ນາຍ Dennis Rodman ດາລາກີລາບານບ້ວງເບ້ຍບຳນານ
ອາເມຣິກັນ ໄດ້ ເຂົ້າສູນປິ່ນປົວຄົນຕິດເຫຼົ້າ ຫຼັງຈາກກັບຄືນມາ
ຮອດສະຫະລັດ ຈາກການເດີນ ທາງຢ້ຽມຢາມເກົາຫຼີເໜືອຄັ້ງ
ຫຼ້າສຸດ ບ່ອນທີ່ຜູ້ກ່ຽວໄດ້ໄປຮ່ວມໃນການສະແດງກີລາບານ
ບ້ວງ ສຳລັບວັນເກີດຂອງທ່ານ Kim Jong Un ຜູ້ນຳເກົາຫຼີ
ເໜືອ.
ນາຍ Darren Prince ໂຄສົກຂອງນາຍ Rodman ກ່າວໃນ
ວັນເສົາວານນີ້ວ່າ ນາຍ Rodman ໄດ້ເຂົ້າໄປປິ່ນປົວໂຕຢູ່
ສະຖານທີ່ດັ່ງກ່າວໂດຍຄວາມສະມັກໃຈລາວເອງ ແຕ່ບໍ່ໄດ້
ເປີດເຜີຍໃຫ້ຮູ້ກ່ຽວກັບບ່ອນຕັ້ງຂອງສູນປິ່ນປົວດັ່ງກ່າວ ແລະ
ກໍ່ບໍ່ໄດ້ບອກໃຫ້ຮູ້ວ່າ ນາຍ Rodman ຈະໄປຮັບການປິ່ນປົວດົນປານໃດ.
ໃນລະຫວ່າງທີ່ຢູ່ເກົາຫລີເໜືອ ອັນທີ່ຜູ້ກ່ຽວບັນລະຍາຍວ່າເປັນການເດີນ ທາງເພື່ອ
“ດຳເນີນການທູດບານບ້ວງ” ນັ້ນນາຍ Dennis Rodman ກ່າວຖ້ອຍຄຳທີ່ໃຊ້ຄຳ
ເວົ້າບໍ່ສຸພາບແລະເວົ້າລ່າຍໄປທົ່ວ ໃນລະຫວ່າງການໃຫ້ສຳພາດຕໍ່ຕາໜ່າງໂທລະ
ພາບ CNN ຊຶ່ງປາກົດວ່າ ເຂົາໄດ້ຖິ້ມໂທດໃສ່ພົນລະເມືອງອາເມຣິກັນຄົນນຶ່ງ ທີ່ຖືກ
ລັດຖະບານພຽງຢາງຄຸມຂັງຢູ່ນັ້ນວ່າ ເປັນຄວາມຜິດຂອງຜູ້ກ່ຽວເອງ ແລະສົມຄວນ
ຖືກກັກຂັງແລ້ວ.