ພັກເດໂມແຄຣັດ ຍາດເອົາໄດ້ ອີກນຶ່ງບ່ອນນັ່ງ ຢູ່ໃນສະພາຕ່ຳສະຫະລັດ. ມີການປະ
ກາດໃຫ້ນັກການເມືອງ ໜ້າໃໝ່ ແອນດີ ກິມ ເປັນຜູ້ຊະນະ ໃນວັນພຸດວານນີ້ ຢູ່ໃນເຂດ
ເລືອກຕັ້ງທີ 3 ຂອງ ລັດນິວເຈີຊີ.
ທ່ານໄດ້ເອົາຊະນະ ທ່ານທອມ ແມັກອາເທີ ສະມາຊິກສະພາຕ່ຳ ທີ່ລົງສະໝັກແຂ່ງຂັນ
ເອົາຕຳແໜ່ງຕື່ມອີກ ຈາກພັກຣີພັບບລີກັນ.
ທ່ານກິມ ເປັນຜູ້ຊ່ວຍ ດ້ານຄວາມໝັ້ນຄົງແຫ່ງຊາດທີ່ທຳນຽບຂາວ ໃນລັດຖະບານ
ປະທານາທິບໍດີ ໂອບາມາ. ທ່ານເປັນບຸກຄົນທີ່ມີເຊື້ອສາຍເກົາຫຼີ ແລະເປັນສະມາຊິກ
ສະພາຕ່ຳ ທີ່ມີເຊື້ອສາຍ ເອເຊຍຄົນທຳອິດ ຈາກລັດນິວເຈີຊີ.
ໃນຂະນະດຽວກັນ ການນັບບັດຄະແນນສຽງຍັງດຳເນີນຢູ່ຕໍ່ໄປ ນຶ່ງອາທິດກວ່າໆ ຫຼັງ
ຈາກ ໄດ້ມີການເລືອກຕັ້ງກາງສະໄໝ ເພື່ອເລືອກເອົາສະມາຊິກສະພາຕ່ຳ ແລະ
ສະພາສູງ.
ນຶ່ງມື້ຫລັງຈາກທີ່ໄດ້ມີການເລືອກຕັ້ງແລ້ວ ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ “ມັນ
ເປັນວັນທີ່ຍິ່ງໃຫຍ່ ໃນມື້ວານນີ້. ພັກຣີພັບບລີກັນ ໄດ້ທ້າທາຍຕໍ່ປະຫວັດສາດ ໂດຍ
ຂະຫຍາຍການກຳສຽງສ່ວນຫຼາຍຂອງພວກເຮົາ ໃນສະພາສູງ ໃນຂະນະທີ່ ພວກເຮົາ
ສາມາດຮັກສາບ່ອນນັ່ງ ໃນຈຳນວນທີ່ສຳຄັນ ລື່ນການຄາດໝາຍ ຢູ່ໃນສະພາຕ່ຳໄວ້.”
ທ່ານກ່າວຕື່ມວ່າ “ມັນເກືອບເວົ້າໄດ້ວ່າ ເປັນໄຊຊະນະທີ່ສົມບູນ.”
ໃນຂະນະທີ່ມີການປະກາດຜົນການນັບຄະແນນສຽງ ໃນຄືນເລືອກຕັ້ງນັ້ນ ເປັນທີ່ປາກົດ
ວ່າ ພັກຣີພັບບລີກັນ ອາດຈະໄດ້ຮັບບ່ອນນັ່ງຕື່ມອີກ ໃນລະຫວ່າງ 3 ຫາ 4 ບ່ອນນັ່ງ ຕື່ມ
ໃສ່ສຽງສ່ວນຫຼາຍໃນສະພາສູງ ທີ່ມີຢູ່ໃນປັດຈຸບັນ 51 ຕໍ່ 49.
ແຕ່ການມີຄະແນນສຽງນຳໜ້າ ໃນການເລືອກຕັ້ງຂອງພັກຣີພັບບລີກັນ ທີ່ລັດອາຣີໂຊນາ
ທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ ໄດ້ພັງທະລາຍລົງ ຊຶ່ງເຮັດໃຫ້ ທ່ານນາງ
ເຄີຣສເຕິນ ຊີເນມາ (Kyrsten Sinema) ຈາກພັກເດໂມແຄຣັດ ເປັນຜູ້ຊະນະ ບ່ອນນຶ່ງ
ທີ່ພັກຣີພັບບລີກັນໄດ້ຄອບຄອງມາ ເປັນເວລາ 30 ປີນັ້ນ.
ໃນຂະນະທີ່ການແຂ່ງຂັນເອົາບ່ອນໃນສະພາສູງ ຢູ່ລັດຟລໍຣິດາ ແລະມິສຊິສສິບປີ ຍັງບໍ່
ທັນມີການຕັດສິນຊີ້ຂາດເທື່ອ ພັກຣີພັບບລີກັນ ຢ່າງຫຼາຍທີ່ສຸດ ກໍຈະໄດ້ຮັບບ່ອນນັ່ງ ຕື່ມ
ອີກແຕ່ພຽງ 2 ບ່ອນເທົ່ານັ້ນ.
ສ່ວນຢູ່ໃນສະພາຕ່ຳ ຜູ້ສະໝັກຂອງພັກເດໂມແຄຣັດ ແມ່ນໄດ້ຮັບຄະແນນສຽງທີ່ດີ
ກວ່ານັ້ນ.
ພັກເດໂມແຄຣັດສາມາດເຂົ້າຄວບຄຸມສະພາຕ່ຳຄືນເປັນເທື່ອທຳອິດ ໃນຮອບ 8 ປີ ຊຶ່ງ
ເວລານີ້ ໄດ້ຊະນະໄປແລ້ວ 229 ບ່ອນ ຕໍ່ 198 ບ່ອນ ທີ່ພັກຣີພັບບລີກັນ ໄດ້ຊະນະ.