ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັນມາກ ຊອກຫາການປ້ອງກັນດ້ານກົດໝາຍ ຕໍ່​ການຈູດຄຳພີໂຄຣານ ແລະ ຄຳ​ພີສາສະໜາອື່ນໆ


ລັດຖະມົນຕີຕ່າງປະເທດເດັນມາກ ທ່່ານ ລາສ໌  ລົກກີ ຣາດມຸສເສນ ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ທ່ານເດີີນທາງມາເຖິງກອງປະຊຸມ ບັນດາລັດຖະມົນຕີ ຕ່າງປະເທດຢູຣົບ ທີ່ນະຄອນບຣັສເຊີລ ໃັນທີ 20 ທີນາ 2023
ລັດຖະມົນຕີຕ່າງປະເທດເດັນມາກ ທ່່ານ ລາສ໌  ລົກກີ ຣາດມຸສເສນ ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ທ່ານເດີີນທາງມາເຖິງກອງປະຊຸມ ບັນດາລັດຖະມົນຕີ ຕ່າງປະເທດຢູຣົບ ທີ່ນະຄອນບຣັສເຊີລ ໃັນທີ 20 ທີນາ 2023

ລັດຖະມົນຕີຂອງປະເທດ ເດັນມາກ ກ່າວວ່າລັດຖະບານຈະພະ​ຍາ​ຍາມເຮັດໃຫ້ ການ​ດູ​ໝິ່ນ​ຄຳ​ພີ​ກູ​ຣານ ຫລືບັນດາປື້ມ ສາດສະໜາທີ່ສັກສິດອື່ນຢູ່ຕໍ່ໜ້າສະຖານ ທູດຕ່າງໆເປັນສິ່ງຜິດກົດໝາຍ, ອີງ​ຕາມ​ອົງ​ການ​ຂ່າວ AP.

ລັດຖະມົນຕີຕ່າງປະເທດ ທ່່ານ ລາສ໌ ລົກກີ ຣາດມຸສເສນ (Lars Lokke Rasmussen) ກ່າວໃນວັນອາທິດວານນີ້ຢູ່ໃນການສຳພາດວ່າ ການຈູດ​ຄຳ​ພີສັກສິດ “ມີແຕ່ບັນ​ລຸຈຸດປະສົງຂອງ​ການສ້າງຄວາມແຕກແຍກຢູ່ໃນໂລກ ທີ່ແທ້ຈິງແລ້ວຕ້ອງການຄວາມ​ສາ​ມັກ​ຄີ.”

ປະກາດໃນວັນອາທິດວານນີ້ວ່າ ປະເທດຂອງທ່ານ ກຳລັງວິເຄາະສະ​ຖາ​ນະ​ການ​ດ້ານ​ກົດ​ໝາຍ ທີ່​ປະ​ກອບ​ມີ​ການ​ຈູດ​ຄຳ​ພີ ກູ​ຣານ.ທ່ານກ່າວວ່າ ລັດຖະບານແມ່ນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຊອກ​ຫາ “ເຄື່ອງມືດ້ານ ກົດໝາຍ” ເພື່ອຫ້າມການກະທຳດັ່ງກ່າວ ທີ່ປາດສະຈາກການທຳ​ລາຍເສລີພາບຂອງການສະ​ແດງ​ຄວາມ​ຄິດ​ເຫັນ, ແຕ່ທ່ານໄດ້ຍອມ​ຮັບວ່າ ນັ້ນຈະບໍ່ເປັນສິ່ງທີ່ງ່າຍ.

ການ​ຈູດ​ຄຳພິຄູຣານໃນ​ສາ​ທາ​ລະ​ນະ​ຄັ້ງຫຼ້າ​ສຸດນີ້ໂດຍພວກ​ນັກ​ເຄື່ອນ​ໄຫວ​ຕໍ່​ຕ້ານສາ​ສະ​ໜາອິສລາມຢູ່ໃນປະເທດເດັນມາກ ແລະເພື່ອນບ້ານສະວີເດັນ ໄດ້ກໍ່ໃຫ້ເກີດການ​ປະ​ທ້ວງ​ທີ່​ໂມ​ໂຫໃນບັນດາປະເທດມຸສລິມ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ສວີ​ເດັນ ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG