ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ອະດີດປະທານາທິບໍດີ ທ່ານ ດໍໂນລ ທຣຳ ໄດ້ຊະນະການແຂ່ງຂັນເລືອກຕັ້ງຂັ້ນຕົ້ນຂອງພັກຂອງເພິ່ນເອງ ຕາມລຳດັບໃນລັດ ມິຊິແກນ ເມື່ອແລງວັນອັງຄານວານນີ້.
ທັງສອງທ່ານຖືກຄາດວ່າ ຈະໄດ້ຮັບໄຊຊະນະຢ່າງກວ້າງຂວາງ, ແຕ່ຄວາມຫ່າງຂອງໄຊຊະນະທີ່ວ່ານັ້ນ ແມ່ນຖືກຕິດຕາມຢ່າງໃກ້ຊິດດັ່ງກັບສັນຍານຂອງການສະໜັບສະໜູນສຳລັບຜູ້ລົງແຂ່ງຂັນທັງສອງທ່ານດັ່ງກ່າວ ໃນລັດທີ່ສຳຄັນ, ກ່ອນການແຂ່ງຂັນອີກຄັ້ງນຶ່ງທີ່ອາດເປັນໄປໄດ້ ຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ ຄູ່ເກົ່າ ໃນປີ 2020 ທີ່ທ່ານ ໄບເດັນ ໄດ້ຊະນະ.
ດ້ວຍບັດຄະແນນສຽງປະມານສອງສ່ວນສາມຖືກນັບໄປແລ້ວ ໃນການເລືອກຕັ້ງຂັ້ນຕົ້ນປະທານາທິບໍດີຂອງພັກເດໂມແຄຣັດນັ້ນ, ທ່ານ ໄບເດັນ ໄດ້ນຳໜ້າດ້ວຍ 81 ເປີເຊັນ, ໃນຂະນະທີ່ຜູ້ປ່ອນບັດ 13 ເປີເຊັນເລືອກທີ່ຈະ “ບໍ່ມີສ່ວນຮ່ວມ.”
ລັດ ມິຊິແກນ ແມ່ນບ້ານຂອງຄົນອາເມຣິກັນ ເຊື້ອສາຍອາຣັບທີ່ໃຫຍ່ທີ່ສຸດໃນປະເທດ, ແລະ ການຄັດຄ້ານຕໍ່ການສະໜັບສະໜູນຂອງທ່ານ ໄບເດັນ ສຳລັບສົງຄາມຂອງ ອິສຣາແອລ ກັບກຸ່ມຫົວຮຸນແຮງ ຮາມາສ ໃນເຂດ ກາຊາ ໄດ້ເຮັດໃຫ້ສະມາຊິກພັກເດໂມແຄຣັດ ບາງຄົນຮຽກຮ້ອງໃຫ້ຜູ້ລົງຄະແນນສຽງເລືອກທີ່ຈະ “ບໍ່ມີສ່ວນຮ່ວມ” ແທນທີ່ຈະປ່ອນບັດເອົາທ່ານ ໄບເດັນ.
ພວກຜູ້ສະໜັບສະໜູນຂອງຂະບວນການເພື່ອ “ການບໍ່ມີສ່ວນຮ່ວມ” ໃນການປ່ອນບັດກ່າວວ່າ ເຂົາເຈົ້າຫວັງວ່າຈະມີ 10,000 ຄະແນນສຽງ, ເຊິ່ງແມ່ນລະດັບທີ່ສາມາດບັນລຸໄດ້ຢ່າງງ່າຍດາຍ. ດ້ວຍປະມານສອງສ່ວນສາມຂອງບັດຄະແນນສຽງຖືກນັບນັ້ນ, ມັນໄດ້ມີຄະແນນສຽງ “ບໍ່ມີສ່ວນຮ່ວມ” 74,000 ສຽງແລ້ວ.
ດ້ວຍ 80 ເປີເຊັນຂອງບັດຄະແນນສຽງຖືກນັບໃນການເລືອກຕັ້ງຂັ້ນຕົ້ນປະທານາທິບໍດີຂອງພັກຣີພັບບລີກັນນັ້ນ, ທ່ານ ທຣຳ ໄດ້ນຳໜ້າດ້ວຍ 68 ເປີເຊັນຂອງຄະແນນສຽງ ທຽບໃສ່ 27 ເປີເຊັນສຳລັບອະດີດຜູ້ປົກຄອງລັດຄາໂຣໄລນາໃຕ້ ທ່ານນາງ ນິກກີ ເຮລີ.
ທ່ານ ທຣຳ ໄດ້ຊະນະໃນລັດທີ່ມີການແຂ່ງຂັນຢ່າງດຸເດືອດທາງການເມືອງດັ່ງກ່າວ ໃນການເລືອກຕັ້ງແຫ່ງຊາດປີ 2016 ໃນການແຂ່ງຂັນທີ່ປະສົບຄວາມສຳເລັດຂອງທ່ານ ສຳລັບຕຳແໜ່ງປະທານາທິບໍດີ, ແຕ່ທ່ານ ໄບເດັນ ໄດ້ຊະນະທ່ານທຣຳຢູ່ທີ່ນັ້ນ ໃນປີ 2020, ເຊິ່ງໄດ້ຊ່ວຍທ່ານຢຸດຄວາມກ້າວໜ້າໃນຄວາມພະຍາຍາມເລືອກຕັ້ງຄືນຂອງທ່ານ ທຣຳ.
ທ່ານນາງ ເຮລີ ແມ່ນຍັງຄົງຢູ່ໃນການແຂ່ງຂັນ ເຖິງແມ່ນຈະບໍ່ໄດ້ຊະນະໃນການແຂ່ງໃດໆຂອງລັດຕ່າງທີ່ໄດ້ມີການແຂ່ງຂັນເຖິງປັດຈຸບັນນີ້.
ຟໍຣັມສະແດງຄວາມຄິດເຫັນ