ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເດັນມາກ ສະວີເດັນ ຈັບຜູ້ຕ້ອງສົງໄສ ກໍ່ການຮ້າຍ 4 ຄົນ


ຕຶກສຳນັກງານຂອງໜັງສືພິມ Jyllands-Posten ໃນນະຄອນ ໂກເປັນເຮເກັນ ທີ່ພວກກໍ່ການຮ້າຍ ວາງແຜນໂຈມຕີ (29 ທັນວາ 2010)
ຕຶກສຳນັກງານຂອງໜັງສືພິມ Jyllands-Posten ໃນນະຄອນ ໂກເປັນເຮເກັນ ທີ່ພວກກໍ່ການຮ້າຍ ວາງແຜນໂຈມຕີ (29 ທັນວາ 2010)

ໃນວັນພະຫັດວານນີ້ສານຂອງເດັນມາກແລະສະວີເດັນໄດ້ສັ່ງໃຫ້ເຈົ້າໜ້າທີ່ຄວບຄຸມໂຕທັງ
ໝົດ 4 ຄົນທີ່ຖືກກ່າວຫາວ່າ ວາງແຜນໂຈມຕີກໍ່ການຮ້າຍແບບຢູ່ເມືອງມູມໄມຕໍ່ໜັງສືພິມ
ສະບັບນຶ່ງໃນນະຄອນໂກເປັນເຮເກັນ.

ມີ 3 ຄົນພວມຖືກຄວບຄຸມໂຕໄວ້ທີ່ປະເທດເດັນມາກແລະຜູ້ຕ້ອງສົງໄສຄົນທີ 4 ຖືກຂັງຢູ່
ທີ່ນະຄອນສະຕອັກໂຮມ ປະເທດສະວີເດັນ.

ໜ່ວຍສືບລັບຂອງປະເທດທັງສອງໄດ້ປະສານງານກັນໃນການຈັບກຸມບຸກຄົນທັງ 4 ກ່ອນ
ທີ່ພວກເຂົາເຈົ້າທຳການໂຈມຕີຕາມແຜນການທີ່ໄດ້ວາງໄວ້ ທີ່ເຈົ້າໜ້າທີ່ກ່າວວ່າ ອາດຈະ
ເປັນການສັງຫານໝູ່ຂະໜາດໃຫຍ່ທີ່ສຳນັກງານຂອງໜັງສືພິມ Jyllands-Posten ຂອງ
ເດັນມາກ.

ພວກທີ່ຖືກຈັບຢູ່ເດັນມາກທີ່ເປັນຊາວຕູນີເຊຍຄົນນຶ່ງແລະຊາວສະວີເດັນ 2 ຄົນນັ້ນຖືກ
ກ່າວຫາວ່າວາງແຜນ ທີ່ຈະສັງຫານຜູ້ຄົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ໃນການໂຈມຕີສຳນັກ
ງານ ຂອງໜັງສືພິມດັ່ງກ່າວ ໃນນະຄອນໂກເປັນເຮເກັນ ຊຶ່ງໄດ້ສ້າງຄວາມໂກດແຄ້ນໃຫ້
ແກ່ຊາວມຸສລິມຈຳນວນນຶ່ງຍ້ອນໜັງສືພິມສະບັບນີ້ໄດ້ພິມເຜີຍແຜ່ຮູບກາຕູນຂອງພະສາ
ສະດາໂມຮຳມັດ.

ເຈົ້າໜ້າທີ່ຄົນນຶ່ງຂອງເດັນມາກກ່າວວ່າ ພວກທີ່ຖືກຈັບທັງ 3 ຄົນໄດ້ຂ້າມຈາກສະວີເດັນ
ເຂົ້າໄປໃນເດັນມາກ ໃນຕອນເດິກຂອງຄືນວັນອັງຄານ. ພວກເຂົາເຈົ້າໄດ້ຖືກຈັບໃນມື້ວັນ
ພຸດ. ນຶ່ງໃນພວກຜູ້ຕ້ອງສົງໄສ 4 ຄົນ ທີ່ຖືກຈັບຢູ່ເດັນມາກ ຊຶ່ງເປັນຊາວອີຣັກທີ່ຂໍລີ້ໄພ
ນັ້ນໄດ້ຖືກປ່ອຍໃນມື້ວັນພະຫັດວານນີ້.

XS
SM
MD
LG