ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ສ້າງປະຫວັດສາດ ດ້ວຍການ ສະເໜີຊື່ ທ່ານນາງ Hillary Clinton


Hillary Clinton Receives Historic Nomination
please wait

No media source currently available

0:00 0:03:20 0:00

ອະດີດລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງ Hillary Clinton ແລະ ພັກເດ ໂມແຄຣັດ ໄດ້ສ້າງປະຫວັດສາດໃນວັນອັງຄານວານນີ້ ເມື່ອທ່ານນາງ Clinton ໄດ້ກາຍ ເປັນແມ່ຍິງຄົນທຳອິດທີ່ໄດ້ຖືກສະເໜີຊື່​ໃຫ້​ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາທາທິບໍດີ ໂດຍພັກການເມືອງໃຫຍ່ຂອງ ສະຫະລັດ. ແຕ່ເທົ່າທີ່ພັກເດໂມແຄຣັດ ຢາກຈະສະເຫຼີມ ສະຫຼອງນັ້ນ, ມັນມີສິ່ງທ້າທາຍຕ່າງໆໃນຕໍ່ໜ້າ ສຳລັບການລວບລວມພັກເພື່ອໜູນຫຼັງ ທ່ານນາງ Clinton ແລະ ກຽມພ້ອມທີ່ຈະຮັບມືກັບທ່ານ Donald Trump ຈາກພັກຣີພັບ ບລີກັນ ໃນການເລືອກຕັ້ງທົ່ວໄປ. ນັກຂ່າວແຫ່ງຊາດຂອງວີໂອເອ Jim Malone ມີລາຍ ງານເພີ່ມເຕີມໃນວັນທີສອງຂອງກອງປະຊຸມຫຼວງແຫ່ງຊາດຂອງພັກເດໂມແຄຣັດ ຈາກ ນະຄອນ Philadelphia, ​ເຊິ່ງ ພຸດທະສອນ ມີລາຍລະອຽດມາສະເໜີທ່ານ.

ທ່ານນາງ Stephanie Rawlings-Blake ຜູ້ປົກຄອງນະຄອນ Baltimore ກ່າວວ່າ “ສະ ບາຍດີຕອນບ່າຍ ບັນດາຜູ້ແທນທັງຫຼາຍ. ພວກເຮົາພ້ອມທີ່ຈະສ້າງປະຫວັດສາດບາງ ຢ່າງແລ້ວບໍ?"

ນະຄອນ Philadelphia ແມ່ນຄຸ້ນເຄີຍກັບການ​ສ້າງປະຫວັດສາດມາ ກ່ອນ​ແລ້ວ ແລະ ໃນວັນອັງຄານວານນີ້, ມັນໄດ້ເພີ່ມໜ້າ​ໃໝ່ທີ່ສຳຄັນອີກໜ້າໜຶ່ງໃສ່ປະຫວັດສາດຂອງ ພວກເຂົາເຈົ້າ, ເຊິ່ງແມ່ນແມ່ຍິງຜູ້ທຳອິດໄດ້ຖືກສະເໜີຊື່ໃຫ້​ເປັນ​ຜູ້​ສະໝັກ​ ເຂົ້າ​ແຂ່ງຂັນ​ເອົາຕຳແໜ່ງປະທາ ນາທິບໍດີ ໂດຍພັກການເມືອງໃຫຍ່ຂອງ ສະຫະລັດ.

ທ່ານນາງ Marcia Fudge ຜູ້ແທນພັກເດໂມແຄຣັດຈາກລັດ Ohio ກ່າວວ່າ “ໝົດທຸກ ຄົນຜູ້ທີ່ສະໜັບສະໜູນເວົ້າ `ເອົາ,` ຜູ້ຄັດຄ້ານເວົ້າ `ບໍ່.` ຜູ້ທີ່ເວົ້າເອົາ `ເປັນຜູ້ໄດ້ຊະ ນະ`."

ພັກເດໂມແຄຣັດ ໄດ້ສະເໜີຊື່ທ່ານນາງ Clinton ຢ່າງເປັນທາງການຫຼັງຈາກ ການເອີ້ນຊື່ ຕາມທຳນຽມ ຂອງແຕ່ລະລັດ, ເຮັດໃຫ້ມີການສະ ເຫຼີມສະຫຼອງເກີດຂຶ້ນຢູ່ພາຍໃນຫໍປະ ຊຸມ.

ຜູ້ຖືກສະເໜີຊື່ຕໍ່ມາໄດ້ກ່າວຂອບໃຈບັນດາຜູ້ແທນຜ່ານທາງດາວທຽມຈາກບ້ານຂອງທ່ານ ນາງໃນນະຄອນ ນິວຢອກ.

ທ່ານນາງ Hillary Clinton ຜູ້ຖືກສະເໜີຊື່ຈາກພັກເດໂມແຄຣັດ ກ່າວວ່າ “ນີ້ແມ່ນໄຊຊະ ນະຂອງບັນດາທ່ານແທ້ໆ. ນີ້ແມ່ນຄ່ຳຄືນຂອງພວກທ່ານແທ້ໆ.”

ອະດີດປະທານາທິບໍດີ Bill Clinton ໄດ້ເຮັດໃຫ້ບັນດາຜູ້ແທນຫຼາຍຄົນຕ້ອງ ລຸກຢືນຂຶ້ນດ້ວຍການ ສະແດງຄວາມຮູ້ສຶກທີ່ຕື່ນ ເຕັ້ນຫຼາຍ ຕາງໜ້າພັນລະຍາຂອງທ່ານ ໃນຄ່ຳຄືນທີ 2 ຂອງກອງປະຊຸມ ຫຼວງ ຂອງພັກເດໂມແຄຣັດ ໃນນະຄອນ Philadelphia, 26 ກໍລະກົດ, 2016 (A. Shaker/VOA)
ອະດີດປະທານາທິບໍດີ Bill Clinton ໄດ້ເຮັດໃຫ້ບັນດາຜູ້ແທນຫຼາຍຄົນຕ້ອງ ລຸກຢືນຂຶ້ນດ້ວຍການ ສະແດງຄວາມຮູ້ສຶກທີ່ຕື່ນ ເຕັ້ນຫຼາຍ ຕາງໜ້າພັນລະຍາຂອງທ່ານ ໃນຄ່ຳຄືນທີ 2 ຂອງກອງປະຊຸມ ຫຼວງ ຂອງພັກເດໂມແຄຣັດ ໃນນະຄອນ Philadelphia, 26 ກໍລະກົດ, 2016 (A. Shaker/VOA)

ກ່ອນໜ້ານີ້, ອະດີດປະທານາທິບໍດີ Bill Clinton ໄດ້ເຮັດໃຫ້ບັນດາຜູ້ແທນຫຼາຍຄົນຕ້ອງ ລຸກຢືນຂຶ້ນດ້ວຍການສະແດງຄວາມຮູ້ສຶກທີ່ຕື່ນ ເຕັ້ນຫຼາຍ ຕາງໜ້າພັນລະຍາຂອງທ່ານ.

ທ່ານ Bill Clinton ອະດີດປະທານາທິບໍດີ ກ່າວວ່າ “ຂ້າພະເຈົ້າຫວັງວ່າພວກທ່ານຈະ ເລືອກເອົາລາວ. ພວກທ່ານຜູ້ທີ່ມີມື້ວານນີ້ຫຼາຍກວ່າມື້ອື່ນເບິ່ງຄືຈະເປັນຫ່ວງ ກ່ຽວກັບ ລູກ ແລະ ຫຼານຂອງພວກເຮົາ ແລະ ເຫດຜົນທີ່ທ່ານຄວນເລືອກເອົາລາວກໍແມ່ນວ່າ ໃນປະເທດທີ່ຍິ່ງໃຫຍ່ທີ່ສຸດໃນໂລກນີ້, ພວກເຮົາໄດ້ນຶກເຖິງມື້ອື່ນຕະຫຼອດ, ລູກ ແລະ ຫຼານຂອງພວກທ່ານ ແລະ ພວກເຂົາເຈົ້າຈະໃຫ້ຄວາມສຸກແກ່ພວກທ່ານໄປຕະຫຼອດ ຖ້າທ່ານເຮັດແນວນັ້ນ. ຂອບໃຈ. ຂໍໃຫ້ພະເຈົ້າຄຸ້ມຄອງພວກທ່ານ.”

ແລະ ໃນຄວາມພະຍາຍາມເພື່ອສ້າງ​ຄວາມສມັກ​ຄີ​ພາຍ​ໃນພັກນັ້ນ, ມັນແມ່ນອະດີດຄູ່ ແຂ່ງຂັນຂອງທ່ານນາງ Clinton, ຄືທ່ານ Bernie Sanders ທີ່ໄດ້ຮຽກຮ້ອງໃຫ້ຜູ້ທີ່ຕິດ ຕາມຂອງທ່ານ ຮ່ວມກັນໜູນຫຼັງອະດີດລັດຖະມົນຕີຕ່າງປະເທດນັ້ນ.

ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກ ເດໂມແຄຣັດ ສະມາຊິກສະພາສູງລັດ Vermont ສະເໜີໃຫ້ທ່ານນາງ Hillary Clinton ເປັນຜູ້ຖືກສະເໜີຊື່ຂອງພັກເດໂມແຄຣັດ ໃນການ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໃນລະຫວ່າງ ກອງປະຊຸມຫຼວງແຫ່ງຊາດຂອງ ພັກເດໂມແຄຣັດ ຄ່ຳຄືນທີ 2.
ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຂອງພັກ ເດໂມແຄຣັດ ສະມາຊິກສະພາສູງລັດ Vermont ສະເໜີໃຫ້ທ່ານນາງ Hillary Clinton ເປັນຜູ້ຖືກສະເໜີຊື່ຂອງພັກເດໂມແຄຣັດ ໃນການ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໃນລະຫວ່າງ ກອງປະຊຸມຫຼວງແຫ່ງຊາດຂອງ ພັກເດໂມແຄຣັດ ຄ່ຳຄືນທີ 2.

ສະມາຊິກສະພາສູງ ລັດ Vermont ທ່ານ Bernie Sanders ກ່າວວ່າ “ຂ້າພະເຈົ້າຂໍສະ ເໜີວ່າ ທຸກໆບັດຄະແນນສຽງທີ່ໄດ້ຖືກປ່ອນໂດຍບັນດາຜູ້ແທນທັງຫຼາຍ ຈະຖືກສະ ທ້ອນກັບ ໃນການບັນທຶກຢ່າງເປັນທາງການ, ແລະ ຂ້າພະເຈົ້າສະເໜີວ່າ ທ່ານນາງ Hillary Clinton ຖືກເລືອກໃຫ້ເປັນຜູ້ຖືກສະເໜີຊື່ຂອງພັກເດໂມແຄຣັດ ​ໃນການແຂ່ງ ຂັນເອົາຕຳແໜ່ງປະທານາທິບໍດີຂອງ ສະຫະລັດ.”

ແຕ່ໃນສັນຍານໜຶ່ງຂອງຄວາມເຄັ່ງຕຶງທີ່ຍືດເຍື້ອມາດົນນານຂອງພັກນັ້ນ, ບັນດາຜູ້ແທນ ແລະ ຜູ້ສະໜັບສະໜູນທ່ານ Sanders ຈຳນວນຫຼາຍ ໄດ້ຍ່າງອອກຈາກກອງປະຊຸມຫຼວງ ໄປຫາຕູບຜ້າຂອງສື່ມວນຊົນທີ່ຢູ່ໃກ້ຄຽງ ບ່ອນທີ່ພວກເຂົາເຈົ້າຈັດການປະທ້ວງແບບ ງຽບໆ.

ທ່ານ Michael Grom ແມ່ນຜູ້ແທນທີ່ສະໜັບສະໜູນທ່ານ Sanders ຈາກລັດ Ohio.

ທ່ານ Michael Grom ກ່າວວ່າ “ພວກເຂົາເຈົ້າສະແດງໃຫ້ເຫັນວ່າພວກເຂົາເຈົ້າບໍ່ມີ ສິດອອກສຽງ ໃນລະບອບປະຊາທິປະໄຕນີ້. ພວກເຂົາເຈົ້າຮູ້ສຶກວ່າ ພວກເຂົາເຈົ້າໄດ້ ຖືກກີດກັ້ນໂດຍຊິ້ນເຊີງ. ລະບອບປະຊາທິປະໄຕຂອງພວກເຮົາໄດ້ຖືກຄວບຄຸມໂດຍ ພວກບໍລິສັດຕ່າງໆ.”

ຜູ້ສະໜັບສະໜູນທ່ານ Bernie Sanders ຖືປ້າຍທີ່ອ່ານວ່າ "ປະຊາທິປະໄຕເປັນຄືແນວນີ້." ຫຼັງຈາກ ທ່ານນາງ Hillary Clinton ໄດ້ຖືກສະເໜີຊື່ຢ່າງເປັນທາງການ ທີ່ກອງປະຊຸມຫຼວງພັກເດໂມແຄຣັດ ໃນລັດ Philadelphia. 26 ກໍລະກົດ, 2016. (A.Shaker/VOA)
ຜູ້ສະໜັບສະໜູນທ່ານ Bernie Sanders ຖືປ້າຍທີ່ອ່ານວ່າ "ປະຊາທິປະໄຕເປັນຄືແນວນີ້." ຫຼັງຈາກ ທ່ານນາງ Hillary Clinton ໄດ້ຖືກສະເໜີຊື່ຢ່າງເປັນທາງການ ທີ່ກອງປະຊຸມຫຼວງພັກເດໂມແຄຣັດ ໃນລັດ Philadelphia. 26 ກໍລະກົດ, 2016. (A.Shaker/VOA)

ເຖິງແມ່ນວ່າຈະບໍ່ມີຄວາມປອງດອງກັນ, ຜູ້ແທນສະໜັບສະໜູນທ່ານນາງ Clinton, ທ່ານນາງ Janet Buskey ຈາກລັດ Alabama ແມ່ນໄດ້ຕື່ນຕາຕື່ນໃຈກັບການສະເໜີ ຊື່ນີ້.

ທ່ານນາງ Janet Buskey ກ່າວວ່າ “ທຸກໆສິດທິທີ່ໄດ້ຖືກປະຕິເສດຕໍ່ຄົນຜິດດຳ, ທຸກໆ ສິດທິທີ່ໄດ້ຖືກປະຕິເສດຕໍ່ບັນດາແມ່ຍິງ, ພວກເຮົາເບິ່ງຄືຈະ​ໝູນ​ໄປ​ຄົບ​ວົງ​ຈອນ​ຢ່າງ​ເຕັມທີ່, ແລະ ຂ້າພະເຈົ້າກໍເຫັນປະ ເທດ ອາເມຣິກາ ທີ່ສົມບູນແບບ.”

ດ້ວຍການເພັ່ງເລັງໃສ່ພັກເດໂມແຄຣັດ ເປັນສ່ວນຫຼາຍໃນສັບປະດານີ້, ທ່ານ Donald Trump ຈາກພັກຣີພັບບລີກັນ ກໍໄດ້ຫຍຸ້ງວຽກໃນການເດີນທາງໂຄສະນາຫາສຽງ.

ທ່ານ Trump ໄດ້ຄົ້ນຫາບັນທຶກ ກ່ຽວກັບ ທະຫານຜ່ານເສິກຂອງທ່ານນາງ Hillary Clinton ໃນວັນອັງຄານວານນີ້ ໃນລະຫວ່າງ ການໃນຄຳປາໄສໃນລັດ North Carolina.

Donald Trump ກ່າວວ່າ “ພວກເຮົາຮູ້ວ່າລາວເບິ່ງແຍງພວກທະ ຫານຜ່ານເສິກແນວ ໃດ. ເບິ່ງໃນການໂຈມຕີປະເທດ ລີເບຍ ແລະ ການຮັບມືກັບບັນຫາ Benghazi ຂອງ ລາວແມ້. ມັນແມ່ນຄວາມຫາຍານະ.”

ໃນວັນພຸດມື້ນີ້, ບັນດາຜູ້ແທນ ຈະໄດ້ຍິນການກ່າວຄຳປາໄສຈາກປະ ທານາທິບໍດີ ບາຣັກ ໂອບາມາ, ຮອງປະທານາທິບໍດີ Joe Biden ແລະ ຄູ່ຮ່ວມລົງສະໝັກແຂ່ງຄັນເອົາຕຳ ແໜ່ງຮອງປະທານາທິບໍດີ ຂອງທ່ານນາງ Clinton, ສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kaine.

ທ່ານນາງ Hillary Clinton ຈະກ່າວຄຳປາໄສໃນກອງປະຊຸມຫຼວງ ວັນພະຫັດມື້ອື່ນນີ້.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

Voters React to Hillary Nomination
please wait

No media source currently available

0:00 0:02:09 0:00

XS
SM
MD
LG