ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ປະ​ຕິ​ຍານ​ ວ່າ​ຈ​ະ​ປົກ​ປ້ອງ​ ການ​ສືບ​ສວນ​ສອບ​ສວນ ຂອງ​ທ່ານ ມອ​ລ​ເລີ


ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມອ​ລ​ເລີ ຍ່າງ​ອອກ​ຈາກ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ.
ໄອ​ຍະ​ການ​ພິ​ເສດ ທ່ານ ໂຣ​ເບີດ ມອ​ລ​ເລີ ຍ່າງ​ອອກ​ຈາກ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ຮິ​ລ.

ບັນ​ດາສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຄົນ​ສຳ​ຄັນ​ ໄດ້​ປະ​ຕິ​ຍານ
ໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າຈະພະຍາຍາມປ້ອງກັນການສືບສວນສອບ
ສວນ ກ່ຽວກັບ ການໂຄສະນາຫາສຽງຂອງປະທານາທິບໍດີ ທຣຳ ທີ່ເຊື່ອມໂຍງກັບ ຣັດ
ເຊຍ ໃນປີ 2016 ຈາກການເຂົ້າມາແຊກແຊງໂດຍຜູ້ວ່າການແທນລັດຖະມົນຕີຍຸຕິທຳ
ຄົນໃໝ່ ທ່ານ ແມັດທິວ ວິດເທັກເກີ, ຜູ້ທີ່ມັກຈະໂຈມຕີການສືບສວນດັ່ງກ່າວ ກ່ອນທີ່
ທ່ານ ທຣຳ ຈະແຕ່ງຕັ້ງໃຫ້ທ່ານເປັນຜູ້ຄວບຄຸມນັ້ນ.

ຜູ້​ນຳ​ສະ​ພາ​ສູງ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຈັກ ຊູ​ເມີ​ກ່າວ​ວ່າ ທ່ານ​ຈະ​ພະ​ຍາ​ຍາມ​ຕິ​ດ​ຂັດ ​
ນິຕິບັນຍັດ ກັບຮ່າງກົດໝາຍງົບປະມານ ການໃຊ້ຈ່າຍລັດຖະບານທີ່ຕ້ອງໄດ້ຖືກຮັບ
ຜ່ານໃນເດືອນໜ້າ ເພື່ອບໍ່ໃຫ້ລັດຖະບານບາງສ່ວນ ຖືກປິດລົງ ທີ່ຮຽກຮ້ອງໃຫ້ອະນຸ
ຍາດ ການສືບສວນສອບສວນ ຂອງໄອຍະການພິເສດ ທ່ານ ໂຣເບີດ ມອລເລີ ໃຫ້
ແລ້ວສຳເລັດໂດຍບໍ່ໃຫ້ມີການຂັດຂວາງ.

ທ່ານ ຊູ​ເມີ ໄດ້​ກ່າວ​ຕໍ່​ເຄືອ​ຂ່າຍ​ໂທ​ລະ​ພາບ CNN ວ່າ “ມັນ​ບໍ່​ມີ​ເຫດ​ຜົນ​ທີ່​ວ່າ ນິ​ຕິ​ບັດ​
ຍັດດັ່ງກ່າວ ບໍ່ຄວນໄດ້ຮັບການອະນຸມັດ.” ຜູ້ນຳສະມາສູງສັງກັດພັກຣີພັບບລີກັນ
ທ່ານ ມິຈ໌ ແມັກຄັອນໂນລ ໄດ້ຄັດຄ້ານ ນິຕິບັນຍັດຝ່າຍດຽວ ເພື່ອປົກປ້ອງທ່ານ ມອລ
ເລີ ນັ້ນ, ໂດຍເວົ້າວ່າ ທ່ານບໍ່ມີເຫດຜົນໃດໆທີ່ຈະເຊື່ອວ່າ ທ່ານ ທຣຳ ຈະໄລ່ທ່ານ
ມອລເລີ ອອກ, ເຖິງແມ່ນຜູ້ນຳ ສະຫະລັດ ຈະມັກຕຳນິ ການສືບສວນສອບສວນນັ້ນ
ວ່າເປັນ “ການຫາຈັບຜິດ” ກໍຕາມ, ເຊິ່ງແມ່ນທັດສະນະຄະຕິທີ່ຖືກກ່າວຊ້ຳໂດຍທ່ານ
ວິເທັກເກີ.

ທ່ານ ຊູ​ເມີ ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ, “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ
ຫຼາຍພໍ ຜູ້ທີ່ຈະສະໜັບສະໜູນພວກເຮົາ” ໃນການເພີ່ມມາດຕະການປົກປ້ອງທ່ານ
ມອລເລີ ໃນຮ່າງກົດໝາຍງົບປະມານ. ທ່ານ ຊູເມີ ໄດ້ເວົ້າວ່າ ນິຕິບັນຍັດທ່ານ ມອລ
ເລີ ແມ່ນມີຄວາມຕ້ອງການ ເພາະວ່າ “ມັນມີທຸກເຫດຜົນທີ່ຈະເຊື່ອວ່າ ມັນຈະມີການ
ເຂົ້າມາແຊກແຊງ” ໂດຍທ່ານ ວິດເທັກເກີ, ຜູ້ທີ່ທ່ານໄດ້ເອີ້ນວ່າ “ລຳອຽງຢ່າງຮຸນແຮງ.”

ສະ​ມາ​ຊິກ​ສະ​ພາ​ຕ່ຳ​ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ເຈີ​ໂຣ​ລ ແນດ​ເລີ (Jerrold
Nadler), ເຊິ່ງມີກຳນົດຈະກາຍເປັນ ປະທານຂອງຄະນະກຳມະການ ຕຸລາການສະ
ພາຕ່ຳ ເມື່ອພັກເດໂມແຄຣັດ ເຂົ້າຄວບຄຸມສະພາຕ່ຳໃນເດືອນມັງກອນນັ້ນ ໄດ້ກ່າວ
ວ່າ ພາລະກິດອັນທຳອິດຂອງຄະນະກຳມະການຫຼັງຈາກນັ້ນ ຈະເປັນການເອີ້ນທ່ານ
ວິດເທັກເກີ ມາໃຫ້ປາກຄຳດ້ວຍໝາຍສານ, ຖ້າມີຄວາມຈຳເປັນ, ກ່ຽວກັບ “ການກ່າວ
ຕໍ່ຕ້ານການສືບສວນສອບສວນຂອງທ່ານ”.

ທ່ານ ແນດ​ເລີ ໄດ້​ເອີ້ນ​ທ່ານ ວິດ​ເທັກ​ເກີ​ ວ່າ ເປັນ “ຄົນ​ຮັບ​ໃຊ້​ທາງ​ການ​ເມືອງ​ຢ່າງ​ແທ້​
ຈິງ” ແລະ ໄດ້ກ່າວວ່າ ຜູ້ທີ່ຖືກທ່ານ ທຣຳ ແຕ່ງຕັ້ງນັ້ນ “ແມ່ນນັກສັງຫານມືອາຊີບ ທີ່ບໍ່
ມີຄຸນນະສົມບັດເໝາະສົມຢ່າງສິ້ນເຊີງ ຜູ້ທີ່ຈະທຳລາຍການສືບສວນສອບສວນນັ້ນ.”

ທີ່​ປຶກ​ສາ​ຂອງ​ທ່ານ ທ​ຣຳ, ທ່ານ​ນາງ ແຄ​ລ​ລີ​ແອນ ຄອນ​ເວ ໄດ້​ປະ​ຕິ​ເສດ​ບັນ​ຫາ
ກ່ຽວກັບ ຄຳເຫັນຂອງທ່ານ ວິດເທັກເກີ ໃນອະດີດ ກ່ຽວກັບ ການສືບສວນຂອງທ່ານ
ມອລເລີ, ໂດຍເວົ້າວ່າ, “ຂ້າພາເຈົ້າບໍ່ເຫັນຫຼັກຖານຫຍັງ” ທີ່ວ່າທ່ານ “ຮູ້ຈັກທຸກຢ່າງ
ໃນການສືບສວນສອບສວນຂອງທ່ານ ມອລເລີ ທີ່ກຳລັງດຳເນີນຢູ່ນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG