ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະຍາດໄຂ້ເລືອດອອກ ກາຍເປັນໄພຂົ່ມຂູ່ ຢູ່ອາຟຣິກາ ແລະອາເມຣິກາ (ວີດີໂອ)


ພະຍາດໄຂ້ເລືອດອອກ ຫລື Dengue ຊຶ່ງຄັ້ງນຶ່ງເຄີຍຖືກຈໍາກັດຂອບເຂດຢູ່ໃນແຕ່ທະວີບ ອາຟຣິກາ ແລະເອເຊຍນັ້ນ ໄດ້ກາຍມາເປັນບັນຫາທີ່ນັບມື້ນັບໃຫຍ່ໂຕຂຶ້ນໃນທະວີບອາເມ ຣິກາ. ຈົນຮອດປັດຈຸບັນນີ້ ກໍຍັງບໍ່ມີຢາໃດໆສາມາດປິ່ນປົວພະຍາດ ທີ່ເກີດຈາກເຊື້ອໄວຣັສ ທີ່ມາຈາກຍຸງດັ່ງກ່າວ ຫລືບໍ່ມີຢາວັກຊິນໃດ ສາມາດປ້ອງກັນການຕິດເຊື້ອ ຈາກພະຍາດນີ້ໄດ້. ຜູ້ສື່ຂ່າວຂອງວີໂອເອ, ນາງ Vidushi Sinha ມີລາຍງານລະອຽດກ່ຽວກັບເລື້ອງນີ້ ດັ່ງບົວສະ ຫວັນ ຈະນໍາມາສະເໜີທ່ານ.


ທ່ານ ໂດໂນລ ເຊບເຟີດ (Donald Shepherd) ແຫ່ງມະຫາວິທະຍາໄລ Brandeis ເວົ້າວ່າ:

ພະຍາດໄຂ້ເລືອດອອກ ຫລື Dengue ໄດ້ຖືກກໍາຈັດຈາກຊີກໂລກແຫ່ງນີ້
ໄປແລ້ວຊົ່ວໄລຍະນຶ່ງ ແຕ່ວ່າ ບໍ່​ເປັນ​ຈັ່ງໂຊກທີ່ມັນ​ໄດ້​ກັບ​ຄືນມາລະບາດ
ໃໝ່ອີກ ແລະໂດຍທົ່ວໄປແລ້ວ ກໍໄດ້ຂະຫຍາຍຕົວຂຶ້ນນັບມື້ນັບແຕ່ນັ້ນມາ.”

ທ່ານ ໂດໂນລ ເຊບເຟີດ ​ໄດ້ໂອ້ລົມກັບວີໂອເອ ໂດຍຜ່ານທາງອິນເຕີ ແນັດຫລື skype
ຊຶ່ງທ່ານເວົ້າວ່າ ທ່ານແລະເພື່ອນຮ່ວມງານຂອງທ່ານ ໄດ້ສຶກສາຄົ້ນຄວ້າເບິ່ງພາລະການ ໃຊ້ຈ່າຍທາງດ້ານເສດຖະກິດ ທີ່ເກີດ ມາຈາກພະຍາດໄຂ້ເລືອດອອກ ທີ່ເກາະ Puerto
Rico ຊຶ່ງ​ເປັນ​ດິນ​ແດນ ຢູ່ພາຍ​ໃຕ້ການປົກຄອງຂອງສະຫະລັດ​ໃນ​ເຂດ​ທະ​ເລຄາຣິບຽນ
ນັ້ນ ແລະ ທ່ານກໍໄດ້ໃຫ້ຄໍາເຫັນວ່າ ໂຕເລກທີ່ພວກທ່ານຄິດໄລ່ອອກມານັ້ນ ເປັນທີ່ໜ້າ
ຕົກໃຈ. ທ່ານກ່າວດັ່ງນີ້:

“ຄ່າໃຊ້ຈ່າຍທາງເສດຖະກິດຕໍ່ພະຍາດໄຂ້ເລືອດອອກໂດຍສະເລ່ຍແລ້ວແມ່ນ
40 ລ້ານໂດລາຕໍ່ປີ. ສໍາລັບດິນແດນທີ່ມີຂະໜາດປານກາງຄື
Puerto Rico
ແລ້ວ ໂຕເລກນີ້ຖືວ່າເປັນຈໍານວນເງິນອັນໃຫຍ່ໂຕ.”

ຍຸງທ້ອງ​ລາຍ ເອອີດີສ໌ ​ເອຈິບທາຍ ທີ່ນໍາເອົາເຊື້ອໄວຣັສ ໄຂ້ເລືອດ ອອກໄປແຜ່ຜາຍ
ຍຸງທ້ອງ​ລາຍ ເອອີດີສ໌ ​ເອຈິບທາຍ ທີ່ນໍາເອົາເຊື້ອໄວຣັສ ໄຂ້ເລືອດ ອອກໄປແຜ່ຜາຍ

ພະຍາດໄຂ້ເລືອດອອກ ເປັນພະຍາດທີ່ເກີດຈາກການ
ຕິດເຊື້ອໄວຣັສ ທີ່ແຜ່​ຜາຍໂດຍຖືກຍຸງທ້ອງ​ລາຍໂຕນ້ອຍໆ
ທີ່ເອີ້ນວ່າ ເອອີດີສ໌ ​ເອຈິບທາຍ (Aedes aegypti) ກັດ.
ການລະບາດຂອງພະຍາດນີ້ ມັກຈະເກີດຂຶ້ນພາຍຫລັງ
ທີ່ມີຝົນຕົກໜັກໃນລະດູຮ້ອນ ຊຶ່ງພາໃຫ້ເກີດ ມີນໍ້າອັ່ງຫຼື
ຫົ້ງ ທີ່ຍຸງລາຍ​ສາມາດເພາະພັນໄດ້ຢ່າງຫລວງຫລາຍ.

ພະຍາດໄຂ້ເລືອດອອກ ພາໃຫ້ມີອາການຄີງຮ້ອນຫລາຍ,
ເຈັບຫົວ, ປວດກ້າມເນື້ອ ແລະຂໍ້ຕໍ່ກະດູກຢ່າງໜັກ, ບໍ່
ຢາກກິນເຂົ້າແລະກໍເມື່ອຍຫລາຍ. ແລະຢູ່ໃນຫຼາຍໆເຂດ
ຂອງເອເຊຍແລະອາຟຣິກາ ຊຶ່ງເປັນເຂດທີ່ພະຍາດນີ້ຍັງແຜ່ລະບາດຢູ່ນັ້ນ ການເປັນພະຍາດ
ນີ້ສາມາດພິສູດໃຫ້ເຫັນວ່າເປັນອັນຕະລາຍເຖິງຂັ້ນຕາຍໄດ້. ທ່ານໂດໂນລ ເຊບເຟີດ ກ່າວ
ເພີ້ມເຕີມດັ່ງນີ້:

“ລັກສະນະໂຫດຮ້າຍອັນນຶ່ງຂອງພະຍາດໄຂ້ເລືອດອອກນີ້ ເປັນສິ່ງນຶ່ງ ທີ່ນັກ
ຈຸນລະຊີວະວິທະຍາເອີ້ນວ່າ
‘ການເພີ້ມພູນ ການຕໍ່ຕ້ານກັບຮ່າງ ກາຍ’ ຫລື
‘antibodies enhancement’ ຊຶ່ງເປັນແບບທີ່ວ່າ ຖ້າຫາກ ເຮົາໄດ້ຮັບ​ເຊື້ອ​
ໄວຣັສ​ໄຂ້​ເລືອດ​ອອກ​ຊະນິດ​ໃດນຶ່ງແລ້ວ ຫລັງຈາກນັ້ນ ກໍໄດ້ຮັບອີກຊະນິດນຶ່ງ
ຊຶ່ງຄັ້ງທີສອງນີ້ ຈະເປັນການເຈັບປ່ວຍທີ່ຮ້າຍ ແຮງກວ່າການໄດ້ຮັບຄັ້ງທໍາອິດ
ນັ້ນຫລາຍ.”

ພວກນັກຊ່ຽວຊານກ່າວວ່າ ຜູ້ຄົນໂດຍປົກກະຕິແລ້ວ ສາມາດຫາຍດີຈາກການເປັນໄຂ້
ເລືອດອອກໄດ້, ແມ່ນກະທັ້ງວ່າບໍ່​ໄດ້​ກິນຢາຕໍ່ຕ້ານກັບເຊື້ອໄວຣັສນີ້. ແຕ່ວ່າ ພວກເຂົາ
ເຈົ້າຕ້ອງໄດ້ຮັບການຮັກສາປິ່ນປົວທີ່ດີ ໂດຍສະເພາະແມ່ນການຕິດຕາມເບິ່ງທາດແຫລວ
ໃນຮ່າງກາຍຢ່າງໃກ້ຊິດ ແລະການວິນິດ​ໄສ​ຢ່າງ​ຖືກຕ້ອງ​ເບິ່ງອາການ​ເປັນໄຂ້ສູງຂອງໄຂ້
ເລືອດອອກນັ້ນ ຊຶ່ງອາດພາໃຫ້ມີການ​ເຂົ້າ​ໃຈ​ຜິດວ່າ ​ເປັນສາເຫດທີ່ມັກພາໃຫ້ມັນເກີດ
ຫລາຍກວ່າອັນອື່ນ.

ທ່ານໝໍ ແດນ ສຕິງຄອມ (Dan Stinchcomb) ຊຶ່ງເປັນຫົວໜ້າເຈົ້າໜ້າທີ່ບໍລິຫານ
ຂອງອົງການ Inviragen ຊຶ່ງກໍາລັງພັດທະນາຢາວັກຊິນຕໍ່ຕ້ານເຊື້ອໄວຣັສ​ໄຂ້​ເລືອດ
​ອອກ​ຫຼາຍຊະນິດ ກ່າວວ່າ ການພັດທະນາຢາ ວັກຊິນທີ່ປອດໄພ ແມ່ນເປັນເລື້ອງຍາກ
ຫລາຍ. ທ່ານກ່າວດັ່ງນີ້:

ຄົນເຈັບຜູ້ໃຫຍ່ທີ່ເປັນໄຂ້ເລືອດອອກຜູ້ນຶ່ງ ນອນຢູ່ໂຮງໝໍແຫ່ງນຶ່ງໃນ ປະເທດປາຣາກວຍ, ທະວີບອາເມຣິກາໃຕ້ໃນເດືອນເມສາ, 2011
ຄົນເຈັບຜູ້ໃຫຍ່ທີ່ເປັນໄຂ້ເລືອດອອກຜູ້ນຶ່ງ ນອນຢູ່ໂຮງໝໍແຫ່ງນຶ່ງໃນ ປະເທດປາຣາກວຍ, ທະວີບອາເມຣິກາໃຕ້ໃນເດືອນເມສາ, 2011

ທ່ານໝໍ ແດນ ສຕິງຄອມ ກ່າວ
ວ່າ: “ເນື່ອງຈາກວ່າໄຂ້ເລືອດ
ອອກ ເປັນບັນຫາທີ່ມີຜົນກະ
ທົບຕໍ່ຜູ້ຄົນໃນຫລາຍອາຍຸໄວ
ຕ່າງກັນຢູ່ໃນທົ່ວໂລກ. ຢູ່ໃນ
ເຂດ​ເອ​ເຊຍຕາເວັນອອກສຽງ
ໃຕ້ ຕົ້ນຕໍແລ້ວພະຍາດນີ້
ເປັນພະຍາດທີ່ເກີດກັບເດັກ
ນ້ອຍ ແຕ່ວ່າຢູ່ໃນເຂດທະວີບ
ອາເມຣິກາກາງ ອາ​ເມຣິກາ
ໃຕ້ ແລະເຂດອື່ນໆຂອງເອ
ເຊຍນັ້ນ ມັນສາມາດມີຜົນ
ກະທົບຕໍ່ພວກຜູ້ໃຫຍ່ອີກດ້ວຍ.

ພວກນັກຊ່ຽວຊານຍັງກ່າວອີກວ່າ ເນື່ອງຈາກວ່າຄ່າໃຊ້ຈ່າຍໃນການປິ່ນ ປົວພວກເຄາະຮ້າຍ
ໃນການເປັນພະຍາດໄຂ້ເລືອດອອກ ແມ່ນສູງຫລາຍ ສະນັ້ນມັນ​ຈຶ່ງ​ເປັນເລື່ອງ​ສຳຄັນສຳ​ລັບບັນດາປະເທດທີ່ໄດ້ຮັບຜົນກະທົບ ຈະຕ້ອງໄດ້ເຝົ້າຕິດຕາມເບິ່ງພະຍາດທີ່ເປັນພື້ນ
ຖານນີ້, ປ້ອງກັນມັນ, ແລະດໍາເນີນຄວາມພະຍາຍາມໃນການຄວບຄຸມຈົນກວ່າວ່າ ຈະມີ
ຢາ ຫລືວັກຊິນໃດນຶ່ງ ສາມາດຕໍ່ສູ້ຕ້ານກັບເຊື້ອໄວຣັສດັ່ງກ່າວ​ນີ້ໄດ້.

XS
SM
MD
LG