ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຣັດເຊຍ ປະທ້ວງ ແຜນການປະຕິຮູບ ການອອກບຳນານ


ພວກປະທ້ວງຖືປ້າຍປະທ້ວງ ໃນລະຫວ່າງການຊຸມນຸມຕໍ່ຕ້ານ
ແຜນການຂຶ້ນອາຍຸການກິນເບ້ຍບຳນານທົ່ວປະເທດ. ນະຄອນ ເຊັນ ປີເຕີສເບີກ, ຣັດເຊຍ. 9 ກັນຍາ, 2018.
ພວກປະທ້ວງຖືປ້າຍປະທ້ວງ ໃນລະຫວ່າງການຊຸມນຸມຕໍ່ຕ້ານ ແຜນການຂຶ້ນອາຍຸການກິນເບ້ຍບຳນານທົ່ວປະເທດ. ນະຄອນ ເຊັນ ປີເຕີສເບີກ, ຣັດເຊຍ. 9 ກັນຍາ, 2018.

ພວກຜູ້ສະໜັບສະໜູນຂອງຜູ້ນຳຝ່າຍຄ້ານທີ່ຖືກຈັບເຂົ້າຄຸກ ທ່ານ ອາເລັກເຊ
ນາວາລນີ ໄດ້ຈັດການປະທ້ວງທົ່ວປະເທດ ຣັດເຊຍ ໃນວັນອາທິດມື້ນີ້ ກ່ຽວກັບ ແຜນ
ການຕ່າງໆທີ່ຈະຂະຫຍາຍອາຍຸກິນເບ້ຍບຳນານຂອງປະເທດອອກໄປ, ໃນຂະນະທີ່
ປະຊາຊົນ ຣັດເຊຍ ກຳລັງໄປສະຖານທີ່ປ່ອນບັດ ເພື່ອການເລືອກຕັ້ງໃນພາກພື້ນ.

ທ່ານ ນາວາລນີ ໄດ້ມີກຳນົດທີ່ຈະປາກົດຕົວໃນການປະທ້ວງທີ່ນະຄອນ ຫຼວງມົສກູ
ໃນວັນອາທິດມື້ນີ້, ແຕ່ໃນເດືອນແລ້ວນີ້ ທ່ານໄດ້ຖືກຕັດສິນໂທດສຳລັບການລະເມີດ
ກົດໝາຍການປະທ້ວງ ແລະ ໄດ້ຖືກຂັງຄຸກເປັນເວລາ 30 ວັນ. ທ່ານ ນາວາລນີ ກ່າວ
ວ່າ, ການກັກຂັງທ່ານ ໄດ້ມີເຈຕະນາ ທີ່ຈະທຳລາຍແຜນການຂອງທ່ານ ສຳລັບການ
ຊຸມນຸມທົ່ວປະເທດ ເພື່ອຕໍ່ຕ້ານການເພີ່ມອາຍຸ ສຳລັບເວລາທີ່ພວກກຳມະກອນຈະສາ
ມາດເລີ່ມຮັບເອົາເບ້ຍບຳນານຂອງເຂົາເຈົ້າໄດ້.

ແນວໃດກໍຕາມ, ພວກຜູ້ສະໜັບສະໜູນຂອງທ່ານ ນາວາລນີ ແມ່ນໄດ້ສືບຕໍ່ແຜນການ
ຂອງທ່ານ ສຳລັບການປະທ້ວງທີ່ວ່ານີ້. ການປະທ້ວງແມ່ນບໍ່ໄດ້ຮັບອະນຸຍາດຈາກລັດ
ຖະບານ, ກໍ່ໃຫ້ມີຄວາມເປັນໄປໄດ້ສູງວ່າ ພວກປະທ້ວງອາດຖືກຈັບກຸມ.

ພວກຜູ້ສະໜັບສະໜູນທ່ານ ນາວາລນີ ໄດ້ຂຽນຂໍ້ຄວາມໃນສື່ສັງຄົມວ່າ “ເປັນເວລາ
18 ປີແລ້ວ, ທ່ານ ປູຕິນ ແລະ ລັດຖະບານຂອງທ່ານ ໄດ້ລັກເອົາງົບປະມານ ແລະ ໄດ້
ເອົາມັນໄປລ້າງຜານໃນໂຄງການທີ່ບໍ່ເປັນປະໂຫຍດ. ຕອນນີີ້ເງິນກຳລັງຈະໝົດ ແລະ
ພວກເຮົາຕ້ອງລັກເອົາມັນມາຈາກຜູ້ຮັບບຳນານ ເພື່ອປະຄອງຊີວິດໃຫ້ຢູ່ລອດ.”

ທ່ານ ນາວາລນີ ໄດ້ຖືກຈັບເຂົ້າຄຸກຫຼາຍສັບປະດາ ໃນສອງສາມປີທີ່ຜ່ານມານີ້ ຍ້ອນ
ການຈັດການປະທ້ວງ.

ທ່ານ ນາວາລນີ, ຜູ້ທີ່ໄດ້ຈັດການປະທ້ວງຕາມທ້ອງຖະນົນຄັ້ງໃຫຍ່ ກົງກັບການເລືອກ
ຕັ້ງດຳລົງຕຳແໜ່ງຄືນຂອງທ່ານ ປູຕິນ ໃນປີ 2012 ເຊັ່ນກັນນັ້ນ, ໄດ້ຖືກຫ້າມຈາກການ
ເລືອກຕັ້ງປະທານາທິບໍດີໃນເດືອນມີນາທີ່ຜ່ານມາ ຍ້ອນຖືກຕັດສິນວ່າມີຄວາມຜິດ
ກ່ຽວກັບ ຄະດີດ້ານການເງິນ, ເຊິ່ງແມ່ນຂໍ້ກ່າວຫາທີ່ທ່ານໄດ້ໂຕ້ແຍ້ງວ່າປັ້ນແຕ່ງຂຶ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG