ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຢູເຄຣນ ພາກັນ ໂຮມຊຸມນຸມປະທ້ວງ ເພື່ອເອກະພາບ ຢູ່ນະຄອນຫລວງ Kyiv (ສະໄລດ໌/ວີດີໂອ)


ຊາວຢູເຄຣນທີ່ເຂົ້າຮ່ວມການໂຮມຊຸມນຸມ ພາກັນຍົກທຸງ ອັນໃຫຍ່ໂຕຂອງ ຢູເຄຣນ ກັບເຂດໄຄຣເມຍ ຢູ່ບ່ອນໂຮມຊຸມນຸມ ປະທ້ວງ ເພື່ອສະໜັບສະໜຸນເຂດນ້ຳແດນດິນອັນຄົບຖ້ວນຂອງ ຢູເຄຣນ ທີ່ຈະຕຸລັດເອກະລາດ ຂອງນະຄອນຫລວງ Kyiev, ມື້ນີ້ ວັນທີ 23 ມີນາ 2014.
ຊາວຢູເຄຣນທີ່ເຂົ້າຮ່ວມການໂຮມຊຸມນຸມ ພາກັນຍົກທຸງ ອັນໃຫຍ່ໂຕຂອງ ຢູເຄຣນ ກັບເຂດໄຄຣເມຍ ຢູ່ບ່ອນໂຮມຊຸມນຸມ ປະທ້ວງ ເພື່ອສະໜັບສະໜຸນເຂດນ້ຳແດນດິນອັນຄົບຖ້ວນຂອງ ຢູເຄຣນ ທີ່ຈະຕຸລັດເອກະລາດ ຂອງນະຄອນຫລວງ Kyiev, ມື້ນີ້ ວັນທີ 23 ມີນາ 2014.
ພວກປະທ້ວງຊາວຢູເຄຣນ ພາກັນໄປໂຮມຊຸມນຸມ ຢູ່ຈະຕຸລັດ
ເອກລາດໃນນະຄອນຫລວງ Kyiv ຮຽກຮ້ອງໃຫ້ມີການສະແດງ
ຄວາມເປັນເອກະພາບກັນ ນຶ່ງມື້ຫລັງຈາກ ກຳລັງຂອງຣັດເຊຍ ເຂົ້າຍຶດເອົາຖານທັບທະຫານທີ່ສຳຄັນແຫ່ງສຸດທ້າຍ ຂອງຢູເຄຣນ
ໃນເຂດໄຄຣເມຍ.

ພວກປະທ້ວງໄປໂຮມຊຸມນຸມ ເພື່ອຟັງຄຳປາໄສສະແດງຄວາມ
ສະໜັບສະໜຸນຢູເຄຣນ ພາກັນໂບກທຸງຊາດ ແລະວາງດອກໄມ້ ຢູ່ບ່ອນຈັດເປັນອະນຸສາວະລີຊົ່ວຄາວ ສຳຫລັບ ພວກທີ່ໄດ້ເສຍ
ຊີວິດໄປ ເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ໃນການປະທ້ວງຕໍ່ການ
ຂັດແຍ້ງກັນ ລະຫວ່າງຢູເຄຣນ ກັບຣັດເຊຍນັ້ນ.

ຢູ່ເມືອງ Donetsk ທາງກ້ຳຕາເວັນອອກຂອງຢູເຄຣນນັ້ນ ພວກສະໜັບສະໜຸນຣັດເຊຍ
ພາກັນໄປໂຮມຊຸມນຸມຢູ່ອ້ອມຕຶກລັດຖະບານທ້ອງຖິ່ນ ຮຽກຮ້ອງໃຫ້ເຈົ້າແຂວງທີ່ຈົ່ງຮັກ
ພັກດີ ຕໍ່ລັດຖະບານ Kyiv ນັ້ນ ລາອອກ.


ຂະນະດຽວກັນ ຜູ້ບັນຊາການສູງສຸດຂອງເນໂຕ້ ໄດ້ຖະແຫລງກ່ຽວກັບສະຖານະການດັ່ງ
ກ່າວ ໃນຄຳປາໄສ ຢູ່ນະຄອນຫລວງ Brussels. ນາຍພົນ Philip Breedlove ແຫ່ງ
ກອງທັບອາກາດສະຫະລັດທີ່ເປັນຜູ້ບັນຊາການກອງກຳລັງສູງສຸດຂອງພັນທະມິດເນໂຕ້
ກ່າວວ່າ ຣັດເຊຍໄດ້ໃຊ້ການເຝິກແອບທາງທະຫານ ທີ່ຈັດຂຶ້ນມາແບບກະທັນຫັນນັ້ນ ເປັນຂໍ້ອ້າງສຳຫລັບລະດົມກຳລັງຂອງຕົນ ຢູ່ແລາະຕາມຊາຍແດນຂອງ ຢູເຄຣນ.

ທ່ານກ່າວຕຶຶື່ມວ່າ ເນໂຕ້ ໄດ້ພະຍາຍາມທີ່ຈະເຮັດໃຫ້ຣັດເຊຍເປັນພາຄີຂອງຕົນ ແຕ່ວ່າ
ບັດນີ້ ຣັດເຊຍກັບປະພຶດຕົນ ຄືກັນກັບເປັນຄູ່ອະລິຫລາຍກ່ວາ.

ແຕ່ຢູ່ຣັດເຊຍນັ້ນ ຮອງລັດຖະມົນຕີປ້ອງກັນປະເທດ Anatoly Antonov ບອກກັບ ສື່ມວນຊົນຣັດເຊຍວ່າ ຣັດເຊຍແມ່ນໄດ້ປະຕິບັດຕາມຂໍ້ຈຳກັດຮັດແຄບຂອງສາກົນ ກ່ຽວກັບຈຳນວນກຳລັງພົນຂອງຕົນ ຢູ່ເລາະຊາຍແດນຢູເຄຣນນັ້ນ.

ວີດີໂອ: ຊາວຢູເຄຣນ ໂຮມຊຸມນຸມປະທ້ວງ ຢູ່ນະຄອນຫລວງ Kyiv:

Ukrainians Stage Mass Unity Rally in Kyiv
please wait

No media source currently available

0:00 0:02:55 0:00


ວັນເສົາວານນີ້ ກຳລັງ​ຂອງຣັດ​ເຊຍ ​ໄດ້ເຂົ້າຍຶດ​ເອົາ​ຖານ​ທັບ​ສຳຄັນ​ແຫ່ງ​ສຸດ​ທ້າຍ​ຂອງ​ຢູ​ເຄນ​
ໃນ​ໄຄຣ​ເມຍ.

ພວກ ​ທະຫານຣັດ​ເຊຍ​ໄດ້​ຍິງ​ປືນ​ຫຼາຍ​ບັດ​ແລະ​ໃຊ້​ລົດ​ຫຸ້ມ​ເກາະ ທັບ​ມ້າງ​ທາງ​ເຂົ້າຖານ​ທັບ​ອາກາດ Belbek ​ໃນ​ວັນ​ເສົາ​ວານ​ນີ້. ພວກ​ທະຫານ​ຢູ​ເຄຣນບໍ່​ໄດ້​ທຳ​ການ​ຕ້ານ​ຢັນ​ຫຼື​ຂັດ ຂືນໃດໆ. ເຂົາ​ເຈົ້າພາກັນ​ຮ້ອງ​ເພງ​ຊາດຂອງ​ເຂົາ​ເຈົ້າ ກ່ອນ​ຈະວາງ​ອາວຸດ​ຂອງ​ເຂົາ​ເຈົ້າ
ແລ້ວ​ເກັບມ້ຽນໄວ້​ໃນສາງ​ອາວຸດ.

ທະຫານ ​ຢູ​ເຄຣນ ຢ່າງ​ໜ້ອຍ​ຄົນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ. ພວກ​ນັກ​ຂ່າວ​ແລະ​ພວກ​ຖ່າຍ​ພາບ​ບາງຄົນ​ທີ່​ພາ​ກັບ​ຕິດຕາມ​ເອົາ​ຂ່າວ ​ໄດ້​ຖືກພວກທະຫານຣັດ​ເຊຍກະທຳ​ຮຸນ​ແຮງ ​ແບບ​ຍູ້​ໜີ ​ແລະຍຶດ​ເອົາ​ອຸບປະກອນ​ຂອງ​ເຂົາ​ເຈົ້າ​.

Ukrainerussia23mar
please wait
Embed

No media source currently available

0:00 0:00:48 0:00

ກຳລັງ​ຂອງຣັດ​ເຊ​ຍ ຍັງ​ໄດ້ເຂົ້າຍຶດ​ເອົາ​ຖານ​ທັບ​ເຮືອ​ແຫ່ງ​ນຶ່ງ​ຂອງ​ຢູ​ເຄຣນ​ເຊັ່ນ​ກັນ ​ໃນ
ເມືອງ Novofedorovka.

ລັດຖມົນຕີ​ຕ່າງປະ​ເທດ​ອັງກິດ ທ່ານ William Hague ​ໄດ້​ຂຽນ​ລົງ​ໃນ​ໜັງສືພິມ Telegraph ​
ວ່າ ອັງກິດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ ຕ້ອງ​ຕຽມ​ພ້ອມ​ສຳລັບການມີສາຍພົວພັນ
​ແບບ​ໃໝ່ກັບຣັດ​ເຊຍ ທີ່ແຕກ​ຕ່າງຈາກ​ສາຍ​ພົວພັນ​ທີ່​ພວກ​ເຂົາ​ເຈົ້າ​ ເຄີຍມີ​ມາ​ກັບຣັດ​ເຊຍ
ໃນ​ລະຍະ​ຊາວ​ກວ່າ​ປີຜ່ານມາ​ນີ້. ທ່ານ Hague ກ່າວ​ຕື່ມວ່າສາຍ​ພົວພັນ​ດັ່ງກ່າວ​ຈະ​ຮວມທັງ
​ການ​ຈຳກັດ​ຮັດ​ແຄບ​ໃນ​ດ້ານ​ການ​ຮ່ວມ​ມື​ທາງ​ທະຫານ ​ແລະ​ການ​ຂາຍ​ອາວຸດ ໃຫ້ຣັດ​ເຊຍ
​ແລະ​ບໍ່​ໃຫ້ຣັດ​ເຊຍເຂົ້າ​ຮ່ວມ​ ໃນອົງການ​ນາໆ​ຊາດ​ບາງ​ອົງການ​ນັ້ນ.

ພາບກ່ຽວກັບເຫດການຕ່າງໆທີ່ຜັນຂະຫຍາຍອອກ ໃນຢູເຄຣນ:

XS
SM
MD
LG