ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັນມາກ ເລື່ອນການໂຈະ ໃຊ້ຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ ອອກໄປອີກ 3 ອາທິດ


ພະນັກງານແພດຄົນນຶ່ງ ຈັບແກ້ວຢາວັກຊີນກັນໂຄວິດ-19 ຂອງ AstraZeneca-Oxford ຢູ່ທີ່ South Ile-de-France Hospital Group ໃນເມືອງເມີລັນ ຕັ້ງຢູ່ຊານເມືອງຂອງນະຄອນປາຣີ, ວັນທີ 8 ກຸມພາ 2021.
ພະນັກງານແພດຄົນນຶ່ງ ຈັບແກ້ວຢາວັກຊີນກັນໂຄວິດ-19 ຂອງ AstraZeneca-Oxford ຢູ່ທີ່ South Ile-de-France Hospital Group ໃນເມືອງເມີລັນ ຕັ້ງຢູ່ຊານເມືອງຂອງນະຄອນປາຣີ, ວັນທີ 8 ກຸມພາ 2021.

ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງເດັນມາກ ໄດ້ປະກາດໃນວັນພະຫັດວານນີ້ວ່າ ພວກເພິ່ນໄດ້ເລື່ອນເວລາ ການໂຈະໃຊ້ຢາວັກຊີນ ກັນໂຄວິດ-19 ຂອງອາສຕຣາເຊເນກາອອກໄປອີກ 3 ອາທິດ ເພື່ອຈະອຳນວຍໃຫ້ມີເວລາຕື່ມສຳລັບການກວດສອບດ້ານຄວາມປອດໄພໃນການເຊື່ອມໂຍງກັບການເປັນເລືອດກ້າມໃນພວກຜູ້ທີ່ໄດ້ສັກຢາວັກຊີນດັ່ງກ່າວນັ້ນ.

ກັດຕັດສິນໃຈດັ່ງກ່າວມີຂຶ້ນໃນຂະນະທີ່ຜູ້ວາງກົດລະບຽບກ່ຽວກັບຢາຂອງຢູໂຣບ ຢູ່ອົງການການແພດຂອງຢູໂຣບ ຫຼື EMA ແລະອົງການອະນາໄມໂລກ ຫຼື WHO ຕ່າງກໍໄດ້ປະກາດວ່າ ຢາວັກຊີນດັ່ງກ່າວປອດໄພ ແລະມີປະສິດທິພາບ.

ເດັນມາກ ໄດ້ໂຈະການສັກຢາວັກຊີນນັ້ນ ໃນວັນທີ 11 ເດືອນມີນາ ຫຼັງຈາທີ່ມີລາຍງານວ່າ ແມ່ຍິງຊາວເດັນມາກ ອາຍຸ 60 ປີ ໄດ້ເສຍຊີວິດຍ້ອນເລືອດກ້າມຫຼັງຈາກໄດ້ສັກຢາວັກຊີນ. ສ່ວນປະເທດໃນຢູໂຣບຈຳນວນນຶ່ງ ກໍໄດ້ໂຈະການສັກຢາວັກຊີນດັ່ງກ່າວ ຕິດຕາມມາເຊັ່ນກັນ.

ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນນະຄອນຫຼວງໂກເປັນເຮເກັນ ທ່ານທັນຈາ ລຸນດ໌ ແອຣິກເສັນ ຂອງອົງການການແພດແຫ່ງເດັນມາກ ໄດ້ເຫັນພ້ອມກັບການຕັດສິນໃຈນັ້ນ.

ທ່ານແອຣິກເສັນ ກ່າວວ່າ “ຈາກທັດສະນະດ້ານເພສັດວິທະຍາແລ້ວ ຢາວັກຊີນແມ່ນຍັງບໍ່ປອດໄພ ແລະບໍ່ມີປະສິດທິພາບກັນໂຄວິດ-19.” ແຕ່ມັນກໍບໍ່ສາມາຢັ້ງຢືນໄດ້ວ່າ ມີການເຊື່ອມໂຍງກັນລະຫວ່າງຢາວັກຊີນ ແລະການເປັນເລືອດກ້າມທີ່ບໍ່ຄ່ອຍເກີດຂຶ້ນຫຼາຍ.

ທັງອົງການ EMA ແລະ WHO ໄດ້ໃຫ້ຄໍາເຫັນແບບດຽວກັນ ເມື່ອອາທິດແລ້ວນີ້ ແຕ່ມີຄວາມຮູ້ສຶກວ່າ ຜົນປະໂຫຍດຂອງຢາວັກຊີນນັ້ນແມ່ນມີຄວາມສຳຄັນເກີນກວ່າຄວາມສ່ຽງ. ຜູ້ອຳນວຍການໃຫຍ່ຮັບຜິດຊອບດ້ານສາທາລະນະສຸກຂອງເດັນມາກ ທ່ານຊໍເຣັນ ໂບຼສໂຕຣມ (Soeren Brostroem) ໄດ້ກ່າວຕໍ່ບັນດານັກຂ່າວວ່າ ພວກເຂົາໄດ້ຕັດສິນໃຈທີ່ຈະຍຸຕິການໂຈະນັ້ນໄວໆນີ້ ຂຶ້ນຢູ່ກັບ “ການປະເມີນຜົນຢ່າງຕໍ່ເນື່ອງ.”

ການຕັດສິນໃຈຂອງເດັນມາກ ອອກມາໃນຂະນະທີ່ບໍລິສັດອາສຕາເຊເນກາແລະມະຫາວິທະຍາໄລອັອກສ໌ຝອດ ໄດ້ເປີດເຜີຍຂໍ້ມູນຫລ້າສຸດກ່ຽວກັບປະສິດທິພາບຂອງຢາວັກຊີນນັ້ນ. ຂໍ້ມູນໃໝ່ດັ່ງກ່າວ ໄດ້ອີງໃສ່ການທົດລອງຕົວຈິງຢູ່ຄລີນິກຂັ້ນສຸດທ້າຍຂອງມັນ ທີ່ພົວພັນກັບຜູ້ເຂົ້າຮ່ວມຫຼາຍກວ່າ 30,000 ຄົນຢູ່ໃນສະຫະລັດ ຊຶ່ງສະແດງໃຫ້ເຫັນວ່າ ການສັກຢາວັກຊີນສອງໂດສ ແມ່ນມີປະສິດທິພາບເຖິງ 76 ເປີເຊັນໃນການປ້ອງກັນອາການຕ່າງໆຂອງໄວຣັສໂຄໂຣນາ.

ການເປີດເຜີຍຄັ້ງຫຼ້າສຸດນັ້ນ ກໍໄດ້ປັບປ່ຽນການປະກາດຂອງບໍລິສັດອັງກິດແລະສະວີເດັນ ທີ່ໄດ້ແຈ້ງອອກໄປເມື່ອວັນຈັນຜ່ານມາ ທີ່ວ່າຢາວັກຊີນມີປະສິດທິພາບກັນໄວຣັສເຖິງ 79 ເປີເຊັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG