ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮຽກຮ້ອງ ໃຫ້ມີການພັດທະ ນາການທົດລອງ, ຜະລິດຢາ ແລະປິ່ນປົວຮັກ ສາຢ່າງວ່ອງ ໄວ ສຳລັບເຊື້ອໄວຣັສ Zika ທີ່ໄດ້ແຜ່ລະບາດໃສ່ ປະຊາຊົນໃນບັນດາປະເທດ ອາເມຣິກາ ຫຼາຍກວ່າ 20 ປະເທດ.
ທຳນຽບຂາວ ໄດ້ກ່າວວ່າ ທ່ານ ໂອບາມາ ໄດ້ຈັດກອງປະຊຸມຂອງ ຜູ້ຊີ້ນຳອາວຸໂສ ດ້ານສາທາລະນະສຸກ ເພື່ອປຶກສາຫາລື ກ່ຽວກັບ ການແຜ່ລະ ບາດຂອງເຊື້ອໄວຣັສ ທີ່ເກີດຈາກຍຸງ ເຊິ່ງສົ່ງຜົນກະ ທົບຕໍ່ເສດຖະກິດ ແລະ ຕໍ່ການພັດທະນາໃນພາກ ພື້ນ.
ອີງຕາມອົງການອະນາໄມໂລກ, ເຊື້ອໄວຣັສ Zika ອາດເຊື່ອມໂຍງ ກັບກໍລະນີ ກະໂຫຼກຫົວນ້ອຍ ທີ່ຖືກສົງໄສ 4000 ກໍລະນີໃນປະເທດ ບຣາຊິລ, ເປັນສະພາບ ທີ່ສົ່ງຜົນໃຫ້ເດັກນ້ອຍເກີດໃໝ່ມີກະໂຫຼກຫົວທີ່ນ້ອຍຜິດປົກກະຕິ ແລະ ສາມາດ ສົ່ງຜົນກະທົບ ຕໍ່ການພັດທະນາຂອງສະໝອງ.
ສູນກາງຄວາມຄຸມ ແລະ ການປ້ອງກັນພະຍາດ ຂອງ ສະຫະລັດ ໄດ້ອອກຄຳ ເຕືອນໃຫ້ບັນດາ ແມ່ຍິງທີ່ຖືພາ ກ່ຽວກັບການເດີນທາງໄປຂົງ ເຂດທີ່ມີການແຜ່ລະ ບາດຂອງເຊື້ອໂຣກ Zika.
ເຈົ້າໜ້າທີ່ສາທາລະນາສຸກໃນ ລັດ Virginia ຂອງ ສະຫະລັດ ໄດ້ກ່າວໃນວັນອັງ ຄານວານນີ້ ວ່າ ມີຜູ້ຊາຍຄົນໜຶ່ງຖືກກວດພົບວ່າຕິດເຊື້ອດັ່ງກ່າວ, ແຕ່ວ່າມັນບໍ່ມີ ຄວາມສ່ຽງຕໍ່ການທີ່ຈະ ໄປຕິດຕໍ່ໃສ່ຄົນອື່ນໆ ເພາະວ່າມັນບໍ່ແມ່ນລະດູຂອງຍຸງຢູ່ ທີ່ນັ້ນ.
ໃນວັນພຸດມື້ນີ້, ໂຮງໝໍແຫ່ງໜຶ່ງໃນປະເທດ ເດັນມາກ ໄດ້ກ່າວວ່າ ນັກທ່ອງທ່ຽວ ຜູ້ທີ່ໄດ້ເດີນ ທາງໄປ ອາເມຣິກາໃຕ້ ແລະ ອາເມຣິກາກາງ ໄດ້ຖືກກວດພົບເຊື້ອ ດັ່ງກ່າວ.
ມັນບໍ່ມີການປິ່ນປົວ ຫຼື ຢາຊະນິດໃດສຳລັບການຕິດເຊື້ອໄວຣັສ Zika, ແລະ ການ ແຜ່ລະບາດ ໃນບັນດາປະເທດ ອາເມຣິກາ ໄດ້ກະຕຸ້ນໃຫ້ອົງການສາທາລະນະສຸກ ຕ້ອງໄດ້ອອກຄຳເຕືອນ ໃຫ້ປະຊາຊົນ ຮັບຊາບ.