ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຈາກ ໄດ້ພົບປະ ກັບ ປ. ທຣຳ ບັນດາຜູ້ນຳ ພັກເດໂມແຄຣັດ ໄດ້ຕົກລົງ ໃນເລື່ອງ DACA

ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່, ຈາກຊ້າຍ, ຜູ້ນຳສຽງສ່ວນນ້ອຍ ຂອງສະພາສູງ ທ່ານ Mitch McConnell, ສັງກັດພັກຣີພັບບລີກັນ ຈາກລັດ Kentucky, ຜູ້ນຳສຽງສ່ວນນ້ອຍ ສະມາຊິກສະພາສູງ ທ່ານ Chuck Schumer, ສັງກັດພັກເດໂມແຄຣັດ ຈາກລັດ New York, ແລະ ຜູ້ນຳສຽງສ່ວນນ້ອຍ ຂອງສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ Nancy Pelosi, ຈາກລັດ California, ໃນລະຫວ່າງກອງປະຊຸມ ກັບບັນດາຜູ້ນຳ ຂອງລັດຖະສະພາ ຢູ່ໃນຫ້ອງການຮູບຊົງໄຂ່ ຫຼື Oval Office ຂອງທຳນຽບຂາວ, ວັນທີ 6 ກັນຍາ 2017.

ບັນດາຜູ້ນຳ ພັກເດໂມແຄຣັດ ​ໃນສະພາຕ່ຳ ແລະ ສະພາສູງ ສະຫະລັດ ໄດ້ກ່າວໃນ
ວັນພຸດວານນີ້ ວ່າ ພວກເພິ່ນ ໄດ້ຕົກລົງເຫັນດີ ກັບປະທານາທິບໍດີ ດໍໂນລ ທຣຳ ທີ່ຈະ
ຮັບ​ຜ່ານ​ຮ່າງ​ກົດ​ໝາຍ ປົກປ້ອງພວກເດັກນ້ອຍ ຜູ້ທີ່ເຂົ້າມາໃນປະເທດໂດຍຜິດກົດໝາຍ
ນັ້ນ ຢ່າງວ່ອງໄວ ໃນຂະນະທີ່ ຍັງກຳລັງພິຈາລະນາ ກ່ຽວກັບ ມາດຕະການຮັກສາຄວາມ
ປອດໄພຢູ່ຊາຍແດນ ທີ່ຈະບໍ່ຮວມທັງ ກຳແພງ ຢູ່ຕາມຊາຍແດນ ລະຫວາງ ສະຫະລັດ
ແລະ ເມັກຊິໂກ.

ຜູ້ນຳສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານນາງ Nancy Pelosi ແລະ ຜູ້ນຳສະພາສູງ
ສັງກັດພັກເດໂມແຄຣັດ ທ່ານ Chuck Schumer ໄດ້ກ່າວຢູ່ໃນຖະແຫລງການຮ່ວມ ວ່າ
ຂໍ້ຕົກລົງ ໄດ້ມີຂຶ້ນ ຢູ່ໃນກອງປະຊຸມທີ່ເພັ່ງເລັງໃສ່ ໂຄງການທີ່ຮູ້ຈັກກັນ​ໃນ​ຊື່ ​ໂຄງການ
ປົກ​ປ້ອງ ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ ຫຼື DACA.

ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ສິງຫາ 2017.
ໂຄສົກທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວໃນລະຫວ່າງ ກອງປະຊຸມ ຖະແຫລງຂ່າວປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ສິງຫາ 2017.

ໂຄສົກຂອງທ່ານປະທານາທິບໍດີ ທຣຳ ທ່ານນາງ Sarah Huckabee Sanders ໄດ້
ໃຫ້ການປະເມີນ ກ່ຽວ​ກັບຜົນສະຫລຸບ ທີ່ໄດ້ບັນລຸຢູ່ ທີ່ກອງປະຊຸມນັ້ນ ແຕກຕ່າງອອກໄປ.

ທ່ານນາງ Sanders ໄດ້ຂຽນລົງໃນ Twitter ວ່າ “ໃນຂະນະທີ່ເລື່ອງ DACA ແລະ
ການ ຮັກສາຄວາມປອດໄພຢູ່ຊາຍແດນ ໄດ້ຖືກນຳຂຶ້ນມາປຶກສາຫາລືກັນ ໂດຍຍົກ
ເວັ້ນ ກຳແພງແມ່ນເປັນທີ່ແນ່ນອນ ບໍ່ໄດ້ຕົກລົງກັນ.”

ພວກຄົນທີ່ສະໜັບສະໜູນ ໂຄງການ ປົກ​ປ້ອງ ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ ຫຼື DACA ພາກັນປະທ້ວງຢູ່ດ້ານໜ້າ ຂອງທຳນຽບຂາວ, ວັນທີ 9 ກັນຍາ 2017.
ພວກຄົນທີ່ສະໜັບສະໜູນ ໂຄງການ ປົກ​ປ້ອງ ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ ຫຼື DACA ພາກັນປະທ້ວງຢູ່ດ້ານໜ້າ ຂອງທຳນຽບຂາວ, ວັນທີ 9 ກັນຍາ 2017.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ໄດ້ອະທິບາຍ ເຖິງການເຈລະຈາ ກັບ ທ່ານ Schumer ​ແລະທ່ານນາງ Pelosi ກ່ຽວກັບການປະຕິຮູບພາສີ ການຮັກສາຄວາມປອດໄພຢູ່ຊາຍ
ແດນ DACA ແລະ ການຄ້າ ນັ້ນວ່າ “ເປັນບາດກ້າວທີ່ດີ” ໄປຫາຄວາມໝັ້ນໝາຍ ຂອງ
ທ່ານທຣຳ ຕໍ່ບັນຫາຕ່າງໆ ຂອງທັງສອງພັກການເມືອງ ແລະ ໄດ້ກ່າວຕື່ມວ່າ ລັດຖະບານ
“ຍິນດີທີ່ຈະສືບຕໍ່ປຶກສາຫາລືກັບ ບັນດາຜູ້ນຳ ຂອງທັງສອງພັກການເມືອງ.”

ທ່ານທຣຳ ໄດ້ຍົກເລີກ ໂຄງການ DACA ເມື່ອສັບປະດາແລ້ວນີ້ ໂດຍໃຫ້​ເວລາ​ແກ່
ລັດຖະສະພາ 6 ເດືອນ ເພື່ອຊອກຫາ ການແກ້ໄຂທີ່ຖາວອນ.

ທ່ານທຣຳ ໄດ້ບອກກຸ່ມ ຂອງບັນດາສະມາຊິກສະພາ ຈາກທັງສອງພັກການເມືອງ ໃນ
ວັນພຸດວານນີ້ ວ່າ ທຶນສຳລັບກຳແພງຊາຍ​ແດນ ອາດຈະ​ມີ​ຂຶ້ນຕ່າງຫາກ​ ຢູ່​ໃນ​ຮ່າງ​
ກົດໝາຍ ສະໜອງ​ການ​ແກ້​ໄຂ ​ທີ່​ຖາວອນ​ໃຫ້​ແກ່ 800,000 ຄົນ ທີ່​ໄດ້​ຈົດ​ທະ​ບຽນ​
ພາຍ​ໃຕ້​ ໂຄງການ DACA. ​ໂຄງການ​ດັ່ງກ່າວ​ນີ້ ອະນຸຍາດ​ໃຫ້ພວກ​ເຂົາ​ເຈົ້າສາມາດ
​ສືບ​ຕໍ່​ເຮັດ​ວຽກ​ ແລະ ​ສຶກສາ ​ຢູ່​ໃນ​ສະຫະລັດ​ໄດ້​ ຢ່າງ​ເປັນ​ການ​ຊົ່ວຄາວ ​ໂດຍ​ບໍ່​ຕ້ອງ
​ຢ້ານ​ກົວ​ວ່າ ຈະ​ຖືກ​ເນລະ​ເທດ.

Congress DACA Deal
please wait
Embed

No media source currently available

0:00 0:01:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG