ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານ ຮື້ຖອນສິ່ງກໍ່ສ້າງ ໄດ້ລະເບີດສ່ວນທີ່ຍັງເຫຼືອ ຂອງຕຶກຄອນໂດ ທີ່ພັງລົງມາ ໃນລັດ ຟລໍຣິດາ


ພາບຈາກດາວທຽມທີ່ສະໜອງໃຫ້ໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນລົດຍົກຂອງໜັກຖືກໃຊ້ໃນການປະຕິບັດການຄົ້ນຫາ ແລະ ກູ້ໄພຢູ່ຕຶກຄອນໂດ Champlain Towers ທີ່ໄດ້ພັງລົງມາສ່ວນນຶ່ງ, ເມືອງ ເຊີຟຊາຍດ໌, ລັດ ຟລໍຣິດາ. 3 ກໍລະກົດ, 2021.
ພາບຈາກດາວທຽມທີ່ສະໜອງໃຫ້ໂດຍບໍລິສັດ Maxar Technologies ສະແດງໃຫ້ເຫັນລົດຍົກຂອງໜັກຖືກໃຊ້ໃນການປະຕິບັດການຄົ້ນຫາ ແລະ ກູ້ໄພຢູ່ຕຶກຄອນໂດ Champlain Towers ທີ່ໄດ້ພັງລົງມາສ່ວນນຶ່ງ, ເມືອງ ເຊີຟຊາຍດ໌, ລັດ ຟລໍຣິດາ. 3 ກໍລະກົດ, 2021.

ບັນດານັກຊ່ຽວຊານຮື້ຖອນສິ່ງກໍ່ສ້າງ ໄດ້ລະເບີດພາກສ່ວນທີ່ຍັງເຫຼືອຂອງຕຶກຄອນໂດທີ່ພັງລົງສ່ວນນຶ່ງໃນນພາກໃຕ້ຂອງລັດ ຟລໍຣິດາ ໃນຕອນແລງວັນອາທິດວານນີ້ໃນການຕອບສະໜອງຕໍ່ຄວາມຢ້ານກົວວ່າມັນບໍ່ໝັ້ນຄົງ ແລະ ອາດພັງລົງເມື່ອຖືກລົມພັດແຮງຈາກພາຍຸລະດູຮ້ອນທີ່ກຳລັງຫຍັບໃກ້ເຂົ້າມາ.

ມັນໃຊ້ເວລາພຽງບໍ່ເທົ່າໃດວິນາທີສຳລັບໂຄງຮ່າງທີ່ຍັງເຫຼືອຢູ່ຂອງຕຶກທີ່ຈະພັງລົງ ຫຼັງຈາກການທຳລາຍໄດ້ເລີ່ມຂຶ້ນປະມານ 10:30 ຕອນຄໍ່າຕາມເວລາໃນທ້ອງຖິ່ນ. ຄວັນຂີ້ຝຸ່ນ ແລະ ຊາກຫັກພັງໄດ້ຟົ້ງຂຶ້ນ ແລະ ໄດ້ປິວຢູ່ເທິງຟ້າຫຼາຍນາທີຫຼັງຈາກນັ້ນ.

ເຈົ້າເມືອງ ໄມອາມີ-ເດດ ທ່ານນາງ ແດນຽລລາ ເລີວີນ ຄາວາ ໄດ້ກ່າວຕໍ່ ອົງການຂ່າວ AP ວ່າ ການລະເບີດໄດ້ເປັນໄປຕາມທີ່ຄາດໄວ້ ແລະ ວ່າທີມນັກຄົ້ນຫາ, ຜູ້ທີ່ໄດ້ຢຸດເຮັດວຽກຊົ່ວຄາວໃນວັນເສົາທີ່ຜ່ານມານັ້ນ, ແມ່ນໄດ້ຮັບອະນຸຍາດໃຫ້ສືບຕໍ່ເຮັດວຽກຢູ່ສະຖານທີ່ຕຶກພັງ.

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສຶກໂລ່ງໃຈເພາະວ່າຕຶກນີ້ແມ່ນບໍ່ໝັ້ນຄົງ. ຕຶກດັ່ງກ່າວໄດ້ຂັດ ຂວາງການປະຕິບັດການຄົ້ນຫາຂອງພວກເຮົາ. ພວກເຮົາໄດ້ຄາຢູ່ ເຊິ່ງພວກເຮົາບໍ່ສາມາດທີ່ຈະເຂົ້າໄປຫາບາງພາກສ່ວນຂອງຊາກຫັກພັງນັ້ນ. ຂ້າພະເຈົ້າໄດ້ຍິນເຂົາເຈົ້າເວົ້າວ່າເຂົາເຈົ້າຄິດວ່າມັນມີຊ່ອງຫວ່າງຢູ່ບໍລິເວນນີ້, ບ່ອນທີ່ເຂົາເຈົ້າບໍ່ສາມາດທີ່ຈະທຳການຄົ້ນຫາ.”

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນໄດ້ເຕືອນປະຊາຊົນຢູ່ໃນບໍລິເວນອ້ອມຮອບຕຶກດັ່ງກ່າວໃຫ້ຢູ່ໃນເຮືອນ ແລະ ປິດປ່ອງຢ້ຽມຂອງເຂົາເຈົ້າໄວ້. ມັນໄດ້ມີການປະຕິບັດການເພີ່ມເຕີມເພື່ອປົກສະຖານທີ່ຕຶກຖະຫຼົ່ມທຳອິດໄວ້ ເພື່ອຮັບປະກັນວ່າຊາກຫັກພັງຈະບໍ່ໄປແຊກແຊງກັບການປະຕິບັດການຄົ້ນຫາ ແລະ ກູ້ໄພຢູ່ທີ່ນັ້ນ.

ຕຶກຄອນໂດສູງ 12 ຊັ້ນໃນເມືອງ ເຊີຟຊາຍດ໌, ທາງພາກເໜືອຂອງເມືອງ ໄມອາມີ, ໄດ້ພັງລົງສ່ວນນຶ່ງໃນວັນທີ 24 ມິຖຸນາທີ່ຜ່ານມາ.

ຕົວເລກຜູ້ເສຍຊີວິດສູງສຸດແມ່ນ 24 ຄົນ, ດ້ວຍ​ 121 ຄົນແມ່ນຍັງບໍ່ຮູ້ຊະຕາກຳ. ຍັງບໍ່ມີໃຜຖືກພົບເຫັນມີຊີວິດ ນັບຕັ້ງແຕ່ການຄົ້ນຫາໃນຊົ່ວໂມງຕົ້ນໆໄດ້ເລີ່ມຂຶ້ນ.

ບັນດາເຈົ້າໜ້າທີ່ແມ່ນກຳລັງຕິດຕາມພາຍຸລະດູຮ້ອນ ແອລຊາ ທີ່ກຳລັງຫຍັບໃກ້ເຂົ້າມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG