ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກພັກເດໂມແຄຣັດ ກວດຕ້ອນເອົາໄຊຊະນະ ໃນການເລືອກຕັ້ງສະພາສູງ ຮອບທີສອງ ຢູ່ລັດຈໍເຈຍ


ຮູບຂອງອາຈານ Raphael Warnock ແລະ ທ່ານ Jon Ossoff ທີ່ສັງກັດພັກເດໂມແຄຣັດ ທີ່ຊະນະການເລືອກຕັ້ງສະພາສູງຮອບສອງໃນລັດຈໍເຈຍ
ຮູບຂອງອາຈານ Raphael Warnock ແລະ ທ່ານ Jon Ossoff ທີ່ສັງກັດພັກເດໂມແຄຣັດ ທີ່ຊະນະການເລືອກຕັ້ງສະພາສູງຮອບສອງໃນລັດຈໍເຈຍ

ທ່ານ ຈອນ ອອສຊັອຟ ທີ່ສັງກັດພັກເດໂມແຄຣັດ ຖືກປະກາດວ່າ ຈະເປັນຜູ້ຊະນະການແຂ່ງຂັນການເລືອກຕັ້ງເປັນສະມາຊິກສະພາສູງສະຫະລັດຂອງທ່ານໃນລັດຈໍເຈຍທາງພາກໃຕ້ຂອງປະເທດໃນຕອນບ່າຍວັນພຸດວານນີ້ໂດຍອົງການຂ່າວເອພີ (AP).

ທ່ານໄດ້ເຂົ້າໄປຢູ່ຮ່ວມກັບອາຈານ ຣາເຟແອລ ວານອກ, ຜູ້ທີ່ຖືກປະກາດວ່າເປັນຜູ້ຊະນະການແຂ່ງຂັນໃນເລືອກຕັ້ງຂອງທ່ານຢູ່ລັດຈໍເຈຍເຊັ່ນກັນ ກ່ອນໜ້ານັ້ນ ໃນວັນພຸດວານນີ້, ຊຶ່ງເຮັດໃຫ້ພັກເດໂມແຄຣັດຂອງພວກເພິ່ນເຂົ້າຄວບຄຸມສະພາສູງສະຫະລັດໄດ້. ພັກເດໂມແຄຣັດຄວບຄຸມສະພາຕໍ່າແລ້ວ, ເຖິງວ່າ ຈະມີຄະແນນໍາໜ້າ ທີ່ຕໍ່າກວ່າສອງປີກ່ອນກໍຕາມ.

ທ່ານອອສຊັອຟ ໄດ້ກາຍເປັນສະມາຊິກສະພາສູງຊາວຢິວຄົນທຳອິດຈາກລັດຈໍເຈຍ, ເຊິ່ງໃນເມື່ອກ່ອນເຄີຍເປັນລັດນຶ່ງທີ່ຢູ່ໃນກຸ່ມສະຫະພັນລັດພາກໃຕ້ທີ່ຢາກແຍກປະເທດນັ້ນ. ໂດຍມີອາຍຸ 33 ປີ ທ່ານຈະເປັນສະມາຊິກສະພາສູງທີ່ໜຸ່ມທີ່ສຸດຂອງສະຫະລັດ. ທ່ານໄດ້ຮັກສາຄະແນນນຳໜ້າທີ່ສູສີກັນກັບທ່ານເດວິດ ເພີດູ ຜູ້ທີ່ມາຈາກພັກຣີພັບບລິກັນທີ່ການດໍາລົງຕໍາແໜ່ງນຶ່ງສະໄໝເປັນເວລາ 6 ປີຂອງທ່ານຈະສິ້ນສຸດລົງ ໃນວັນອາທິດຈະມາເຖິງນີ້. ທ່ານອອສຊັອຟ, ອະດີດຜູ້ຊ່ວຍໃນລັດຖະສະພາ ແລະຜູ້ຜະລິດຮູບເງົາສາລະຄະດີ ໄດ້ຄວ້າເອົາໄຊຊະນະໃນຕອນເຊົ້າວັນພຸດວານນີ້ ກ່ອນທີ່ອົງການຂ່າວ AP ແລະອົງການຂ່າວອື່ນໆ ຈະປະກາດວ່າ ທ່ານເປັນຜູ້ຊະນະການເລືອກຕັ້ງ.

ໄຊຊະນະຂອງທ່ານໄດ້ເຮັດໃຫ້ພັກເດໂມແຄຣັດ ເຂົ້າຄວບຄຸມລັດຖະສະພາໄດ້ຢ່າງເຕັມສ່ວນ ຊຶ່ງຮັບປະກັນໃຫ້ປະທານາທິບໍດີ ໂຈ ໄບເດັນ ແລະສະມາຊິກສະພາຈາກພັກເດໂມແຄຣັດສາມາດຮັບຮອງເອົານະໂຍບາຍທາງນິຕິບັນຍັດຂອງພວກເພິ່ນໄດ້ງ່າຍຂຶ້ນ.

ທ່ານວານອກ ໄດ້ກາຍເປັນສະມາຊິກສະພາສູງສະຫະລັດຄົນຜິວດໍາຜູ້ທຳອິດຈາກລັດຈໍເຈຍ.

ທ່ານເປັນທ່ານວານອກ, ອາຈານອະວຸໂສຂອງໂບດນິກາຍແບັບຕີສ ອີເບນນີເຊີ (Ebenezer) ໃນນະຄອນແອັດແລນຕາ ຊຶ່ງເປັນໂບດທີ່ຄັ້ງນຶ່ງເຄີຍຖືກນຳພາໂດຍຜູ້ນຳດ້ານສິດທິພົນລະເຮືອນ, ທ່ານມາຕິນ ລູເຕີ ຄິງ ຈູເນຍ (Martin Luther King Jr.) ໄດ້ຊະນະສະມາຊິກສະພາສູງຈາກພັກຣີພັບບລິກັນ, ທ່ານນາງ ແຄລລີ ເລີຟເຟລີ (Kelly Loeffler) ໃນການແຂ່ງຂັນທີ່ຖືກປະກາດໂດຍອົງການຄົ້ນຄວ້າ ເອດິສັນ (Edison) ແລະອົງການຂ່າວເອພີ (AP) ໃນຕອນເຊົ້າວັນພຸດວານນີ້ ຫລັງຈາກຜູ້ສະໝັກດັ່ງກ່າວປ່ຽນກັນມີຄະແນນນຳໜ້າໃນຄືນວານນີ້. ທ່ານວານອກ ແລະ ທ່ານອອສຊັອຟ ຕ້ອງການມີຜູ້ປ່ອນບັດລົງຄະແນນສຽງຢ່າງຫລວງຫລາຍຈາກບັນດາຜູ້ມີສິດເລືອກຕັ້ງ ທີ່ເປັນຊາວອາເມຣິກັນເຊື້ອສາຍຟຣິກາ ຄືກັນກັບທ່ານໄບເດັນໃນສອງເດືອນທີ່ຜ່ານມາ, ໃນເວລາທີ່ຄວາມນິຍົມຊົມຊອບຕໍ່ທ່ານຈາກຜູ້ປ່ອນບັດເລືອກຕັ້ງຊາວຜິວດຳ ແລະກຸ່ມອື່ນໆ ເຮັດໃຫ້ທ່ານສາມາດຄວ້າເອົາຄະແນນສຽງຈາກຜູ້ແທນເລືອກຕັ້ງຂອງລັດຈໍເຈຍ 16 ຄະແນນ ໂດຍໄດ້ຄະແນນລື່ນເກືອບຮອດ 12,000 ຄະແນນຈາກ 5 ລ້ານບັດລົງຄະແນນສຽງທີ່ຖືກປ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG