ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະ​ທ້ວງຂອງ ກ​ຣິສ໌ ກ່ຽວ​ກັບ ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ ໄດ້ກາຍ​ເປັນ​ຄວາມ​ຮຸນ​ແຮງ


ລະ​ເບີດ​ໄຟ​ແຕກ​ຢູ່​ຂ້າງ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ ຫຼັງ​ຈາກ​ການປະ​ທ້ວງ​ໃນ​ນະ​ຄອນຫຼວງ ເອ​ເທັນ. 20 ມັງ​ກອນ, 2019.
ລະ​ເບີດ​ໄຟ​ແຕກ​ຢູ່​ຂ້າງ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນ ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ ຫຼັງ​ຈາກ​ການປະ​ທ້ວງ​ໃນ​ນະ​ຄອນຫຼວງ ເອ​ເທັນ. 20 ມັງ​ກອນ, 2019.

ການ​ປະ​ທ້ວງ​ຕ່າງໆ​ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ​ໃນ​ວັນ​ອາ​ທິດ​ວານນີ້ ລະ​ຫວ່າງ​ພວກ
ປະທ້ວງຊາວ ກຣີສ ກັບ ຕຳຫຼວດ, ໃນຂະນະທີ່ປະຊາຊົນຫຼາຍສິບພັນຄົນ ໄດ້ລວມຕົວ
ກັນຢູ່ນະຄອນຫຼວງ ເອເທັນ ເພື່ອຄັດຄ້ານຂໍ້ຕົກລົງການປ່ຽນຊື່ກັບ ປະເທດ ມາເຊໂດ
ເນຍ.

ກ​ຣີ​ສ ໄດ້​ປະ​ທ້ວງ​ຊື່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ ມາ​ແຕ່ດົນ​ນານ, ເຊິ່ງ​ຖືກ​ຕັ້ງ​ຂຶ້ນ​ມາ
ໂດຍປະເທດເພື່ອນບ້ານຂອງເຂົາເຈົ້າ ຫຼັງຈາກເຂົາເຈົ້າໄດ້ແຍກຕົວອອກຈາກປະເທດ
ຢູໂກສລາເວຍ.

ກ​ຣີ​ສ ເວົ້າ​ວ່າ ຊື່​ໃໝ່​ຂອງ​ປະ​ເທດ ມາ​ເຊ​ໂດ​ເນຍ, ເຊິ່ງ​ແມ່ນ ສາ​ທາ​ລະ​ນະ​ລັດ​ແຫ່ງ​
ມາເຊໂດເນເໜືອ, ແມ່ນເທົ່າກັບວ່າເປັນຄວາມພະຍາຍາມທີ່ຈະຍຶດຄອງ

ເອົາ​ເອ​ກະ​ລັກ​ແລະ ປະ​ເພ​ນີ​ວັດ​ທະ​ນະ​ທຳ​ຂອງ ກ​ຣີ​ສ, ເພາ​ະ​ວ່າ ມາ​ເຊ​ໂດ​ເນຍ ກໍ​
ແມ່ນຊື່ຂອງແຂວງໃນພາກເໜືອຂອງ ກຣີສ ທີ່ມີຊື່ສຽງດ້ວຍໄຊຊະນະຂອງທ່ານ
ອາເລັກແຊນເດີ ທີ່ຍິ່ງໃຫຍ່.

ການ​ປະ​ທ້ວງ​ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ເລີ່ມ​ຂຶ້ນ​ຢ່າງ​ສະ​ຫງົບ ແຕ່​ຕໍ່​ມາ​ໃນ​ວັນ​ດຽວ​ກັນ
ພວກປະທ້ວງໄດ້ແກວ່ງກ້ອນຫີນ, ລະເບີດໄຟ ແລະ ວັດຖຸອື່ນໆໃສ່ຕຳຫຼວດ, ຜູ້ທີ່ໄດ້
ຕອບໂຕ້ຄືນດ້ວຍການແກວ່ງແກັສນ້ຳຕາໃສ່ຫຼາຍໜ່ວຍ. ເຈົ້າໜ້າທີ່ຢ່າງໜ້ອຍ 25 ຄົນ
ແລະ ປະຊາຊົນຫຼາຍສິບຄົນ ໄດ້ຮັບບາດເຈັບໃນການປະທະກັນ, ອີງຕາມການກ່າວ
ຂອງຕຳຫຼວດ. ຕຳຫຼວດໄດ້ເວົ້າວ່າ ຢ່າງໜ້ອຍ 7 ຄົນໄດ້ຖືກຈັບ, ອີງຕາມອົງການຂ່າວ
AP.

ສະ​ພາ​ແຫ່ງ​ຊາດ ກ​ຣີ​ສ ຄາດ​ວ່າ​ຈະ​ລົງ​ຄະ​ແນນ​ສຽງ​ ກ່ຽວ​ກັບ ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໃນ​ສັບ​
ປະດານີ້, ເຊິ່ງ ມາເຊໂດເນຍ ຈະປ່ຽນຊື່ຂອງເຂົາເຈົ້າ ແລະ ກຣີສ ກໍຈະຍົກເລີກການ
ຄັດຄ້ານຂອງເຂົາເຈົ້າຕໍ່ປະເທດທີ່ຕັ້ງຢູ່ແຫຼມ ບາລກັງ ນັ້ນ ໃນການເຂົ້າຮ່ວມອົງການ
ເນໂຕ ແລະ ສະຫະພາບ ຢູໂຣບ.

ການ​ຢັ່ງ​ຫາງ​ສຽງ​ທົ່ວ​ປະ​ເທດ​ໃນ ກ​ຣີ​ສ ໄດ້​ພົບ​ວ່າ 70 ເປີ​ເຊັນ​ຂອງ​ຜູ້​ຕອບ​ຄຳ​ຖາມ​ໄດ້​
ຄັດຄ້ານຂໍ້ຕົກລົງດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG