ບັນດາສະມາຊິກລັດຖະສະພາສັງກັດພັກເດໂມແຄັຣດ ມີແຜນທີ່ຈະນຳສະເໜີຮ່າງກົດໝາຍໃນວັນພະຫັດມື້ນີ້ ເພື່ອຂະຫຍາຍສານສູງສຸດສະຫະລັດ ໂດຍເພີ້ມຕຳແໜ່ງຜູ້ພິພາກສາຕື່ມອີກ 4 ຄົນ ຊຶ່ງເປັນຂໍ້ສະເໜີທີ່ແນໃສ່ເພື່ອທັບມ້າງການຍຶດຄອງຂອງພັກອານຸລັກນິຍົມໃນສານ ທີ່ຮັບປະກັນວ່າຈະດຶງດູດການຄັດຄ້ານຢ່າງໜັກຈາກພັກຣີພັບບລີກັນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ສະມາຊິກສະພາສູງທ່ານ ແອດ ມາຣຄີ ແລະບັນດາສະມາຊິກສະພາຕ່ຳ ທ່ານເຈີຣອລດ໌ ແນດເລີ, ທ່ານແຮັ້ງ ຈອນສັນ ແລະທ່ານມອນແດຣ ໂຈນສ໌ ໄດ້ກຳນົດໃຫ້ມີກອງປະຊຸມຖະແຫລງຂ່າວໃນວັນພະຫັດມື້ນີ້ ເພື່ອປະກາດການນຳສະເໜີຮ່າງກົດໝາຍດັ່ງກ່າວໃນທັງສອງສະພາ. ມາດຕະການນີ້ ຈະຂະຫຍາຍຈຳນວນຂອງຜູ້ພິພາກສາ ຈາກທີ່ມີຢູ່ໃນປັດຈຸບັນ 9 ຄົນ ໃຫ້ເປັນ 13 ຄົນ ອີງຕາມເອກະສານສຳເນົາຂອງຮ່າງກົດໝາຍທີ່ໄດ້ຖືກກວດສອບໂດຍອົງການຂ່າວຣອຍເຕີ້.
ປະທານາທິບໍດີ ໂຈ ໄບເດັນ ໄດ້ປະກາດເມື່ອວັນສຸກແລ້ວນີ້ ກ່ຽວກັບການຈັດຕັ້ງຄະນະກຳມາທິ ການເພື່ອສຶກສາຄວາມເປັນໄປໄດ້ໃນການປ່ຽນແປງສານສູງສຸດ ທີ່ປະກອບດ້ວຍ ການຂະຫຍາຍ ຫຼື ການວາງຂໍ້ຈຳກັດໄລຍະການດຳລົງຕຳແໜ່ງຕໍ່ຜູ້ພິພາກສາ ແທນການແຕ່ງຕັ້ງໂດຍດຳລົງຕຳ ແໜ່ງຕະຫຼອດຊີວິດທີ່ມີຢູ່ໃນປັດຈຸບັນ.
ຈຳນວນຜູ້ພິພາກສາສານສູງສຸດ ຍັງຄົງມີຢູ່ 9 ທ່ານນັບຕັ້ງແຕ່ປີ 1869 ເປັນຕົ້ນມາ ແຕ່ລັດຖະສະ ພາ ມີອຳນາດທີ່ຈະປ່ຽນຈຳນວນດັ່ງກ່າວໄດ້ ແລະກໍໄດ້ເຮັດມາແລ້ວຫຼາຍຄັ້ງກ່ອນໜ້ານັ້ນ. ການວາງຂໍ້ຈຳກັດໄລຍະການດຳລົງຕຳແໜ່ງ ເປັນໄປໄດ້ສູງວ່າ ຈະຕ້ອງໄດ້ດັດແກ້ລັດຖະທຳມະນູນ ແຕ່ຫາກວ່າ ນັກວິຊາການຈຳນວນນຶ່ງ ໄດ້ສະເໜີແນະວິທີການເພື່ອບັນລຸໄດ້ຕາມກົດໝາຍ.
ສ່ວນບັນດາສະມາຊິກພັກຣີພັບບລີກັນ ໄດ້ຄັດຄ້ານຕໍ່ແນວຄິດດັ່ງກ່າວ ອັນທີ່ໃນບາງຄັ້ງບາງຄາວເອີ້ນວ່າ “ການບັນຈຸສານ ຫຼື court packing.” ສະມາຊິິກພັກເດໂມແຄຣັດບາງສ່ວນ ແລະບັນດານັກເຄື່ອນໄຫວເສລີນິຍົມ ໄດ້ກ່າວວ່າ ທາງເລືອກທຸກຢ່າງລວມທັງ ການຂະຫຍາຍສານ ຕ້ອງໄດ້ຖືກພິຈາລະນາເພື່ອຕອບໂຕ້ກັບການມີສຽງສ່ວນຫຼາຍຂອງພັກອານຸລັກນິຍົມ ທີ່ອາດເປັນໄພຕໍ່ສິດທິໃນການເຮັດແທ້ງລູກ, ສິດທິພົນລະເຮືອນ, ການຄວບຄຸມປືນ ແລະການເຂົ້າເຖິງການຮັກສາສຸຂະພາບ ໃນບໍ່ເທົ່າປີຈະມາເຖິງນີ້.
ອະດີດປະທານາທິບໍດີ ດໍໂນລ ທຣຳ ສັງກັດພັກຣີພັບບລີກັນ ສາມາດແຕ່ງຕັ້ງຜູ້ພິພາກສາ 3 ທ່ານ ໃນລະຫວ່າງການດຳລົງຕຳແໜ່ງໄລຍະ 4 ປີຂອງທ່ານ ໂດຍເຮັດໃຫ້ສານສູງສຸດ ມີສຽງສ່ວນຫຼາຍຈາກພັກອານຸລັກນິຍົມ 6 ຕໍ່ 3 ສຽງ.