແພດທີ່ມະຫາວິທະຍາໄລແພດສາດທີ່ລາວ ກ່ອນປ່ຽນແປງການປົກຄອງນັ້ນ
ກໍຄື ທ່ານດອກເຕີ​ ເຈົ້າ ສີສຸພັນ​ ມະໂນຣົດ ໃນຖານະທີ່ປຶກສາ​ ກໍຍັງໄດ້ກ່າວ​ເຖິງການ
ຈັດໃຫ້ມີຂຶ້ນ​ຂອງງານຄັ້ງນີ້ດ້ວຍ ຊຶ່ງທ່ານກ່າວຊີ້ແຈງວ່າ:

"...ຂໍ​ອວຍພອນ​ໃຫ້​ພວກ​ໜຸ່ມ​ພວກ​ນ້ອຍ ທີ່​ວ່າ​ເກີດໃໝ່​ໃຫຍ່​ໂຕ ຂໍ​ໃຫ້​ຕັ້ງ​ໃຈ​ຮໍ່າ​ໃຈ​ຮຽນ
ໃຫ້ມີ​ຄວາມ​ຮູ້​ຄວາມ​ລັກເພື່ອ​ໄປ​ຊ່ວຍຊາດ ຊ່ວຍ​ບ້ານ​ເມືອງ​ເຮົາ ​ໃຫ້​ມີ​ຄວາມ​ຮຸ່ງ​ເຮືອງ​
ເມືອ​ພາຍ​ໜ້າ ຂໍ​ຂອບ​ໃຈ​."

ການຮວມຕົວຂອງຄະນະທັນຕະແພດລາວ
ການຮວມຕົວຂອງຄະນະທັນຕະແພດລາວ



ທາ​ງລາ​ຍການຊີວິດ​ຊາວ​ລາວໃນ​ຕ່າງ​ແດນ​ຂອງ VOA ກໍຈະນໍາເລື່ອງລາວທີ່ໜ້າສົນໃຈ
ທີ່ໃຫ້ທັງສາລະແລະບັນເທີງມາຝາກທ່ານຜູ້ຟັງອີກ. ຢ່າລືມຄອຍຕິດຕາມຮັບຟັງໃນ
ທຸກໆແລງວັນພະຫັດ.

XS
SM
MD
LG