ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ. ຊຸມ​ເມີ ​​ຂໍຮ້ອງ​ ອົງ​ການກວດ​ສອບ ​ກ.​ຊ. ​ປ້ອງ​ກັນ​ປະ​ເທດ ທຳ​ການ​ສືບ​ສວນ ຕໍ່ການ​ແກ້​ແຄ້ນ​ຄືນ ໃນ​ເລື້ອງ​ຟ້ອງ​ຮ້ອງ ປ. ທ​ຣຳ


ທ່ານ Chuck Schumer, ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດຢູ່​ໃນ​ສະ​ພາ​ສູງ ລົມ​ກັບ​ພວກ​ນັກ​ຂ່າວ​ພາຍ​ຫລັງ​ທີ່ອອກ​ຈາກ​ຕຶກ​ຫ້ອງ​ການ​ສະ​ພາ​ສູງ ຢູ່​ໃນຫ້ອງ​ການ​ຂອງ​ລັດ​ຖະ​ສາ​ພາ​ໄປ, ວັນ​ທີ 3 ກຸມ​ພາ, 2020
ທ່ານ Chuck Schumer, ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດຢູ່​ໃນ​ສະ​ພາ​ສູງ ລົມ​ກັບ​ພວກ​ນັກ​ຂ່າວ​ພາຍ​ຫລັງ​ທີ່ອອກ​ຈາກ​ຕຶກ​ຫ້ອງ​ການ​ສະ​ພາ​ສູງ ຢູ່​ໃນຫ້ອງ​ການ​ຂອງ​ລັດ​ຖະ​ສາ​ພາ​ໄປ, ວັນ​ທີ 3 ກຸມ​ພາ, 2020

ທ່ານຈຊັກ ​ຊຸມ​ເມີ (Chuck Schumer), ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດຢູ່​ໃນ​ສະ​ພາ​ສູງ ​ໃນ​ວັນ​ຈັນ​ວານນີ້ ໄດ້​ຂໍຮ້ອງອົງ​ການກວດ​ສອບ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດໃຫ້ທຳ​ການ​ສືບ​ສວນ​ ຕໍ່ສິ່ງທ່ານ​ເວົ້າ​ວ່າ ການ​ແກ້​ແຄ້ນ​ຄືນ "ທີ່​ໜ້າ​ອັບ​ອາຍ" ແລະ "ຜິດ​ກົດ​ໝາຍ" ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານດໍ​ໂນ​ລ ທ​ຣຳ ຕໍ່​ພະ​ຍານ​ຄົນ​ນຶ່ງທີ່ໄປ​ໃຫ້​ການ ​ກ່ຽວ​ກັບ​ທ່ານ​ ຢູ່​ໃນ​ການຮັບ​ຟັງ​ຄຳ​ໃຫ້​ການ ​ໃນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ ໃນ​ປີ​ກາຍນີ້.

ທ່ານ ຊຸມ​ເມີ (Schumer) ໄດ້ຂໍຮ້ອງ​ຜູ້ກວດ​ກາ​ທົ່ວ​ໄປ 74 ທ່ານຢູ່​ທົ່ວ​ລັດ​ຖະ​ບານ​ໃຫ້​ທຳ​ການ​ສືບ​ສວນ​ຕໍ່​ການ​ແກ້​ແຄ້ນ​ໃດໆ ຕໍ່​ພະ​ນັກ​ງານ​ລັດ​ຖະ​ບານ​ກາງທີ່​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ກະ​ທຳ​ຜິດ​ຂອງ​ຄະ​ນະ​ລັດ​ຖະ​ບານທ່ານທ​ຣຳ ແຕ່​ວ່າ ກໍ​ໄດ້ເວົ້າ​ຢ່າງເຈາະ​ຈົງ​ເຖິງການທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ປົດ​ພັນໂທກອງ​ທັບ​ບົກ ອາ​ເລັກ​ແຊນ​ເດີ ວິນ​ດ໌​ແມນ (Alexander Vindman) ທີ່​ເປັນ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ປະ​ເທດ​ຢູ​ເຄ​ຣນ​ຢູ່​ໃນ​ສະ​ພາຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢູ່​ໃນ​ທຳ​ນຽບ​ຂາວ ນັ້ນອອກ​ຈາກ​ຕຳ​ແໜ່ງ. ທ່ານ ວິນ​ດ໌​ແມນ​ໄດ້​ໃຫ້​ການ​ກ່ຽວ​ກັບ​ທ່ານທ​ຣຳຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ ຂອງການ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີຢູ່ໃນ​ສະ​ພາ​ຕ່ຳ ທີ່​ພາ​ໃຫ້​ມີ​ການ​ຮັບ​ຮອງ​ເອົາການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ 2 ກະ​ທົງເຖິງ​ແມ່ນ​ວ່າ ທ່ານທ​ຣຳ​ໄດ້​ຖືກຖືກ​ຕັດ​ສິນ​ໃຫ້​ພົ້ນ​ໂທດ​ໃນ​ອາ​ທິດ​ແລ້ວນີ້ ພາຍ​ຫລັງທີ່​ມີ​ການ​ດຳ​ເນີນ​ຄະ​ດີ​ທີ່​ແກ່​ຍາວ​ໄປ 3 ອາ​ທິດຢູ່​ໃນ​ສະ​ພາ​ສູງນັ້ນກໍ​ຕາມ.

ໃນ​ເວ​ລາອັນ​ສັ້ນໆ ກ່ອນ​ຈະປົດ​ທ່ານວິ​ນ​ດ໌​ແມນ​ອອກຈາກ​ຕຳ​ແໜ່ງນັ້ນທ່ານທ​ຣຳ ຖືກ​ຖາມ​ກ່ຽວ​ກັບ​ສະ​ຖາ​ນະ​ພາບ​ຂອງ​ທ່ານວິ​ນ​ດ໌​ແມນ ຊຶ່ງ​ທ່ານ​ກໍຕອບ​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ດີ​ໃຈ​ກັບ​ລາວ. ເຈົ້າ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຄວນ​ມີ​ຄວາມ​ດີ​ໃຈ​ກັບ​ລາວ​ຊັ້ນ​ບໍ? ຂ້າ​ພະ​ເຈົ້າບໍ່​ດີ​ໃຈເລີຍ."

​ທ່ານວິ​ນ​ດ໌​ແມນ ໄດ້​ໃຫ້​ການ​ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານຕໍ່ຄຳ​ຂໍ​ຮ້ອງ​ຂອງ​ທ່ານ​ທ​ຣຳໃນ​ທ້າຍ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາທີ່ໃຫ້​ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດິ​ເມຍ ເຊ​ເລນ​ຊະ​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣນ​ ​ທຳ​ການ​ສືບ​ສວນ​ຕໍ່​ຄູ່​ແຂ່ງ​ທີ່​ສຳ​ຄັນ​ຂອງ​ທ່ານ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຢູ່​ໃນການ​ເລືອກ​ຕັ້ງ​ປີ 2020 ທ່ານ​ນຶ່ງ ຊຶ່ງ​ກໍ​ຄື​ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ (Joe Biden), ​ການ​ເຮັດ​ວຽກ ທີ່​ສ້າງ​ລາຍ​ຮັບຢ່າງ​ຫລວງ​ຫລາຍ ຂອງລູກ​ຊາຍ​ທ່ານ, ຄືທ່ານຮັນ​ເຕີ ໄບ​ເດັນ (Hunter Biden) ຢູ່​ໃນ​ບໍ​ລິ​ສັດ​ອາຍ​ແກັ​ສ​ແຫ່ງ​ນຶ່ງ​ຂອງຢູ​ເຄຣນ ແລະ​ທິດ​ສະ​ດີ​ທີ່ບໍ່​ມີ​ຫລັກ​ຖານ​ຕົວ​ຈິງ​ທີ່​ເວົ້າ​ວ່າ ຢູ​ເຄ​ຣນ​ເປັນ​ຜູ້​ແຊກ​ແຊງ​ເຂົ້າ​ໃນ​ການເລືອກ​ຕັ້ງ​ໃນ​ປີ 2016 ຂອງ​ສະ​ຫະ​ລັດ ທີ່​ບ່ອນ​ທຳ​ລາຍ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ​ນັ້ນ. ຄຳ​ຮ້ອງ​ຂອງ​ທ່ານ​ທ​ຣຳມີ​ຂຶ້ນ​ຢູ່​ໃນ​ເວ​ລາ​ດຽວ​ກັນ​ກັບ​ຕອນ​ທີ່​ທ່ານ​ໄດ້​ກັກ​ເງິນ​ຊ່ວຍ​ເຫລືອ​ທາງ​ທະ​ຫານ ຈຳ​ນວນ 391 ລ້ານ​ໂດ​ລາ ​ທີ່​ກີ​ຢິບຢາກ​ໃຊ້​ເພື່ອ​ຊ່ວຍ​ໃນ​ການຕໍ່​ສູ້ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນຣັດ​ເຊຍ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນນັ້ນ.

ພ້ອມ​ກັນ​ນັ້ນ, ທ່ານ​ທ​ຣຳ​ຍັງ​ໄດ້​ປົດ​ທ່ານຢູ​ຈີນ ວິນ​ດ໌​ແມນ, ນ້ອງ​ຊາຍທີ່​ເປັນ​ຝາ​ແຝດຂອງທ່ານວິນ​ດ໌​ແມນຊຶ່ງ​ເປັນ​ນາຍ​ພັນ​ໂທກອງ​ທັບ​ບົກ​ຄື​ກັນ ແລະ​ເປັນ​ທະ​ນາຍ​ຄວາມ​ດ້ານຈັນ​ຍາ​ບັນ​ທ່ານ​ນຶ່ງຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ນັ້ນ ອອກ​ຈາກ​ຕຳ​ແໜ່ງ​ເຊັ່ນ​ກັນ, ໂດຍ​ທີ່ໃຫ້​ທັງ​ສອງ​ຄົນ​ເຂົາ​ເຈົ້າ​ ກັບ​ຄືນ​ໄປ​ຢູ່​ໃນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງໃນ​ວັນ​ສຸກ​ແລ້ວນີ້ ທ່ານ ທ​ຣຳ ກໍ​ໄດ້​ປົດ​ທ່ານ ກໍ​ດອນ ຊັນ​ແລນ (Gordon Sondland) ຜູ້ທີ່​ໄດ້​ເອົາ​ເງິນ 1 ລ້ານ​ໂດ​ລາ ​ບໍ​ລິ​ຈາກ​ໃຫ້​ແກ່ການ​ເຮັດ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ​ທ​ຣຳ​ໃນ​ປີ 2017 ອອກ​ຈາກ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດຖະ​ທູດ​ຂອງ​ສະ​ຫະ​ລັດ​ປະ​ຈຳ​ສະ​ຫະ​ພາບ ​ຢູ​ໂຣບ ​ຢູ່​ໃນ​ນະ​ຄອນ ບ​ຣັ​ສ​ເຊິ​ລ​ສ໌. ທ່ານ ຊັນ​ແລນ (Sondland) ໄດ້​ເຮັດ​ໃຫ້​ທ່ານທ​ຣຳ​ເກີດ​ຄວາມ​ໂກດ​ແຄ້ນ ໂດຍ​ການ​ໄປ​ໃຫ້​ຄຳ​ໃຫ້​ການ​ວ່າທ່ານ ​ທ​ຣຳ ໄດ້​ມີ​ການຕັ້ງ​ຂໍ້​ແມ້ ​ໃຫ້​ມີ​ການ​ແລກ​ປ່ຽນ​ກັນ​ກັບ​ຢູ​ເຄ​ຣນ ໂດຍ​ໄດ້​ງັດ​ການ​ພົບ​ປະ​ກັນຢູ່​ໃນ​ທຳ​ນຽບ​ຂາວ​ທີ່​ທ່ານ ເຊ​ເລນ​ຊ​ກີ​ຢາກ​ພົບນັ້ນ ບໍ່​ໃຫ້​ມີຈົນ​ກວ່າ ວ່າ ທ່ານໄດ້ປະ​ກາດ​ວ່າ​ຈະ​ທຳ​ການ​ສືບ​ສວນ​ທ່ານ​ໄບ​ເດັນ​ກ່ອນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

XS
SM
MD
LG