ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ຮັບປະກັນ ການມີສຽງສ່ວນຫຼາຍ ໃນສະພາສູງ ສະຫະລັດ ດ້ວຍ 51 ບ່ອນນັ່ງ ໂດຍໄຊຊະນະ ໃນການເລືອກຕັ້ງຂັ້ນຊີ້ຂາດ ທີ່ລັດຈໍເຈຍ


ພວກສະໜັບສະໜຸນພາກັນເຊຍໃນລະຫວ່າງງານປາຕີ້ຄ່ຳຄືນແຫ່ງໄຊຊະນະການເລືອກຕັ້ງ ໃຫ້ແກ່ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຣາແຟລ ວໍນັອກ, ວັນທີ 6 ທັນວາ 2022, ໃນນະຄອນແອັດແລນຕາ ລັດຈໍເຈຍ.
ພວກສະໜັບສະໜຸນພາກັນເຊຍໃນລະຫວ່າງງານປາຕີ້ຄ່ຳຄືນແຫ່ງໄຊຊະນະການເລືອກຕັ້ງ ໃຫ້ແກ່ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຣາແຟລ ວໍນັອກ, ວັນທີ 6 ທັນວາ 2022, ໃນນະຄອນແອັດແລນຕາ ລັດຈໍເຈຍ.

ຜູ້ນຳສຽງສ່ວນຫຼາຍ ສະພາສູງສະຫະລັດ ທ່ານຈັກ ຊູເມີ (Chuck Schumer) ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ ວ່າ ໄຊຊະນະຂອງສະມາຊິກສະພາສູງຈາກລັດຈໍເຈຍ ຣາແຟລ ວໍນັອກ ໃນການເລືອກຕັ້ງຂັ້ນຊີ້ຂາດນັ້ນ ເປັນການເພີ້ມສຽງທີ່ສຳຄັນ ໃຫ້ແກ່ພັກເດໂມແຄຣັດ.

“ຜົນທີ່​ໄດ້​ຮັບຕົວຈິງຂອງ 51 ບ່ອນນັ່ງ ທີ່ເປັນສຽງສ່ວນຫຼາຍ --ມັນໃຫຍ່ຫຼາຍ. ມັນສຳຄັນຍິ່ງ....ພວກເຮົາສາມາດຫາຍໃຈອອກຜ່ອຍຄາຍໄດ້ແດ່ແລ້ວ” ທ່ານຊູເມີ ໄດ້ກ່າວ.

ສະພາສູງ ໄດ້ຢູ່ໃນສະພາບທີ່ມີສະ​ມາ​ຊິກ​ເທົ່າ​ກັນ 50 ຕໍ່ 50 ເປັນເວລາສອງປີ ຜ່ານມາ ໂດຍທີ່ຮອງປະທານາທິບໍດີຄາມາລາ ແຮຣິສ ເປັນຜູ້ທີ່ລົງຄະແນນຕັດ ສິນເມື່ອມີຄະ​ແນນ​ສຽງ​ເທົ່າກັນ. ແຕ່ໂດຍທີ່ທ່ານວໍນັອກຊະນະການເລືອກຕັ້ງຄືນ ໃໝ່ ໃນການດຳລົງຕຳແໜ່ງໄລຍະ 6 ປີ ສະໄໝທຳອິດຂອງທ່ານນີ້ ພັກເດໂມແຄຣັດ ບັດນີ້ ໄດ້ບ່ອນນັ່ງໃນສະພາສູງຕື່ມອີກນຶ່ງບ່ອນ ແລະໄດ້ຮັບປະກັນຢ່າງຈະແຈ້ງສຽງສ່ວນຫຼາຍສຳລັບການດຳລົງຕຳແໜ່ງສະໄໝທຳອິດທີ່ຍັງເຫຼືອຢູ່ຂອງປະທານາທິບໍດີ ໂຈ ໄບເດັນ.

“ຫຼັງຈາກການຕໍ່ສູ້ຢ່າງໜັກໃນການໂຄສະນາຫາສຽງ-ຫຼື ຂ້າພະເຈົ້າຄວນເວົ້າວ່າ ການປຸກລະດົມ-ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ຈະເວົ້າສີ່ຄຳທີ່ມີພະລັງທີ່ສຸດ ເທົ່າທີ່ເຄີຍເວົ້າຢູ່ໃນປະຊາທິປະໄຕ ຄື: ປະຊາຊົນໄດ້ກ່າວອອກມາແລ້ວ” ທ່ານວໍນັອກ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ທີ່ງານປາຕີສະເຫຼີມສະຫຼອງໄຊຊະນະ ເມື່ອຕອນແລງວັນອັງຄານຜ່ານມານີ້.

ໃນການເລືອກຕັ້ງເດືອນພະຈິກ ທັງທ່ານວໍນັອກ ແລະ ຄູ່ທ້າທາຍສັງກັດພັກຣີພັບບລີກັນ ເຮີໂຊລ ວອກເກີ ບໍ່ໄດ້ຮັບຄະແນນສຽງສ່ວນຫຼາຍເຖິງ 50 ເປີເຊັນທີ່ຕ້ອງການເພື່ອຮັບປະກັນໄຊຊະນະໃນລັດຈໍເຈຍ ຈຶ່ງນຳໄປສູ່ການເລືອກຕັ້ງຂັ້ນຊີ້ຂາດດັ່ງກ່າວ. ມາເຖິງຕອນກາງເວັນຂອງວັນພຸດວານນີ້ ທ່ານວໍນັອກ ໄດ້ນຳໜ້າທ່ານວອກເກີ ຄະແນນສຽງພຽງເລັກນ້ອຍຕ່ຳກວ່າ 3 ເປີເຊັນ ໂດຍມີການນັບຄະແນນສຽງໄປແລ້ວເຖິງ 95 ເປີເຊັນ.

ໃນການກ່າວຖະແຫລງຍອມຮັບຄວາມຜ່າຍແພ້ ຕໍ່ໜ້າບັນດາຜູ້ສະໜັບສະໜຸນທ່ານ ໃນວັນອັງຄານຜ່ານມານີ້ ທ່ານວອກເກີ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ຢາກໃຫ້ທ່ານຜູ້ໃດຢຸດຄວາມໄຝ່ຝັນ. ຂ້າພະເຈົ້າບໍ່ຢາກໃຫ້ທ່ານຜູ້ໃດ ຢຸດຄວາມເຊື່ອໝັ້ນໃນອາເມຣິກາ. ຂ້າພະເຈົ້າຢາກໃຫ້ທ່ານເຊື່ອໝັ້ນໃນອາເມຣິກາ ແລະສືບຕໍ່ເຊື່ອໝັ້ນໃນລັດຖະທຳມະນູນ ແລະ ເຊື່ອໝັ້ນໃນບັນດາເຈົ້າໜ້າທີ່ເລືອກຕັ້ງຂອງພວກເຮົາ. ສ່ວນໃຫຍ່ທັງໝົດ ສືບຕໍ່ພາວັນນາໃຫ້ແກ່ພວກເຂົາ.”

ທ່ານວອກເກີ ເປັນນຶ່ງໃນບັນດາຜູ້ລົງສະໝັກແຂ່ງຂັນເອົາຕຳແໜ່ງສະມາຊິກສະພາສູງ ໃນທົ່ວປະເທດທີ່ໄດ້ຮັບການຮັບຮອງໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ ແຕ່ຜູ້ທີ່ໄດ້ເສຍການເລືອກຕັ້ງຂອງພວກເຂົາເຈົ້າ. ໃນລະຫວ່າງການໂຄສະນາຫາສຽງ ທ່ານວອກເກີ ໄດ້ປະເຊີນກັບຂໍ້ກ່າວຫາຕ່າງໆນາໆ ທີ່ວ່າ ທ່ານໄດ້ຈ່າຍເງິນຄ່າເຮັດແທ້ງລູກແລະໄດ້ມີການທຳຮ້າຍຮ່າງກາຍພາຍໃນຄອບ ຄົວ. ຄະນະໂຄສະນາຫາສຽງຂອງທ່ານ ໄດ້ກ່າວຫາທ່ານວໍນັອກໃນການຂັບໄລ່ ພວກຜູ້ເຊົ່າອອກຈາກເຮືອນທີ່ທ່ານເປັນເຈົ້າຂອງຢ່າງບໍ່ເປັນທຳ. ໃນທີ່ສຸດ ທ່ານວໍນັອກ ກໍໄດ້ຊະນະໃນການເລືອກຕັ້ງຂັ້ນຊີ້ຂາດ ທີ່ໄດ້ເຫັນວ່າ ຜູ້ມີສິດອອກສຽງໄດ້ພາກັນອອກມາໃຊ້ສິດຢ່າງຫຼວງຫຼາຍເປັນປະຫວັດການ.

ທ່ານຊູເມີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ພວກທີ່ລົງຄະແນນສຽງ ໄດ້ສົ່ງສັນຍານທີ່ຈະແຈ້ງ ກ່ຽວກັບບູລິມະສິດຕ່າງໆຂອງພັກຣີພັບບລີກັນ ໂດຍສະເພາະໃນທ່າມກາງຄຳຕັດ ຂອງສານສູງສຸດສະຫະລັດ ທີ່ໄດ້ຕ່າວປີ້ນ ຄະດີລະຫວ່າງໂຣ ສູ້​ກັບ ເວດ ທີ່ສານແຫ່ງນີ້ ໃນປີ 1973 ໄດ້ລົງຄວາມເຫັນ ທີ່ເຮັດໃຫ້ການແທ້ງລູກຖືກຕ້ອງຕາມກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG