ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ ຈັດ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ ມິ​ຊິ​ແກນ


ປະ​ຊາ​ຊົນ​ປ່ອນ​ບັດ​ເລືອກ​ຕັ້​ງ​ຂອງ​ເຂົາ​ເຈົ້າ​ກ່ອນ​ກຳ​ນົດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​, ເມືອງ ແອນ ອາ​ເບີ, ລັດ ມິ​ຊິ​ແກນ, 20 ກຸ​ມ​ພາ, 2024.
ປະ​ຊາ​ຊົນ​ປ່ອນ​ບັດ​ເລືອກ​ຕັ້​ງ​ຂອງ​ເຂົາ​ເຈົ້າ​ກ່ອນ​ກຳ​ນົດ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​, ເມືອງ ແອນ ອາ​ເບີ, ລັດ ມິ​ຊິ​ແກນ, 20 ກຸ​ມ​ພາ, 2024.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ ມິ​ຊິ​ແກນ ຂອງ ສະ​ຫະ​ລັດ ຈະ​ປ່ອນ​ບັດ​ເລືອກຕັ້ງ​ຂອງ​ເຂົາ​ເຈົ້າ ​ໃນ​ວັນ​ອັງ​ຄານມື້ນີ້ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສຳ​ລັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ພັກ​ເດ​ໂມ​ແຄ​ຣັດ ແລະ ຣີ​ພັບ​ບ​ລີ​ກັນ ດ້ວຍ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແມ່ນ​ຄາດ​ວ່າ ​ຈະ​ໄດ້​ຊະ​ນະ​ຢ່າງກວ້າງ​ຂວາງ.

ຄວາມ​ຫ່າງ​ຂອງ​ໄຊ​ຊະ​ນະ​ທີ່​ວ່າ​ນັ້ນ​ ຈະ​ຖືກ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ດັ່ງ​ກັບ​ສັນ​ຍານ​ຂອງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຜູ້​ລົງ​ແຂ່ງ​ຂັນ​ສອງ​ທ່ານ​ໃນ​ລັດ​ທີ່​ສຳ​ຄັນນັ້ນ, ກ່ອນ​ໜ້າການ​ແຂ່ງ​ຂັນ​ທີ່​ອາດ​ເປັນ​ໄປ​ໄດ້ອີກ​ຄັ້ງ​ນຶ່ງ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ 2020 ທີ່​ທ່ານ ໄບ​ເດັນ ໄດ້​ຊະ​ນະ.

ລັດ ມິ​ຊິ​ແກນ ແມ່ນ​ບ້ານ​ຂອງກຸ່ມ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ ອາ​ຣັບ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ, ແລະ ການ​ຄັດ​ຄ້ານ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບາ​ນ​ທ່ານ ໄບ​ເດັນ ສຳ​ລັບ​ສົງ​ຄາມ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ ໄດ້​ເຮັດ​ໃຫ້​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ບາງ​ຄົນຮຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ເລືອກທີ່​ຈະ “ບໍ່​ໄປ​ຮ່ວມ” ໃນ​ວັນ​ອັງ​ຄານນີ້ ​ແທນ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃຫ້​ທ່ານ ໄບ​ເດັນ.

ທ່ານ ທ​ຣຳ ແມ່ນ​ໄດ້​ຊະ​ນະ​ໃນ​ທຸກໆ​ລັດ​ໃນ​ປັດ​ຈຸ​ບັນ​ນີ້ ໃນ​ການ​ຕໍ່​ສູ້​ສຳ​ລັບ​ການ​ສະ​ເໜີ​ຊື່​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ, ແລະ ການ​ຢັ່ງ​ຫາງ​ສຽງ​ໃນ​ລັດ​ມິ​ຊິ​ແກນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ທ່ານ​ມີ​ຄະ​ແນນ​ນຳ​ໜ້າ​ຢ່າງຫຼວງຫຼາຍ​ໃນ​ລັດ​ດັ່ງ​ກ່າວ.

ແຕ່​ຜູ້​ທ້າ​ຊິງ​ຄົນ​ສຳ​ຄັນ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ທ່ານ, ເຊິ່ງ​ແມ່ນ​ອະ​ດີດ​ຜູ້​ປົກ​ຄອງ​ລັດ ຄາ​ໂຣ​ໄລ​ນາໃຕ້ ທ່ານ​ນາງ ນິກ​ກີ ເຮ​ລີ, ແມ່ນ​ຍັງ​ຄົງ​ຢູ່​ໃນ​ການ​ແຂ່ງ​ຂັນ, ໂດຍ​ໂຕ້​ຖຽງ​ວ່າ​ ທ່ານ ທ​ຣຳ ຈະ​ຜ່າຍ​ແພ້​ໃຫ້​ທ່ານ ໄບ​ເດັນ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ເດືອນ​ພະ​ຈິກນີ້.

ທ່ານ​ນາງ ເຮ​ລີ ກ່າວ​ວ່າທ່ານ​ນາງ​ຈະ​ສູ້​ຕໍ່​ໄປ​ຈົນ​ຮອດ​ຢ່າງ​ໜ້ອຍ​ການ​ແຂ່ງ​ຂັນ​ທີ່​ເອີ້ນ​ວ່າ Super Tuesday ໃນ​ວັນ​ທີ 5 ມີ​ນານີ້ ເຊິ່ງ​ປະ​ກອບ​ມີ 15 ລັດ, ສອງ​ເຂດ​ແດນ ແລະ ນຶ່ງ​ສ່ວນ​ສາມ​ຂອງ​ຄະ​ນະ​ຜູ້​ແທນ​ທັງ​ໝົດ​ທີ່​ຍັງ​ບໍ່​ໄດ້​ຖືກ​ເລືອກ​ໃນ​ການ​ແຂ່ງ​ຂັນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ.

ພັກ​ຣີ​ພັບ​ບ​ລີ​ກັນ ຈະ​ປະ​ກາດ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຂົາ​ເຈົ້າ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ໃຫຍ່​ ໃນ​ເດືອນ​ກໍ​ລະ​ກົດ. ພັກ​ເດ​ໂມ​ແຄ​ຣັດ ຈະ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ເຂົາ​ເຈົ້າ​ຕາມຫຼັງ​ໃນ​ເດືອນ​ສິງ​ຫາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG