ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກເດໂມແຄຣັດ ຊະນະການເລືອກຕັ້ງ ສະພາສູງ ສະຫະລັດ ຂັ້ນຊີ້ຂາດທີ່ສຳຄັນ ໃນລັດ ຈໍເຈຍ ແຕ່ການແຂ່ງຂັນແຫ່ງທີສອງ ແມ່ນຍັງຕັດສິນບໍ່ໄດ້


ຜູ້ລົງແຂ່ງຂັນເອົາຕຳແໜ່ງສະພາສູງລັດ ຈໍເຈຍ ອາຈານສອນສາສະໜາ ທ່ານ ຣາຟາແອລ ວໍນັອກ ລົມກັບຜູ້ສະໜັບສະໜູນ, ເມືອງ ມາຣຽດຕາ, ລັດ ຈໍເຈຍ. 5 ມັງກອນ, 2021.
ຜູ້ລົງແຂ່ງຂັນເອົາຕຳແໜ່ງສະພາສູງລັດ ຈໍເຈຍ ອາຈານສອນສາສະໜາ ທ່ານ ຣາຟາແອລ ວໍນັອກ ລົມກັບຜູ້ສະໜັບສະໜູນ, ເມືອງ ມາຣຽດຕາ, ລັດ ຈໍເຈຍ. 5 ມັງກອນ, 2021.

ການຄວບຄຸມສະພາສູງ ສະຫະລັດ ແມ່ນຍັງບໍ່ເປັນທີ່ຮູ້ຈັກຢ່າງແນ່ນອນເທື່ອໃນວັນພຸດມື້ນີ້ ດ້ວຍຜົນຄະແນນຂອງນຶ່ງໃນການເລືອກຕັ້ງຂັ້ນຊີ້ຂາດສອງແຫ່ງໃນລັດ ຈໍເຈຍ ທາງພາກໃຕ້ຂອງສະຫະ ລັດ ແມ່ນຍັງໄວໂພດທີ່ຈະທຳການຕັດສິນໄດ້.

ພັກເດໂມແຄຣັດ ແມ່ນໄດ້ຫຍັບໃກ້ເຂົ້າທີ່ຈະໄດ້ຮັບການຄວບຄຸມສະພາດັ່ງກ່າວ ດ້ວຍອາຈອນສອນສາສະໜາ ທ່ານ ຣາຟາແອລ ວໍນັອກ ຄາດວ່າຈະຊະນະສະມາຊິກສະພາສູງທ່ານນາງ ແຄລລີ ເລັຟເລີ ໃນນຶ່ງຂອງການເລືອກຕັ້ງວັນອັງຄານວານນີ້.

ອົງການສື່ມວນຊົນ ສະຫະລັດ ໄດ້ລາຍງານການແຂ່ງຂັນ ໂດຍທ່ານ ວໍນັອກ ນຳໜ້າທ່ານນາງ ເລັຟເລີ ດ້ວຍ 40,000 ກວ່າຄະແນນສຽງ ແລະ ທຸກບັດ ແມ່ນເກືອບນັບໝົດແລ້ວ.

ທ່ານ ວໍນັອກ ໄດ້ກ່າວໃນຂໍ້ຄວາມນຶ່ງຕໍ່ຜູ້ສະໜັບສະໜູນຂອງທ່ານໃນວັນອັງຄານວານນີ້ວ່າ “ພວກເຮົາຖືກບອກວ່າພວກເຮົາຈະບໍ່ສາມາດຊະນະການເລືອກຕັ້ງນີ້, ແຕ່ໃນຄືນນີ້ພວກເຮົາໄດ້ພິສູດໃຫ້ເຫັນວ່າດ້ວຍຄວາມຫວັງ, ການເຮັດວຽກໜັກ ແລະ ປະຊາຊົນຢູ່ຄຽງຂ້າງພວກເຮົາ, ທຸກຢ່າງແມ່ນມີຄວາມເປັນໄປໄດ້.”

ໃນການເລືອກຕັ້ງແຫ່ງທີສອງ, ທ່ານ ຈອນ ອອສຊັອຟ ສັງກັດພັກເດໂມແຄຣັດ, ຜູ້ຜະລິດລາຍ ການສາລະຄະດີໂທລະພາບ, ໄດ້ມີຄະແນນນຳໜ້າປະມານ 4,000 ຄະແນນຕໍ່ທ່ານ ເດວິດ ເພີດູ ສັງກັດພັກຣີພັບບລີກັນ, ຜູ້ທີ່ພະຍາຍາມແຂ່ງຂັນເອົາຕຳແໜ່ງເປັນສະໄໝທີສອງ.

ກ່ອນການລົງຄະແນນສຽງຂອງວັນອັງຄານວານນີ້, ພັກຣີພັບບລີກັນ ຄວບຄຸມສະພາສູງທີ່ມີ 100 ບ່ອນນັ່ງດ້ວຍຄວາມໄດ້ປຽບ 50 ຕໍ່ 48 ບ່ອນນັ່ງ, ເຊິ່ງຕ້ອງການຊະນະພຽງການແຂ່ງຂັນແຫ່ງດຽວ ເພື່ອທີ່ຈະຮັກສາສຽງສ່ວນຫຼາຍຂອງເຂົາເຈົ້າໄວ້ ແລະ ຈະເຮັດໜ້າທີ່ເປັນກຳແພງປ້ອງກັນຕໍ່ຂໍ້ສະ ເໜີທາງນິຕິບັນຍັດຂອງຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ຫຼັງຈາກທ່ານໄດ້ສາບານຕົວເຂົ້າດຳລົງຕຳແໜ່ງໃນວັນທີ 20​ ມັງກອນນີ້.

ດ້ວຍໄຊຊະນະຂອງທ່ານ ວໍນັອກ, ການຊະນະຂອງທ່ານ ອອສຊັອຟ ຈະເຮັດໃຫ້ພັກເດໂມແຄຣັດມີສຽງ 50-50 ເທົ່າກັບພັກຣີພັບບລີກັນ ແລະ ເປັນໂອກາດສຳລັບຜູ້ທີ່ຖືກເລືອກເປັນຮອງປະທານາທິ ບໍດີຄົນໃໝ່ ທ່ານນາງ ຄາມາລາ ແຮຣິສ, ຜູ້ທີ່ຈະສາມາດປະທານການດຳເນີນການໃນສະພາສູງເວລາທີ່ທ່ານນາງ ລືອກນັ້ນ, ຈະປ່ອນບັດຄະແນນສຽງຕັດສິນ ເພື່ອສະໜັບສະໜູນພັກເດໂມ-
ແຄຣັດ.

ພັກເດໂມແຄຣັດ ແມ່ນໄດ້ຄວບຄຸມສະພາຕໍ່າດ້ວຍສຽງສ່ວນຫຼາຍຢ່າງຫວຸດຫວິດຢູ່ແລ້ວ. ດ້ວຍການຄອບຄຸມທັງສອງສະພານັ້ນ, ທ່ານ ໄບເດັນ ມີຄວາມເປັນໄປໄດ້ວ່າ ຈະສະເໜີຂໍ້ສະເໜີທີ່ເດັດຂາດກວ່າເກົ່າ ເພື່ອເສີມຂະຫຍາຍປະກັນສຸຂະພາບໃນ ສະຫະລັດ, ຮັດກຸມການຄວບຄຸມສິ່ງແວດ ລ້ອມທີ່ຖືກຜ່ອນຄາຍໃນລະຫວ່າງການດຳລົງຕຳແໜ່ງສີ່ປີຂອງປະທານາທິບໍດີ ດໍໂນລ ທຣຳ ແລະ ພະຍາຍາມທີ່ຈະເຮັດໃຫ້ຄົນເຂົ້າເມືອງໄດ້ຮັບສັນຊາດ ສະຫະລັດ ງ່າຍຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG