ການປິດລັດຖະບານ ສະຫະລັດ ເປັນບາງພາກສ່ວນ ກໍຍັງບໍ່ມີທ່າທາງວ່າ ທີ່ຈະຕົກລົງ
ກັນໄດ້ ໂດຍມີ ປະທານາທິບໍດີ ດໍໂນລ ທຣຳ ຢືນຢັນວ່າ ພັກເດໂມແຄຣັດ “ຈະຕ້ອງຍຸຕິ”
ການປະເຊີນໜ້າ ແລະໃນຂະນະດຽວກັນ ບັນດາຜູ້ນຳພັກເດໂມແຄຣັດ ໃນລັດຖະສະພາ
ກໍໄດ້ຖິ້ມໂທດໃສ່ ທ່ານ ທຣຳ ທີ່ເຮັດໃຫ້ “ປະເທດຕົກ ຢູ່ພາຍໃຕ້ຄວາມວຸ້ນວາຍ.”
ທັງສອງຝ່າຍຕ່າງກໍກ່າວຫາຊຶ່ງກັນແລະກັນ ກ່ອນໜ້າວັນຄຣິສມັສ ເຊິ່ງລັດຖະບານ ໄດ້
ປິດມາແລ້ວ ເປັນເວລາ 4 ວັນ ເພາະວ່າ ລັດຖະສະພາ ແລະປະທານາ ທິບໍດີ ທຣຳ ບໍ່
ສາມາດຕົກລົງກັນໄດ້ ກ່ຽວກັບ ຮ່າງກົດໝາຍ ງົບປະມານໃຊ້ຈ່າຍ ທີ່ຈຳເປັນນັ້ນ.
ໃນຂະນະທີ່ ອົງການຕ່າງໆຂອງລັດຖະບານ ທີ່ຮັບຜິດຊອບໃນດ້ານຄວາມໝັ້ນຄົງແຫ່ງ
ຊາດ ແລະຄວາມປອດໄພຂອງມະຫາຊົນ ກໍຍັງຄົງເປີດທຳງານຢູ່ ສ່ວນສຳນັກງານອື່ນ
ແມ່ນໄດ້ປິດລົງ ແລະ ພະນັກງານລັດຖະບານກາງ 800,000 ຄົນ ແມ່ນຕ້ອງໄດ້ພັກການ.
ຈຳພວກຜູ້ທີ່ຖືວ່າ ເປັນພະນັກງານທີ່ຈຳເປັນ ແມ່ນຈະຕ້ອງໄດ້ໄປປະຕິບັດໜ້າທີ່ ແຕ່ຈະ
ບໍ່ໄດ້ຮັບເງິນເດືອນ ສຳລັບການເຮັດວຽກຂອງເຂົາເຈົ້າ ຈົນກວ່າວ່າ ການປິດລັດຖະບານ
ໄດ້ຮັບການແກ້ໄຂ.
ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ ຊັກ ຊູເມີ ແລະ ຜູ້ທີ່ຈະເຂົ້າມາດຳລົງຕຳແໜ່ງ
ປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ໄດ້ຂຽນໃນຖະແຫລງ ການຮ່ວມ ສະບັບ
ນຶ່ງ ທີ່ກ່າວວ່າ “ທ່ານປະທານາທິບໍດີ ຕ້ອງການປິດລັດຖະບານ ແຕ່ປາກົດວ່າ ບໍ່ຮູ້
ເລີຍວ່າ ຕົນຈະຫາທາງອອກໄດ້ແນວໃດ.”
ພວກເພິ່ນ ໄດ້ກ່າວອີກວ່າ “ຕະຫຼາດຮຸ້ນ ກຳລັງຕົກລົງໜັກ ແລະທ່ານປະທານາ ທິບໍດີ
ກຳລັງກໍ່ສົງຄາມສ່ວນຕົວ ກັບທະຄານກາງສະຫະລັດ ຫຼັງຈາກທ່ານຫາກໍ ປົດລັດຖະ
ມົນຕີ ວ່າການ ກະຊວງປ້ອງກັນປະເທດ ອອກຈາກຕຳແໜ່ງ.”
ທ່ານທຣຳ ໄດ້ຮຽກຮ້ອງ ເງິນໃຊ້ຈ່າຍ 5 ຕື້ໂດລາ ສຳລັບການກໍ່ສ້າງກຳແພງ ຢູ່ເລາະຕາມ
ຊາຍແດນ ລະຫວ່າງ ສະຫະລັດກັບເມັກຊິໂກ. ສ່ວນພັກເດໂມແຄຣັດ ກໍໄດ້ສະເໜີໃຫ້ເງິນ
1 ພັນ 3 ຮ້ອຍລ້ານໂດລາສຳລັບມາດຕະການອື່ນໃນການ ຮັກສາຄວາມປອດໄພ ຢູ່
ຊາຍແດນ.
ທ່ານທຣຳ ໄດ້ຂຽນລົງທວີດເຕີ ໃນວັນຈັນວານນີ້ ວ່າ “ຂ້າພະເຈົ້າ ຢູ່ທຳນຽວຂາວ ພຽງ
ລຳພັງຜູ້ດຽວ ລໍຖ້າໃຫ້ພັກເດໂມແຄຣັດ ກັບຄືນມາ ແລະຕໍ່ລອງກັນ ກ່ຽວກັບ ຄວາມ
ປອດໄພຢູ່ຊາຍແດນ ທີ່ຕ້ອງການຫຼາຍທີ່ສຸດ.” ທ່ານກ່າວຕໍ່ໄປວ່າ “ໃນຊ່ວງໃດຊ່ວງ
ນຶ່ງ ພັກເດໂມແຄຣັດ ກໍບໍ່ຢາກຈະຕໍ່ລອງ ແລ້ວຈະເຮັດໃຫ້ປະເທດ ຂອງພວກເຮົາ
ເສຍຫາຍ ຫຼາຍກວ່າກຳແພງຢູ່ຊາຍແດນ ທີ່ພວກເຮົາທັງໝົດ ກຳ ລັງເວົ້າເຖິງ.
ບ້າແທ້ໆເລີຍ.”