ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກເດໂມແຄຣັດ ຊະນະ ການເລືອກຕັ້ງ ຄັ້ງໃຫຍ່ ໃນລັດເວີຈີເນຍ ແລະລັດນິວເຈີຊີ


ຜູ້ສະໜັບສະໜູນ ສະເຫຼີມສະຫຼອງຂ່າວທີ່ວ່າທ່ານ ຣາຟ ນໍແທັມ ສັງກັດພັກເດໂມແຄຣັດ ໄດ້ຊະນະການເລືອກຕັ້ງ ເອົາຕຳແໜ່ງ ຜູ້ປົກຄອງລັດ ທີ່ງານສະເຫຼີມ ສະຫຼອງການເລືອກຕັ້ງ ເພື່ອຕຳແໜ່ງ ຜູ້ປົກຄອງລັດຂອງທ່ານນໍແທັມ ທີ່ມະຫາວິທະຍາໄລ ຈອຣຈ໌ ເມເຊິນ ໃນເມືອງ ແຟແຟັກສ໌, ລັດ ເວີຈິເນຍ. 7 ພະຈິກ, 2017.
ຜູ້ສະໜັບສະໜູນ ສະເຫຼີມສະຫຼອງຂ່າວທີ່ວ່າທ່ານ ຣາຟ ນໍແທັມ ສັງກັດພັກເດໂມແຄຣັດ ໄດ້ຊະນະການເລືອກຕັ້ງ ເອົາຕຳແໜ່ງ ຜູ້ປົກຄອງລັດ ທີ່ງານສະເຫຼີມ ສະຫຼອງການເລືອກຕັ້ງ ເພື່ອຕຳແໜ່ງ ຜູ້ປົກຄອງລັດຂອງທ່ານນໍແທັມ ທີ່ມະຫາວິທະຍາໄລ ຈອຣຈ໌ ເມເຊິນ ໃນເມືອງ ແຟແຟັກສ໌, ລັດ ເວີຈິເນຍ. 7 ພະຈິກ, 2017.

ວັນອັງຄານວານນີ້ໄດ້ມີການປະກາດໄຊຊະນະ ໃນການແຂ່ງຂັນເອົາຕຳແໜ່ງເຈົ້າໜ້າ
ທີ່ຂັ້ນສູງຂອງທ້ອງຖິ່ນຫຼາຍຄັ້ງ ໃນການເລືອກຕັ້ງຜູ້ປົກຄອງລັດສຳລັບພັກເດໂມແຄຣັດ.

ທ່ານ ຣາຟ ນໍແທັມ ສັງກັດພັກເດໂມແຄຣັດ ໄດ້ຊະນະການແຂ່ງ ຂັນເອົາຕຳແໜ່ງຜູ້ປົກ
ຄອງລັດ ເວີຈິເນຍ ຢ່າງເດັດຂາດ, ເຊິ່ງໄດ້ກາຍ ເປັນການແຂ່ງຂັນທີ່ຕື່ນເຕັ້ນ, ເອົາຊະ
ນະທ່ານ ເອັດ ກີເລສປີ ສັງກັດພັກຣີພັບບລີກັນ ໃນການເລືອກຕັ້ງ ເພື່ອເຂົ້າຮັບຕຳ
ແໜ່ງແທນຜູ້ປົກ ຄອງລັດ ສັງກັດພັກເດໂມແຄຣັດ ທ່ານ ເທີຣີ ແມັກໂອລິຟ ທີ່ໃກ້ຈະພົ້ນ
ຈາກຕຳແໜ່ງນັ້ນ.

ທ່ານ ນໍແທັມ, ເຊິ່ງປັດຈຸບັນນີ້ເປັນຮອງຜູ້ປົກຄອງລັດ ເວີຈິເນຍ, ໄດ້ຮັກສາຄະແນນ
ນຳໜ້າຢ່າງສະບາຍໃນການສຳຫຼວດຄວາມຄິດເຫັນຜູ້ລົງຄະແນນສຽງຈົນກວ່າທ່ານ
ກິລເລສປີ ໄດ້ອອກການໂຄສະນາທາງໂທລະພາບຫຼາຍຄັ້ງ ທີ່ໂຈມຕີທ່ານ ນໍແທັມ
ກ່ຽວກັບ ບັນຫາຕ່າງໆເຊັ່ນ ອາຊະຍາກຳແກ້ງນັກເລງ, ບັນຫາຄົນເຂົ້າເມືອງ ແລະ ຮັກ
ສາຮູບປັ້ນຕ່າງໆທີ່ເປັນກຽດໃຫ້ແກ່ຊາວ ເວີຈິເນຍ ເມື່ອລັດເວີຈີເນຍ ແລະ ບັນດາລັດ
ທາງພາກໃຕ້ອື່ນໆ ໄດ້ແຍກອອກຈາກບັນດາລັດພາກເໜືອ ໃນລະຫວ່າງສົງຄາມກາງ
ເມືອງຂອງ ອາເມຣິກາ ໃນສັດຕະວັດທີ 19, ເປັນທັກສະທີ່ຄ້າຍຄືກັບທີ່ຖືກໃຊ້ໂດຍ
ທ່ານ ດໍໂນລ ທຣຳ ໃນລະຫວ່າງການແຂ່ງຂັນເຂົ້າດຳລົງຕຳແໜ່ງໃນທຳນຽບຂາວ ທີ່
ໄດ້ປະສົບຜົນສຳ ເລັດໃນປີ 2016.

ຮອງຜູ້ປົກຄອງລັດເວີຈິເນຍ ທ່ານ ຣາຟ ນໍແທັມ ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ແລະ ພັນລະຍາ ທ່ານນາງ ແພມ, ປ່ອນບັດຄະແນນສຽງ ຂອງພວກເພິ່ນ ທີ່ສູນຊຸມຊົນ East Ocean View ໃນເມືອງ ນໍຟອກ ລັດເວີຈິເນຍ. 7 ພະຈິກ 2017.
ຮອງຜູ້ປົກຄອງລັດເວີຈິເນຍ ທ່ານ ຣາຟ ນໍແທັມ ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ແລະ ພັນລະຍາ ທ່ານນາງ ແພມ, ປ່ອນບັດຄະແນນສຽງ ຂອງພວກເພິ່ນ ທີ່ສູນຊຸມຊົນ East Ocean View ໃນເມືອງ ນໍຟອກ ລັດເວີຈິເນຍ. 7 ພະຈິກ 2017.

ທ່ານ ນໍແທັມ ໄດ້ກ່າວຄຳປາໄສ ຮັບເອົາໄຊຊະນະ ຂອງທ່ານວ່າ “ມື້ນີ້, ປະຊາຊົນ
ເວີຈິເນຍ ໄດ້ໃຫ້ຄຳຕອບ, ແລະ ໄດ້ອອກມາເວົ້າ. ລັດເວີຈິເນຍ ໄດ້ບອກໃຫ້ພວກເຮົາ
ສິ້ນສຸດການແບ່ງແຍກກັນ, ວ່າພວກເຮົາຈະບໍ່ໃຫ້ອະໄພຕໍ່ຄວາມຄຽດຊັງ ແລະ ຄວາມ
ເຊື່ອທີ່ບໍ່ມີເຫດຜົນ, ແລະ ເພື່ອສິ້ນສຸດການເມືອງທີ່ໄດ້ເຮັດໃຫ້ປະເທດນີ້ແຕກແຍກກັນ.
ພວກເຮົາຕ້ອງປິດບາດແຜການແບ່ງແຍກກັນ ແລະ ນຳຄວາມສາມັກຄີິມາສູ່ລັດ ເວີຈິ
ເນຍ.”

ໄຊຊະນະຂອງທ່ານ ນໍແທັມ ໄດ້ນຳໄປສູ່ໄຊຊະນະຢ່າງຖ້ວມລົ້ນສຳລັບພັກເດໂມ
ແຄຣັດ ໃນການແຂ່ງຂັນເອົາຫຼາຍຕຳແໜ່ງໃນລັດເວີຈີເນຍ, ລວມທັງຕຳແໜ່ງຮອງຜູ້
ປົກຄອງລັດ ແລະ ໄອຍະການສູງສຸດ. ພັກດັ່ງກ່າວຍັງໄດ້ຮັບໄຊຊະນະຢ່າງບໍ່ຄາດຝັນ
ໃນການເລືອກຕັ້ງສະພານິຕິບັນຍັດຂອງລັດ, ດ້ວຍການຊະນະ 14 ບ່ອນນັ່ງ ໃນສະພາ
ຕໍ່າ, ພຽງ 3 ບ່ອນນັ່ງຫ່າງຈາກການຄວບຄຸມຈາກພັກຣີພັບບລີກັນ. ໄຊຊະນະຂອງພັກ
ເດໂມແຄຣັດ ລວມມີທ່ານນາງ ດານິກາ ໂຣມ, ຜູ້ທີ່ໄດ້ຊະນະສະມາຊິກສະພາ ອາວຸໂສ
ທ່ານ ໂຣເບີດ ມາຊໍl ເພື່ອກາຍເປັນຜູ້ປ່ຽນເພດຢ່າງເປີດເຜີຍຄົນທຳອິດ ທີ່ຖືກເລືອກ
ເປັນເຈົ້າໜ້າທີ່ຂອງລັດ. ທ່ານ ມາຊໍ ເປັນທີ່ຮູ້ຈັກກັນດີໃນຖານະຜູ້ຄັດຄ້ານຢ່າງແຮງ
ກ່ຽວກັບ ສິດທິຄົນຮັກຮ່ວມເພດ.

ທ່ານ ທຣຳ ຜູ້ທີ່ກຳລັງທຳການເດີນທາງ 12 ວັນໄປ 5 ປະເທດໃນທະວີບເອເຊຍ, ໄດ້
ຮັບປະກັນທ່ານ ກິລເລສປີ ໃນຂໍ້ຄວາມທີ່ຂຽນໃນ Twitter ຫຼາຍຄັ້ງໃນວັນອັງຄານ
ວານນີ້. ແຕ່ໄດ້ປ່ຽນຫລັງຈາກໄຊຊະ ນະຂອງທ່ານ ນໍແທັມ ປາກົດຊັດແຈ້ງ.

ທ່ານປະທານາທິບໍດີໄດ້ຂຽນຂໍ້ຄວາມໃນ Twitter ຈາກ ເກົາຫຼີໃຕ້ ວ່າ “ທ່ານ ເອັດ
ກິລເລສປີ ໄດ້ເຮັດວຽກຢ່າງໜັກ ແຕ່ບໍ່ໄດ້ພິສູດໃຫ້ຂ້າພະ ເຈົ້າເຫັນ ຫຼື ສິ່ງທີ່ຂ້າພະ
ເຈົ້າສະໜັບສະໜູນ. ແຕ່ຢ່າລືມວ່າ, ພັກຣີພັບ ບລີກັນໄດ້ຊະນະ 4 ຈາກ 4 ບ່ອນນັ່ງໃນ
ສະພາຕໍ່າ, ແລະ ດ້ວຍເສດຖະກິດທີ່ສ້າງຕົວເລກທີ່ເປັນສະຖິຕິນັ້ນ, ພວກເຮົາຈະສືບ
ຕໍ່ໄດ້ຊະນະ ແລະ ແມ່ນກະທັ້ງໃຫຍ່ກວ່າໃນຄັ້ງທີ່ຜ່ານມາ.”

ໃນລັດ ນິວ ເຈີຊີ ທ່ານ ຟິລ ເມີຟີ ສັງສັດພັກເດໂມແຄຣັດ ກໍໄດ້ຊະນະຕາມທີ່ຄາດໄວ້
ຕໍ່ຮອງຜູ້ປົກຄອງລັດສັງກັດພັກຣີພັບບລີກັນ ທ່ານນາງ ຄິມ ກົວດາໂຍ ໃນການແຂ່ງ
ຂັນເພື່ອເຂົ້າດຳລົງຕຳແໜ່ງແທນຜູ້ປົກຄອງລັດ ທ່ານ ຄຣິສ ຄຣິສຕີ. ທ່ານນາງ
ກົວດາໂຍ ໄດ້ຮັບຄວາມເສຍຫາຍໂດຍການທີ່ທ່ານນາງພົວພັນກັບທ່ານ ຄຣິສຕີ, ຜູ້ລົງ
ແຂ່ງຂັນສຳລັບການສະເໜີຊື່ຮັບຕຳແໜ່ງປະທາ ນາທິບໍດີສຳລັບພັກຣີພັບບລີກັນໃນປີ
2016, ຜູ້ທີ່ລະດັບຄວາມນິຍົມຊົມຊອບໄດ້ຕົກລົງຕໍ່າຫຼາຍເປັນສະຖິຕິ ໃນຂະນະທີ່
ທ່ານໄດ້ສິ້ນສຸດການດຳລົງຕຳແໜ່ງ 8 ປີຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG