ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ລອດຊີວິດ ຈາກການຍິງກັນ ຢູ່ໂຮງຮຽນໃນລັດ ຟລໍຣິດາ ຈັດການປະທ້ວງ ກ່ຽວກັບ ກົດໝາຍການໃຊ້ປືນ


ນັກຮຽນໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລາສ "Marjory Stoneman Douglas" ນາງ ເອັມມາ ກອນຊາເລັສ "Emma Gonzalez" ຮ້ອງໄຫ້ໃນລະ
ຫວ່າງການກ່າວຄຳປາໄສຂອງລາວ ໃນທີ່ປະທ້ວງ ສຳລັບການຄວບຄຸມປືນທີ່ສານ ສະຫະລັດ ໃນເມືອງ ຝອດ ລໍເດີເດລ, ລັດຟລໍຣິດາ. 17 ກຸມພາ, 2018.
ນັກຮຽນໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລາສ "Marjory Stoneman Douglas" ນາງ ເອັມມາ ກອນຊາເລັສ "Emma Gonzalez" ຮ້ອງໄຫ້ໃນລະ ຫວ່າງການກ່າວຄຳປາໄສຂອງລາວ ໃນທີ່ປະທ້ວງ ສຳລັບການຄວບຄຸມປືນທີ່ສານ ສະຫະລັດ ໃນເມືອງ ຝອດ ລໍເດີເດລ, ລັດຟລໍຣິດາ. 17 ກຸມພາ, 2018.

ນາງ ເອັມມາ ກອນຊາເລັສ "Emma Gonzalez" ຜູ້ລອດຊີວິດຈາກການຍິງປືນໃສ່
ຝູງຄົນທີ່ໂຮງຮຽນມັດທະຍົມ ມາຈໍຣີ ສໂຕນແມນ ດັກກລາສ "Majory Stoneman
Douglas," ຜູ້ທີ່ໄດ້ເວົ້າໃນການປະທ້ວງ ການຄວບຄຸມປືນໃນລັດ ຟລໍຣິດາ ເມື່ອວັນ
ເສົາວານນີ້, ສາມວັນຫຼັງຈາກອະດີດນັກຮຽນໄດ້ໃຊ້ອາວຸດປືນສັງຫານເພື່ອນຮ່ວມ
ຫ້ອງຂອງລາວ 17 ຄົນ ແລະ ນາຍຄູເສຍຊີວິດນັ້ນ ໄດ້ປະຕິຍານວ່າ “ພວກເຮົາຈະ
ເປັນບ່ອນທີ່ເກີດການຍິງປືນໃສ່ຝູງຄົນແຫ່ງສຸດທ້າຍ.”

ນາງ ກອນຊາເລັສ ໄດ້ກ່າວຢ່າງເປີດເຜີຍ ຕໍ່ຜູ້ຟັງຂອງລາວ, ເຊິ່ງແມ່ນຄົນຫຼາຍຮ້ອຍ
ຄົນ ທີ່ໄດ້ເຕົ້າໂຮມກັນຢູ່ໜ້າສານລັດຖະບານກາງ ເມືອງ ຝອດ ລໍເດີແດລ "Fort
Lauderdale" ປະມານ 45 ກິໂລແມັດ ຈາກເຂດນອກເມືອງ ບ່ອນທີ່ການຍິງກັນໄດ້
ເກີດຂຶ້ນນັ້ນ.

ນາງ ກອນຊາເລັສ ກ່າວວ່າ “ຄົນຢູ່ໃນລັດຖະບານຜູ້ທີ່ໄດ້ຮັບຄະແນນສຽງໃຫ້ເຂົ້າ
ກຳອຳນາດ ໄດ້ຕົວະພວກເຮົາ. ພວກເຮົາພ້ອມທີ່ຈະເອີ້ນເຂົາເຈົ້າວ່າ ຂີ້ຕົວະຫຼອກ
ລວງ.”

ນາງໄດ້ເວົ້າວ່າ “ເຂົາເຈົ້າເວົ້າວ່າ ກົດໝາຍການໃຊ້ປືນທີ່ເຄັ່ງຄັດຂຶ້ນ ຈະບໍ່ເຮັດໃຫ້
ຄວາມຮຸນແຮງຈາກການໃຊ້ປືນຫຼຸດລົງ. ເຂົາເຈົ້າເວົ້າວ່າ ຄົນດີທີ່ມີປືນຈະຢຸດຄົນ
ຊົ່ວທີ່ມີປືນ. ພວກເຮົາເອີ້ນມັນວ່າ ໄຮ້ສາລະ.”

ນາງ ກອນຊາເລັສ ໄດ້ເວົ້າວ່າ ສຸຂະພາບຈິດ ເຊິ່ງແມ່ນບັນຫານຶ່ງທີ່ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆໄດ້ບົ່ງຊີ້ ໃນການ
ຕອບໂຕ້ຂອງເຂົາເຈົ້າຕໍ່ການຍິງກັນນັ້ນ, ບໍ່ແມ່ນບັນຫາຫຼັກ, ນາງໄດ້ກ່າວຫາກົດ
ໝາຍການໃຊ້ປືນທີ່ບໍ່ເຂັ້ມງວດ, ພາຍໃຕ້ອັນທີ່ມືປືນໄວໜຸ່ມ ທ້າວ ນິໂຄລັສ ຄຣູສ
"Nicolas Cruz" ໄດ້ຊື້ອາວຸດຂອງລາວຢ່າງຖືກຕ້ອງຕາມກົດໝາຍ.

At Florida Rally, School Shooting Survivors Argue for Gun Controls
please wait

No media source currently available

0:00 0:00:27 0:00

ນາງໄດ້ເວົ້າວ່າ “ລາວຄົງຈະບໍ່ສາມາດທຳຮ້າຍນັກຮຽນໄດ້ຫຼາຍຄົນປານນັ້ນດ້ວຍມີດ
ພຽງດວງດຽວ.”

ນາງ ກອນຊາເລັສ ໄດ້ຮັບການຕອບສະໜອງຢ່າງເຂັ້ມແຂງຈາກຜູ້ຟັງຂອງລາວ ເມື່ອ
ລາວໄດ້ເວົ້າເຖິງຈຳນວນເງິນທີ່ບັນດານັກການເມືອງໄດ້ເອົາຈາກສະມາຄົມປືນກົນ
ແຫ່ງຊາດ ຫຼື NRA, ເຊິ່ງແມ່ນກຸ່ມຜູ້ສະໜັບສະໜູນທີ່ມີອຳນາດນັ້ນ. ນາງໄດ້ຮ້ອງໄຫ້
ອອກມາວ່າ “ສຳລັບນັກການ ເມືອງທຸກຄົນທີ່ເອົາເງິນບໍລິຈາກຂອງພວກ NRA ນັ້ນ
ພວກເຈົ້າຄວນລະອາຍຕົນເອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

At Florida Rally, School Shooting Survivors Argue for Gun Controls
please wait

No media source currently available

0:00 0:00:34 0:00

XS
SM
MD
LG