ການສືບສວນເພື່ອການຟ້ອງຮ້ອງ ກ່ຽວກັບ ການກ່າວຫາທີ່ວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະກົດດັນ ຢູເຄຣນ ໄດ້ເປັນຈຸດເພັ່ງທີ່ສຳຄັນໃນນະຄອນຫຼວງວໍຊິງຕັນ ເມື່ອວັນພຸດວານນີ້ ແລະ ເປັນຫົວຂໍ້ທຳອິດຂອງການໂຕ້ວາທີຄັ້ງຫຼ້າສຸດໃນຄືນຂອງວັນດຽວກັນ, ໃນຂະນະທີ່ສະມາຊິກພັກເດໂມແຄຣັດ ແຂ່ງຂັນກັນເປັນຜູ້ຖືກສະເໜີຊື່ຂອງພັກໃນການເລືອກຕັ້ງປີ 2020 ທີ່ນະຄອນ ແອັດແລນຕາ, ລັດ ຈໍເຈຍ.
ຜູ້ທີ່ໄດ້ຢູ່ເທິງເວທີໄດ້ສາມັກຄີກັນສະໜັບສະໜູນ ສຳລັບການສືບສວນເພື່ອຟ້ອງຮ້ອງ ແລະ ການບໍ່ເຫັນດີຂອງພວກເພິ່ນ ຕໍ່ປະທານາທິບໍດີ ທີ່ແຕ່ລະຄົນຫວັງວ່າຈະໄດ້ເປັນຄູ່ແຂ່ງຂອງພວກເພິ່ນ ເມື່ອຜູ້ລົງຄະແນນສຽງໃນທົ່ວປະເທດໄປປ່ອນບັດນຶ່ງປີຈາກນີ້ໄປ.
ຄວາມມຸ່ງໝາຍດັ່ງກ່າວ ແມ່ນເຫັນໄດ້ຢ່າງໂດດເດັ່ນຕະຫຼອດການໂຕ້ວາທີ, ດ້ວຍບັນດາຜູ້ລົງແຂ່ງຂັນໄດ້ໃຊ້ເວລາໃນການໂຈມຕີກັນເອງໜ້ອຍກວ່າຄັ້ງທີ່ຜ່ານມາ ໃນຂະນະທີ່ພວກເພິ່ນໄດ້ເນັ້ນເຖິງຂໍ້ຄິດເຫັນ ກ່ຽວກັບ ນະໂຍບາຍທີ່ພວກເພິ່ນເຫັນດີກັນເປັນສ່ວນໃຫຍ່.
ສະມາຊິກສະພາສູງທ່ານ ເບີນີ ແຊນເດີສ໌ ໄດ້ເອີ້ນທ່ານ ທຣຳ ວ່າ ບາງເທື່ອເປັນປະທານາທິບໍດີທີ່ສໍ້ໂກງທີ່ສຸດໃນປະຫວັດສາດຍຸກໃໝ່ຂອງ ສະຫະລັດ, ແຕ່ໄດ້ເຕືອນ ກ່ຽວກັບ ການຄັດຄ້ານທ່ານ ທຣຳ ບໍ່ໃຫ້ເອົາເປັນຈຸດເພັ່ງເລັງອັນດຽວໃນການເອົາຊະນະທ່ານປະທານາທິບໍດີໃນການເລືອກຕັ້ງ. ທ່ານໄດ້ອ້າງເຖິງສິ່ງທ້າທາຍດ້ານເສດຖະກິດທີ່ຜູ້ຂາດປະກັນສຸຂະພາບ ຫຼື ທີ່ຢູ່ອາໄສກຳລັງປະເຊີນ ແລະ ວິກິດການດ້ານສະພາບອາກາດໃນປັດຈຸບັນ ດັ່ງທີ່ທ່ານໄດ້ເວົ້າວ່າ ລັດຖະບານ ສາມາດລົງມືເຮັດສອງຢ່າງນັ້ນ ແລະ ສືບສວນທ່ານ ທຣຳ.
ສະມາຊິກສະພາສູງທ່ານນາງ ເອລິຊາເບັດ ວໍເຣັນ ໄດ້ອ້າງເຖິງການສືບສວນກ່ອນໜ້ານີ້ ໂດຍໄອຍະການພິເສດ ທ່ານ ໂຣເບີດ ມັລເລີ, ຜູ້ທີ່ໄດ້ສອບສວນກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີປີ 2016 ແລະ ວ່າທ່ານ ທຣຳ ໄດ້ພະຍາຍາມທີ່ຈະຂັດຂວາງການສືບສວນໃນເວລາທີ່ທ່ານດຳລົງຕຳແໜ່ງຫຼືບໍ່. ທ່ານ ວໍເຣັນ ໄດ້ກ່າວວ່າ ການບໍ່ດຳເນີນການຂອງລັດຖະສະພາ ກ່ຽວກັບບັນຫານັ້ນໄດ້ເຮັດໃຫ້ທ່ານ ທຣຳ ມີກຳລັງໃຈໃນຂ່າວນອງນັນປັດຈຸບັນນີ້, ເຊິ່ງທ່ານກຳລັງປະເຊີນກັບການກ່າວຫາວ່າທ່ານໄດ້ພະຍາຍາມກົດດັນ ຢູເຄຣນ ໃຫ້ສືບສວນອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ເຊິ່ງແມ່ນຄູ່ແຂ່ງທາງການເມືອງທີ່ມີຄະແນນນຳໜ້າ.
ທ່ານ ໄບເດັນ ໄດ້ກ່າວວ່າ, ຖ້າຖືກເລືອກໃຫ້ເປັນປະທານາທິບໍດີ, ທ່ານຈະບໍ່ແຊກແຊງກະຊວງຍຸຕິທຳ ໃນການພິຈາລະນາວ່າ ຈະສືບສວນ ທ່ານ ທຣຳ ສຳລັບຂໍ້ກ່າວຫາທີ່ອາດເປັນອາຊະຍາກຳ, ປ່ອຍໃຫ້ການຕັດສິນໃຈນັ້ນຂຶ້ນກັບການພິຈາລະນາຢ່າງອິດສະຫຼະໂດຍລັດຖະມົນຕີຍຸຕິທຳ. ທ່ານ ໄບເດັນ ຍັງໄດ້ສະແດງເຖິງຄວາມຈຳເປັນ ສຳລັບ “ການມີມາລະຍາດ” ແລະ ການທ້ອນໂຮມປະເທດໃຫ້ເປັນນຶ່ງດຽວກັນ, ໃນຂະນະທີ່ທ່ານໄດ້ປະຕິເສດກໍລະນີເມື່ອບໍ່ດົນມານີ້ ທີ່ຝູງຄົນໄດ້ຮ້ອງວ່າ “ເອົາລາວເຂົ້າຄຸກ”, ໃນການອ້າງເຖິງທ່ານ ທຣຳ ແລະ ການທີ່ທ່ານ ທຣຳ ມັກຮ້ອງວ່າ “ຈັບລາວເຂົ້າຄຸກ” ໃນການຊຸມນຸມທາງການເມືອງຂອງທ່ານ.
ສະມາຊິກສະພາສູງທ່ານ ຄໍຣີ ບຸກເກີ ກໍໄດ້ສະໜັບສະໜູນຄວາມຄິດ ກ່ຽວກັບ ປະທານາທິບໍດີຄົນຕໍ່ໄປ ໃນການເປັນຄົນຜູ້ທີ່ສາມາດນຳເອົາປະເທດກັບມາເຫັນພ້ອມກັນອີກ, ແຕ່ທ່ານໄດ້ກ່າວວ່າ ມັນບໍ່ແມ່ນເຮັດໃຫ້ປະຊາຊົນ ອາເມຣິກັນ ມີເວລາທີ່ດີນຳກັນຢ່າງໃດຢ່າງນຶ່ງ, ແຕ່ໃຫ້ເຮັດວຽກຮ່ວມກັນເພື່ອບັນລຸ “ສິ່ງທີ່ດີທີ່ສຸດ.”