ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກເດໂມແຄຣັທ ຕຽມພ້ອມ ເປີດກອງປະຊຸມຫຼວງ ທີ່ເມືອງ Charlotte (ວີດີໂອກ່ຽວຂ້ອງ)


ພັກເດໂມແຄຣັທ ພ້ອມແລ້ວທີ່ຈະສະເໜີ ທ່ານ Barack Obama
ເປັນປະທານາທິບໍດີສະໄໝທີສອງ
ພັກເດໂມແຄຣັທ ພ້ອມແລ້ວທີ່ຈະສະເໜີ ທ່ານ Barack Obama ເປັນປະທານາທິບໍດີສະໄໝທີສອງ
ກອງ​ປະຊຸມ​ຫຼວງ​ເປັນ​ເວລາ 3 ມື້ຂອງພັກ Democrate
ທີ່​ຈະປະກາດແຕ່ງຕັ້ງ​ໃຫ້ ປະທານາທິບໍດີ​ Barack
Obama ​ເຂົ້າກຳ​ຕຳ​ແໜ່​ງຢູ່​ທໍານຽບຂາວ​ເປັນ​ສະ​ໄໝ​ທີ 2
​ເລີ່​ມຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່​ເມືອງ Charlotte ​ໃນ​ລັດ
North Carolina.

ເຈົ້າໜ້າທີ່ຂອງພັກໄດ້ໃຊ້ເວລາ​ໃນ​ວັນ​ຈັນ​ວານນີ້ ຕຽມງານມື້ສຸດທ້າຍ ທີ່ສູນ​ກາງ​ປະ ຊຸມໃຫຍ່ປະຈໍາເມືອງ ​ໃນຄໍ່​າຄືນ​ຂອງພິທີເປີດງານ ຊຶ່ງຮວມທັງການກ່າວຄໍາປາໄສ ຂອງສະຕີໝາຍເລກນຶ່ງທ່ານນາງ Michelle Obama. ສາມີຂອງທ່ານນາງຈະຂຶ້ນ ຮັບ​ເອົາ​ການແຕ່ງຕັ້ງ ໃນຄໍ່າຄືນວັນພະຫັດທີ່ຈະມາເຖິງນີ້​ ຊຶ່ງທ່ານຈະໄດ້ກ່າວຄໍາປາໄສ ທີ່ຖ່າຍທອດສົດທົ່ວປະເທດ ຈັດ​ຂຶ້ນທີ່ສະໜາມກິລາກາງ​ແຈ້ງ ທີ່ມີ​ບ່ອນ​ນັ່ງ 74,000 ບ່ອນ ຊຶ່ງສະໜາມກິລາດັ່ງກ່າວນີ້ເປັນສະໜາມຂອງທີ​ມ​ເຕະບານ​ອາ​ເມຣິກັນ Panthers ຂອງລັດ North Carolina.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກໍຈະຂຶ້ນກ່າວ​ຄຳ​ປາ​ໄສ ຮັບເອົາການ​ແຕ່ງຕັ້ງເປັນຄູ່ສະໝັກຮ່ວມ​ກັບທ່ານ Obama ໃນວັນພະຫັດເຊັ່ນກັນ.

ບັນດາຜູ້ທີ່ຈະກ່າວຄໍາປາໄສຄົນສໍາຄັນຫຼາຍໆທ່ານ​ໃນ​ກອງ​ປະຊຸມ​ຫຼວງຄັ້ງນີ້ ​ແມ່ນ​ມີຮວມທັງອະດີດ​ປະທາ​ນາ​ທິບໍດີ Bill Clinton ຜູ້​ທີ່​ຈະປະກາດ​ຊື່​ທ່ານ Obama​ ຕໍ່ໜ້າ​ຄະນະ​ຜູ້ຕາງໜ້າ ທີ່​ເຂົ້າຮ່ວມ​ກອງ​ປະຊຸ​ມ ໃນຄືນ​ວັນ​ພຸດ ​ມື້​ອື່ນ​ນີ້.

ວີດີໂອລາຍງານພາສາອັງກິດ: ກອງປະຊຸມຫລວງຂອງພັກເດໂມແຄຣັທ
ໄຂຂຶ້ນ ທ່າມກາງອັດຕາການຫວ່າງງານສູງຢູ່ໃນສະຫະລັດ:

US Democrats Convene Amid High Unemployment
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG