ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໄອຍະການພິເສດ ໂຕ້ແຍ້ງ ຕໍ່ລາຍງານ ທີ່ວ່າ ປ. ທຣຳ ບອກທະນາຍ​ຄວາມ ໃຫ້ການເທັດ


Police fire tear gas shells to disperse students taking part in an anti-government protest demanding the resignation of Sri Lanka's President Gotabaya Rajapaksa over the country's crippling economic crisis, in Colombo.
Police fire tear gas shells to disperse students taking part in an anti-government protest demanding the resignation of Sri Lanka's President Gotabaya Rajapaksa over the country's crippling economic crisis, in Colombo.

ສຳນັກງານຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ອອກມາໂຕ້ແຍ້ງ ກ່ຽວກັບ
ຄວາມຖືກຕ້ອງ ຂອງ​ລາຍ​ງານ​ຂ່າວ ທີ່ວ່າ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ
ໄດ້ຊີ້ນຳໃຫ້ທະນາຍຄວາມຂອງທ່ານ ໃຫ້​ການເທັດຕໍ່ລັດຖະສະພາ.

ໜັງ​ສື​ພິມບັ​ສ​ຊ໌​ຟີດ (BuzzFeed) ໄດ້ອ້າງຄຳ​ເວົ້າ ​ຂອງເຈົ້າໜ້າທີ່ປະຕິບັດກົດໝາຍ
ສອງທ່ານ ຜູ້ທີ່ຂໍສະຫງວນຊື່ ໃນການລາຍງານຂ່າວດັ່ງກ່າວຂອງຕົນ ທີ່ວ່າ ທ່ານທຣຳ
ໄດ້ສັ່ງໃຫ້ ທ່ານ ໄມເກີລ ໂຄເຮັນ ອະດີດທະນາຍຄວາມຂອງທ່ານ ໃຫ້ຄວາມເທັດ ຕໍ່
ລັດຖະສະພາ ກ່ຽວກັບຄວາມພະຍາຍາມຂອງທ່ານທຣຳ ທີ່ຈະສ້າງຕຶກອາຄານ Trump
Tower ໃນນະຄອນຫຼວງ ມົສກູ.

ເຖິງຢ່າງໃດກໍຕາມ ໂຄສົກຂອງໄອຍະການພິເສດ ທ່ານ ພີເຕີຣ ຄາຣ ໄດ້ກ່າວ ໃນວັນ
ສຸກວານນີ້ ວ່າ “ການພັນລະນາເຖິງຄຳຖະແຫລງ ທີ່ໃຫ້ກັບຫ້ອງການໄອຍະການ
ພິເສດ ຂອງ BuzzFeed ແລະການອະທິບາຍເນື້ອໄນ ຂອງເອກກະສານຕ່າງໆ
ແລະ ການໃຫ້ການທີ່ໄດ້ຮັບມາ ໂດຍຫ້ອງການນີ້ ຊຶ່ງກ່ຽວຂ້ອງກັບ ການໃຫ້ການ
ຕໍ່ລັດຖະສາພາ ຂອງທ່ານ ໄມເກີລ ໂຄເຮັນ ນັ້ນ ແມ່ນບໍ່ຖືກຕ້ອງ.”

ການຄຳເຫັນດັ່ງກ່າວ ແມ່ນ​ບໍ່​ຄ່ອຍ​ເຫັນ​ກັນ ໂດຍຫ້ອງການ ຂອງໄອຍະການພິເສດ
ໃນການໂຕ້ແຍ້ງຕໍ່ລາຍງານຂ່າວທີ່ອອກມາ.

ບໍ່ດົນຫຼັງຈາກ ຫ້ອງການຂອງທ່ານມັລເລີ ໄດ້ອອກມາກ່າວຖະແຫຼງແລ້ວ ທ່ານ ເບັນ
ສມິຕ ຫົວໜ້າບັນນາທິການ ຂອງໜັງ​ສື​ພິມບັ​ສ​ຊ໌​ຟີດ ກໍໄດ້ກ່າວ​ຢູ່ໃນຖະແຫລງການ ວ່າ
ທ່ານຢືນຢັນຕໍ່ການລາຍງານຂອງພວກເຂົາເຈົ້າ ແລະ ຮຽກຮ້ອງຕໍ່ “ໄອຍະການພິເສດ
ຈົ່ງໃຫ້ຄວາມກະຈ່າງແຈ້ງ ໃນສິ່ງທີ່ທ່ານກຳລັງໂຕ້ແຍ້ງ ນັ້ນ.”

ລາຍງານຂອງໜັງ​ສື​ພິມບັ​ສ​ຊ໌​ຟີດ ໄດ້ກະຕຸ້ນໃຫ້ ຫົວໜ້າຄະນະກຳມະການສະພາຕ່ຳ
ສັງກັດພັກເດໂມແຄຣັສ 2 ທ່ານ ອອກມາກ່າວວ່າ ພວກເພິ່ນ ຈະສືບສວນ ໃນເລື້ອງ
ດັ່ງກ່າວນີ້.

ປະທານຄະນະກຳມະການສືບລັບຂອງສະພາຕ່ຳ ທ່ານ ແອດຳ ຊີຟ ໄດ້ກ່າວໃນວັນສຸກ
ວານນີ້ວ່າ ການກ່າວຫານັ້ນ ແມ່ນ “ລວມຢູ່ໃນຈຳນວນເລື້ອງທີ່ຮ້າຍແຮງສຸດ ໃນປັດ
ຈຸບັນນີ້.”
ທ່ານ ກ່າວຕື່ມວ່າ “ພວກເຮົາຈະເຮັດໃນສິ່ງທີ່ຈຳເປັນ ເພື່ອຊອກຫາ” ວ່າ ລາຍງານດັ່ງກ່າວ ມີຄວາມຈິງ ຫຼືບໍ່.

ສ່ວນປະທານຄະນະກຳມະການຕຸລາການສະພາຕ່ຳ ທ່ານ ເຈີຣອລດ໌ ເນດເລີ ໄດ້ກ່າວ
ວ່າ ການຊີ້ນຳໃຫ້ພວກ​ລູກ​ນ້ອງ ໃຫ້ກາ​ນເທັດຕໍ່ລັດຖະສະພາ ຖືວ່າເປັນ ຄວາມຜິດທາງ
ອາຍາ ແລະໄດ້ກ່າວອີກວ່າ ໜ້າທີ່ຄະນະກຳມະການຂອງທ່ານ “ແມ່ນຈະຊອກຫາ
ຄວາມແທ້ຈິງ.”

ສະມາຊິກສະພາຕ່ຳ ທ່ານຮົວຄີນ ແຄສໂຕຣ ຈາກລັດເທັກຊັສ ໄດ້ຂຽນຂໍ້ຄວາມລົງທວີເຕີ
ວ່າ ຖ້າຫາກເລື້ອງຂອງໜັງ​ສື​ພິມບັ​ສ​ຊ໌​ຟີດ ເປັນຄວາມຈິງ ທ່ານທຣຳ “ຕ້ອງລາອອກ
ຈາກຕຳແໜ່ງ ຫຼື ຈະຖືກຟ້ອງໃຫ້ອອກຈາກຕຳແໜ່ງ.”

ທະນາຍຄວາມຂອງປະທານາທິບໍດີ ທຣຳ ທ່ານ ຣູດີ ຈູລີອານນີ ໄດ້ກ່າວໃນຖະແຫລງ
ການເມື່ອ ວັນສຸກວານນີ້ວ່າ “ການສະເໜີແນະໃດໆກໍ​ຕາມ ຈາກແຫຼ່ງຂ່າວ ໃດໆ
ກໍ​ຕາມ ທີ່ວ່າ ທ່ານປະທານາທິບໍດີ ປຶກສາແນະນຳ ໃຫ້ ໄມເກີລ ໂຄເຮັນ ໃຫ້​ການ
ເທັດນັ້ນ ແມ່ນເລື້ອງບໍ່ຈິງຢ່າງສິ້ນເຊີງ.”
ໂຄສົກທຳນຽບຂາວ ທ່ານນາງ ຊາຣາ
ແຊນເດີຣ໌ສ ໄດ້ກ່າວວ່າ ເລື້ອງດັ່ງກ່າວ ແມ່ນເປັນຕາຢາກຫົວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG