ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ສະ​ໝັກ ພັກ​ເດ​ໂມ​ແຄ​ຣັດ ຫົກ​ທ່ານ ຕຽ​ມ​ພ້ອມ​​ ​ສຳ​ລັບການ​ໂຕ້​ວາ​ທີ ແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ລັດເນ​ວາ​ດາ ​


ເວ​ທີ​ການ​ໂຕ້​ວາ​ທີ ຢູ່​ເມືອງ​ລັ​ສ​ເວ​ກັ​ສ ລັດ​ເນ​ວາ​ດາ.
ເວ​ທີ​ການ​ໂຕ້​ວາ​ທີ ຢູ່​ເມືອງ​ລັ​ສ​ເວ​ກັ​ສ ລັດ​ເນ​ວາ​ດາ.

ບັນ​ດາ​ຜູ້​ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ​ຫົກ​ຄົນ ​ທີ່ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ກຳ​ລັງ​ເຕົ້າ​ໂຮມ​ກັນ​
ໃນ​ວັນ​ພຸດ​ມື້​ນີ້ ​ຢູ່​ນະ​ຄອນ​ລັ​ສ​ເວ​ກັ​ສ ເພື່ອ​ໂຕ້​ວາ​ທີ​ກັນ​ເປັນ​ຄັ້ງ​ທີ່​ເກົ້າ ​ໃນ​ການ​ແຂ່ງ​ຂັນ​
ເປັນ​ຜູ້​ສະ​ເໜີ​ຂອງ​ພັກ ເພື່ອ​ຄັ​ດ​ຄ້ານ​ຕໍ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດຳ​ໂນ​ລ ທ​ຣຳ
ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ເດືອນ​ພະ​ຈິກ​ຈະ​ມາ​ເຖິງ​ນີ້.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັນ​ທ໌ ທ່ານ​ເບີນີ ແຊນ​ເດີ​ຣ​ສ໌ ແລະ​ອະ​ດີດ​ເຈົ້າ​ເມືອງ​
ຊ້າວ​ເບັນ ລັດ​ອິນ​ເດຍ​ນາ ທ່ານ​ພິດ ບູ​ເດ​ເຈ​ຈ ໄດ້​ເຂົ້າ​ຮ່ວມການ​ໂຕ້​ວາ​ທີທີ່​ເຂັ້ມ​ແຂງ
​ຢູ່​ໃນ​ລັດ​ໄອ​ໂອ​ວາແລະ​ນິວ​ແຮ​ມ​ເຊີ ຢູ່​ສອງ​ລັດທຳ​ອິດເພື່ອ​ເຮັດ​ການ​ແຂ່ງ​ຂັນໃນ​ການ​
ຖືກສະ​ເໜີ​ຊື່ຄັດ​ເລືອ​ກ​ເຂົາ​ເຈົ້​າ.

ທ່ານ​ນາງ​ເອ​ມີ ກ​ໂລ​ບູ​ຊາ​ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ມິນ​ເນ​ໂຊ​ຕາ ກຳ​ລັງຊອກຫາ
​ທາງ​ເພື່ອ​ສວຍ​ໃຊ້ ​ການ​ໄດ້​ຮັບ​ຄະແນນ​ເປັນ​ທີ​ສາມໃນ​ລັດນິວ​ແຮມ​ເຊີ​ຢ່າງ​ບໍ່​ໜ້າເຊື່ອ
ເພື່ອເຂົ້າຮ່ວມ​ການ​ໂຕ້​ວາ​ທີ ແລະ​ການ​ປະ​ຊຸມ​ປ່ອນ​ບັດ​ໃນວັນ​ເສົາ​ຢູ່​ໃນ​ລັດ​ເນ​ວາ​ດາ.

ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ສະ​ໝັກທີ່​ເຂົ້າ​ຮ່ວມ​ການ​ຜູ້​ໂຕ້​ວາ​ທີ ແລະ​ການ​ລົງ​ຄະ​ແນນ​ສຽງ​ໃນ
ວັນ​ເສົາຈະ​ເປັນ​ໂອ​ກາດສຳ​ລັບ​ສ້າງ​ຄວາມ​ກ້າວ​ໜ້າ ແລະ​ເກັບ​ກຳ​ເອົາ​ບັນ​ດາ​ຜູ້​ສະ​ໜັບ​
ສະ​ໜູນ​ທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຜູ້​ແຂ່ງ​ຂັນ​ທີ່ເຂັ້​ມ​ແຂງໃນ​ປ່ອນ​ບັດ​ຂັ້ນ​ຕົ້ນ ​ທົ່ວ​ປະ​
ເທດ ປະ​ກອບມີ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ສະ​ມາ​ຊິກ​ສະ​ພາ​ສູງ​
ຈາກ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ນາງ​ເອ​ລິ​ຊາ​ເບັດ ວໍ​ເຣັນ​.

ຢູ່​ເທິງ​ເວ​ທີ​ເປັນ​ເທື່ອ​ທຳ​ອິດ​ຈະ​ແມ່ນ​ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ທ່າ​ນ​ໄມ​ເກີ​ລ
ບລູມ​ເບີກ ຜູ້​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຫລ້າ​ສຸດ ຊຶ່ງ​ຊື່​ຂອງ​ທ່ານແມ່ນ​ບໍ່​ໄດ້​ຢູ່ໃນ​ບັດ​ລົງ
​ຄະ​ແນນ​ສຽງ​ຢູ່​ໃນ​ລັດ​ເນ​ວາ​ດາ ແຕ່​ເປັນ​ຜູ້​ທີ່​ໄດ້​ມີ​ຄະ​ແນນ​ສຽງ​ເພີ້ມ​ຂຶ້ນຢູ່​ໃນ​ການ​ຢັ່ງ​
ຫາງ​ສຽງ​ທົ່ວ​ປະ​ເທດ​ຫວ່າງ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ​ນີ້ໃນ​ຂະ​ນະ​ທີ່ທ່ານໃຊ້​ຈ່າຍ​ເງິນ​
ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ ທີ່​ເປັນ​ເງິນ​ຂອງ​ທ່ານ​ເອງ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​.

ທ່ານ​ຄ​ຣິ​ສ​ຕຽນ ລັນ​ເບີກ ສາດ​ສະ​ດາ​ຈານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ໂຣ​ໄລ​ນາ​ເໜືອ
ກ່າວ​ຕໍ່​ພະ​ແນກພາ​ສາ​ຣັດ​ເຊຍ​ຂອງ ວີ​ໂອ​ເອ ວ່າ ທ່ານ​ຄິດ​ວ່າ ທ່ານ​ແຊນ​ເດີ​ສ໌ ຈະ​
ພະ​ຍາ​ຍາມ​ວາງ​ທ່າ​ທີ​ຂອງ​ທ່ານ​ເປັນ​ຜູ້​ນຳ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ກັບ​ທ່ານ​ໄບ​ເດັນ
ແລະ​ວໍ​ເ​ຣັນ “ເພື່ອ​ຄວບ​ຄຸ​ມ​ຄວາມ​ເສຍ​ຫາຍ.”

ໃນ​ກໍ​ລະ​ນີ​ຂອງ​ທ່ານ​ບລູມ​ເບີກ​ ທ່ານ​ຄາດ​ວ່າຈະ​ຜູ້​ສະ​ໝັກ​ຄົນ​ນຶ່ງ​ ທີ່​ຖືທ່ານ​ເອງວ່າ​
ເປັນ​ຜູ້​ສະ​ໝັກ​ທີ່​ຈະ​ມີ​ຄົນ​ປ່ອນ​ບັດ​ເອົາ ແລະ​ເປັນ​ທາງ​ເລືອກ​ທີ່​ດີ​ສຸດ​ ເພື່ອ​ໄປ​ຕໍ່​ສູ້ກັບ
ທ່ານ​ທ​ຣຳ.

ທ່ານ​ລັນ​ເບີກ ກ່າວ​ວ່າ “ຄວາມວອງ​ໄວ​ທີ່​ທ່ານບລູມ​ເບີກ ທີ່​ໜ້າ​ສົນ​ໃຈ​ແທ້ໆ​ນັ້ນ​ກໍ​ຄື
ທ່ານ​ໃຫ້​ບັນ​ດາ​ຜູ້​ສະ​ໜັກ​ທັງ​ໝົດ​ມີ​ໂອ​ກາດ​ອັນ​ດີ​ງາມ​ແທ້ໆເພື່ອ​ທຳ​ການໂຈມ​ຕີທີ່
​ຈະ​ຊ່ວຍ​ເຂົາ​ເຈົ້າ​ຄື​ກັບ​ການ​ສ້າງ​ການ​ໜູນ​ຫຼັງ​ໃນ​ຄວາມ​ເຊື່ອ​ໝັ້ນຫົວກ້າວ​ໜ້າ​ຂອງ​
ເຂົາ​ເຈົ້າ.”

ອ່ານ​ຂ່າວ​ນີ້​ເພີ​້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG