ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກເດໂມແຄຣັດ ໝັ້ນ​ໃຈຫຼາຍຂຶ້ນ ໃຫ້ຟ້ອງ ປົດປະທານາທິບໍດີ ທຣຳ


ສະມາຊິກສະພາຕໍ່າ ທ່ານແຈໂຣລ ແນດເລີ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, ປະທານຄະນະ ກຳມະການຕຸລາການຂອງສະພາຕ່ຳ, ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.
ສະມາຊິກສະພາຕໍ່າ ທ່ານແຈໂຣລ ແນດເລີ ສັງກັດພັກເດໂມແຄຣັດ ຈາກລັດນິວຢອກ, ປະທານຄະນະ ກຳມະການຕຸລາການຂອງສະພາຕ່ຳ, ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.

ການປະຕິເສດຂອງໄອຍະການພິເສດ ທ່ານໂຣເບີດ ມັລເລີ ໃນວັນພຸດວານນີ້ ທີ່ຈະລົບ
ລ້າງຂໍ້ກ່າວຫາຕ່າງໆ ຕໍ່ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່ຽວກັບວ່າ ທ່ານ
ໄດ້ຂັດຂວາງຂະບວນການຍຸຕິທຳ ດ້ວຍການພະຍາຍາມກີດກັນການສືບສວນສອບສວນ
ໃນການແຊກແຊງຂອງຣັດເຊຍນັ້ນ ປາກົດວ່າ ຈະເຮັດໃຫ້ບັນດາພັກເດໂມແຄຣັດ ທີ່ເປັນ
ຝ່າຍຄ້ານ ມີຄວາມໝັ້ນໃຈຫຼາຍຂຶ້ນ ທີ່ຈະຮຽກຮ້ອງໃຫ້ມີການສືບສວນທ່ານທຣຳ ຕື່ມອີກ
ແລະອາດເປັນໄປໄດ້ວ່າ ຈະທຳການພິຈາລະນາຟ້ອງ​ຮ້ອງ ເພື່ອປົດປະທານາທິບໍດີ
ອອກຈາກຕຳແໜ່ງ ຫຼື impeachment.

“ພວກເຮົາຈະເອົາມາດຕະການ ເພື່ອໃຫ້ທ່ານປະທານາທິບໍດີ ຮັບຜິດຊອບ” ນັ້ນແມ່ນ
ຄຳເວົ້າຂອງສະມາຊິກສະພາຕໍ່າ ທ່ານແຈໂຣລ ແນດເລີ ປະທານຄະນະກຳມະການ
ຕຸລາການຂອງສະພາຕ່ຳ ບ່ອນທີ່ການພິຈາລະນາຮັບຟັງການ​ຟ້ອງຮ້ອງ ເພື່ອປົດປະທາ-
ນາທິບໍດີ ຈະ​ເລີ້ມຕົ້ນຂຶ້ນ. ທ່ານແນດເ​ລີ ເວົ້າອີກວ່າ “ໃນດ້ານຂອງການພິຈາລະນາ
ຟ້ອງ​ຮ້ອງປົດປະທານາທິບໍດີ ທຸກໆທາງເລືອກແມ່ນ ພ້ອມທີ່ຈະນຳໃຊ້.”

ສ່ວນປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ໄດ້ລັງເລໃຈ ທີ່ຈະເລີ້ມຕົ້ນການພິຈາ-
ລະນາເພື່ອ​ຟ້ອງ​ຮ້ອງປົດປະທານາທິບໍດີ ຫາກແຕ່ວ່າ ຢາກໃຫ້ລັດຖະສະພາສືບສວນ
ສອບສວນ ທ່ານທຣຳ ຄະນະລັດຖະບານຂອງທ່ານ ແລະຄວາມ ພະຍາຍາມ ທີ່ຈະເຮັດ
ໃຫ້ການກວດສອບໄລຍະ 22 ເດືອນ ຂອງທ່ານມັລເລີ ໃນການເກັບ​ກຳຫຼັກຖານລະງັບ
ລົງ ເຫຼົ່ານີ້ເປັນຕົ້ນຕື່ມອີກ ໂດຍກ່າວວ່າ ອັນນັ້ນ “ເປັນເລື້ອງທີ່ປະຊາຊົນ ອາເມຣິກັນ
ສົນໃຈຫຼາຍ.”

ເຖິງແມ່ນ ຫຼັງຈາກທີ່ທ່ານມັລເລີ ໄດ້ກ່າວໄປວ່າ “ຖ້າພວກເຮົາມີຄວາມໝັ້ນໃຈ ວ່າ
ທ່ານປະທານາທິບໍດີ ບໍ່ໄດ້ກະທຳຄວາມຜິດທາງອາຍາຢ່າງຊັດ​ແຈ້ງ ພວກເຮົາກໍຈະ
ເວົ້າເຊັ່ນນັ້ນ”
ທ່ານນາງເພໂລຊີໄດ້ກ່າວໃນຖະແຫລງການວ່າ ລັດຖະສະພາ “ຍຶດຖື
ຄວາມຮັບຜິດຊອບຕໍ່ລັດຖະທຳມະນູນທີ່ສັກສິດຂອງຕົນ ໃນການສືບສວນສອບສວນ
ແລະນຳເອົາທ່ານປະທານາທິບໍດີ ມາຮັບຜິດຊອບ ສຳລັບການໃຊ້ອຳນາດເກີດຂອບ
ເຂດ.”

ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດຈຳນວນນຶ່ງ ຜູ້ທີ່ຫາທາງທີ່ຈະເອົາ
ຊະນະ ທ່ານທຣຳ ໃນການເລືອກຕັ້ງ ໃນເດືອນພະຈິກ ​ປີ 2020 ນີ້ ໄດ້ຮຽກຮ້ອງໃຫ້ພິຈາ-
ລະນາປົດທ່ານທຣຳ ອອກ. ບັນດາສະມາຊິກສະພາຕ່ຳຈາກ ພັກເດໂມແຄຣັດ ປະມານ
30 ກວ່າຄົນ ແລະ ສະມາຊິິກສະພາ ຈາກພັກຣີພັບບລີກັນຄົນດຽວ ໄດ້ຮຽກຮ້ອງໃຫ້ປົດ
ທ່ານທຣຳອອກຈາກຕຳແໜ່ງ ເຖິງຢ່າງນັ້ນກໍຕາມ ຖ້າຫາກສະພາຕ່ຳ ຈະທຳການລົງ
ຄະແນນສຽງ ເຫັນດີໃຫ້ປົດປະທານາທິບໍດີ ມັນເປັນໄປໄດ້ສູງ ທີ່ສະພາສູງ ຊຶ່ງຄວບຄຸມ
ໂດຍພັກຣີພັບບລີກັນ ຈະບໍ່ປົດທ່ານ ທຣຳ ອອກຈາກຕຳແໜ່ງ.

ສະມາຊິກສະພາສູງ ທ່ານນາງເອລີຊາເບັດ ວໍເຣນ ຈາກລັດແມັດຊາຈູ​ເຊັດສ໌ ຜູ້ທີ່ຕ້ອງຕິ
ທ່ານທຣຳ ຊຶ່ງກຳລັງສະແຫວງຫາ ການຖືກສະເໜີຊື່ ລົງສະໝັກເປັນ ປະທານາທິບໍດີ
ຈາກພັກເດໂມແຄຣັດໄດ້ກ່າວວ່າ “ຖະແຫຼງການຂອງທ່ານມັລເລີ ໄດ້ກ່າວຢ່າງຈະແຈ້ງ ໃນສິ່ງທີ່ພວກຄົນທັງຫຼາຍ ທີ່ໄດ້ອ່ານລາຍງານຂອງທ່ານ ນັ້ນ ຮູ້ວ່າ ມັນເປັນການສະ​ເໜີໃຫ້ພິຈາລະນາ​ຟ້ອງ​ຮ້ອງປົດປະທານາທິບໍດີ ແລະ ມັນກໍຂຶ້ນຢູ່ກັບລັດຖະສະພາວ່າ ຈະປະຕິບັດຫຼືບໍ່. ພວກເຂົາເຈົ້າຄວນປະຕິບັດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG