ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣທ ປະຊຸມກັນ ອາທິດນີ້ ທີ່ລັດ North Carolina (ວີດີໂອ)


ທາງໃນຫ້ອງກອງປະຊຸມຫລວງຂອງພັກເດໂມແຄຣທ ທີ່ເມືອງ Charlotte ລັດ North Carolina .
ທາງໃນຫ້ອງກອງປະຊຸມຫລວງຂອງພັກເດໂມແຄຣທ ທີ່ເມືອງ Charlotte ລັດ North Carolina .
ໃນ​ດ້ານ​ຂ່າວ​ການ​ເມືອງ​ຂອງ​ສະຫະລັດນັ້ນ ສະມາຊິກ​ພັກ​ເດ​ໂມ​ແຄຣທ ຫລາຍ​ພັນ​ຄົນ ກໍາລັງ​ເຕົ້າ​ໂຮມກັນໃນ​ອາທິດ​ນີ້ ຢູ່ທີ່​ເມືອງ​ Charlotte ລັດ North Carolina ທາງ​ຕາ​ເວັນ​ອອກສຽງພາກ​ໃຕ້ ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ຫລວງ​ຂອງ​ພັກ. ກອງ​ປະ​ຊຸມ​ຈະໄຂ​ຂື້ນ​ໃນ​ວັນ​ອັງຄານມື້ອື່ນ ​ແລະ​ຈະ​ກ້າວ​ໄປ​ສູ່​ຈຸດ​ສໍາຄັນ​ແລະ​ຈຸດ​ມ້ວນ
ທ້າຍ​ໃນ​ວັນ​ພະຫັດ ​ຊຶ່ງທ່ານ Barack Obama ຈະ​ປະກາດ​ຮັບ​ເອົາຢ່າງ​ເປັນ​ທາງ​ການ ​ການ​ແຕ່​ງຕັ້ງ​ຂອງ​ພັກ​ ​ໃຫ້ທ່ານ​ເປັນ​ຜູ້​ສະໝັກ​ເລືອກ​ຕັ້ງປະທານາທິບໍດີ​ຂອງ​ພັກ ​ເປັນສະ​ໄໝທີ​ສອງນັ້ນ.

ຫລັງຈາກ​ທີ່​ໄດ້​ຖືກ​ຕິຕຽນ ໂດຍ​ພັກຣີ​ພັບບ​ລິກັນ ມາ​ເປັນ​ເວລາ
ນຶ່ງ​ອາທິດ ຢູ່ກອງ​ປະ​ຊຸມ​ຫລວງ​ຂອງ​ເຂົາ​ເຈົ້າ​ ທີ່​ເມືອງ Tampa
ລັດ Florida ​ແລ້ວ​ນັ້ນ ພັກ​ເດ​ໂມ​ແຄຣທ ກໍ​ຫວັງ​ວ່າ ຈະ​ປຸ້ມ​ລຸມ
ກັນຢູ່​ອ້ອມ​ຂ້າງ ​ປະທານາທິບໍດີ Obama ​ໃນ​ອາທິດ​ນີ້ ​ຢູ່ທີ່​
ເມືອງ Charlotte.

ທ່ານ Mitt Romney ຜູ້​ຖືກ​ແຕ່ງ​ຕັ້ງໃຫ້ສະໝັກ​ເປັນ​ປະທານາທິບໍດີ ຂອງ​ພັກ​ຣີພັບບ​ລິ​ກັນ ​ແລະ​ບັນດາ​ຜູ້​ສະໜັບ​ສະ​ໜຸນ ​ໄດ້ພາກັນ​ຕິຕຽນ​ປະວັດ​ດ້ານ​ເສດຖະກິດ​ຂອງປະທານາທິ
ບໍດີ Obama ​ໃນລະຫວ່າງ​ກອງ​ປະ​ຊຸມ​ຂອງ​ເຂົາ​ເຈົ້າ ​ແລະ​ບັດ​ນີ້​ມັນ​ແມ່ນຜຽນຂອງ​ພັກ​
ເດ​ໂມ​ແຄຣທ ທີ່​ຈະ​ປ້ອງ​ກັນ​ປະວັດຂອງ ທ່ານ ​ແລະສະ​ເໜີ​ວິ​ໄສ​ທັດໃຫ້ເຫັນວ່າ ທ່ານ Obama ຈະ​ນໍາພາ​ປະ​ເທດໄປໃນທິດ​ທາງ​ໃດ​ ໃນ​ອີກສີ່​ປີ​ຂ້າງໜ້າ.

ທ່ານ David Plouffe ທີ່​ປຶກສາຄົນ​ນຶ່ງ​ຂອງ ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ:

“ສິ່ງທີ່​ເຮົາ​ຈະ​ວາງ​ອອກ​ມາ​ໃຫ້​ເຫັນ​ໃນ​ອາທິດ​ນີ້ ກໍ​ຄື​ພວກ​ເຮົາ​ຈະ​ພາກັນ​ອະ​ພິບາຍ​ ໃຫ້​ປະຊາຊົນ​ອາ​ເມຣິກັນ ​ແລະ​ຊົນ​ຊັ້ນ​ກາງຂອງ​ປະ​ເທດ​ນີ້ ​ເຫັນວ່າ ພວກ​ເຮົາ​ຈະ​ສືບ​ຕໍ່​ຟື້ນ​ໂຕ​ຄືນ​ມາຢ່າງໃດ ​ແລະ​ຈະດໍາ​ເນີນ​ການໄປຫລາຍ​ກ່ວາການ​ຟື້ນ​ໂຕຄືນ​ອີກ ແລະເສີມສ້າງເສດຖະກິດ ນັບ​ຈາກ​ຊົນ​ຊັ້ນ​ກາງ​ຂຶ້ນໄປ.”

ຢູ່ໃນ​ກອງ​ປະ​ຊຸມຫລວງ​ຂອງ​ພັກ​ຣີພັບ​ບ​ລິກັນ​ ອາທິດ​ແລ້ວ​ນີ້ ທ່ານ Mitt Romney ຜູ້​ຖືກ​ແຕ່ງ​ຕັ້ງໃຫ້​ສະ​ໝັກ​ເປັນ​ປະທານາທິບໍດີ ກ່າວ​ວ່າ ທ່ານ​ຈະ​ເຈາະຈົງ​ໃສ່ການ​ສ້າງ​ວຽກ​ງານ ຕັດການ​ຂາດ​ດຸນ​ງົບ​ປະມານລົງ ​ແລະ​ເຮັດ​ໃຫ້​ສະຫະລັດເປັນ​ເອກ​ກະລາດໃນ​ດ້ານ​ພະລັງງານ ຖ້າຫາກ​ທ່ານ​ໄດ້​ຮັບ​ໄຊຊະນະ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງນີ້.

ມີການຕັ້ງຄໍາຖາມວ່າ ເປັນຫຍັງພັກເດໂມແຄຣທຈຶ່ງເລືອກເອົາເມືອງ Charlotte ເປັນບ່ອນຈັດກອງປະຊຸມຫລວງ? ເຊີນຟັງຄໍາຕອບຈາກວີດີໂອນີ້:
Democrats Questioned Choosing Charlotte For Convention
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG