ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກ​ເດ​ໂມ​ແຄຣັດ​ ​ຕ້ອງຕິ ບົດບາດອົງການ FBI ໃນການເລືອກຕັ້ງ ປະທານາທິບໍດີ


ບັນດາສະມາຊິກສະພາຕໍ່າ ໄປເຖິງຫ້ອງປະຊຸມລັບ ທີ່ຕຶກລັດຖະສະພາສະຫະລັດ.
ບັນດາສະມາຊິກສະພາຕໍ່າ ໄປເຖິງຫ້ອງປະຊຸມລັບ ທີ່ຕຶກລັດຖະສະພາສະຫະລັດ.

ສະມາຊິກພັກ​ເດ​ໂມ​ແຄຣັດ​ທີ່ມີ​ຄວາມ​ບໍ່ພໍ​ໃຈ​ໄດ້ພາກັນຍ່າງ​ອອກ​ຈາກ​ສະພາ​ຕໍ່າທີ່​ຮັບ​ຟັງ ການ​ລາຍ​ງານ​ໂດຍ​ເຕັມ​ ເທື່ອ​ທຳ​ອິດ ​ກ່ຽວ​ກັບການ​ແຊກ​ແຊ​ງ ຂອງຣັດ​ເຊຍ​ ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ໃນ​ວັນ​ສຸກ​ວານນີ້ ດ້ວຍ​ຄວາມຜິດ​ຫວັງ ​ກັບການນຳ ພາ​ຂອງອົງການ​ສັນຕິ​ບານ​ກາງຫລື FBI ຂອງ​ສະຫະລັດ ຕະຫລອດໄລຍະ​ທີ່​ເກີດ​ບັນຫາ​ໂຕ້​ຖຽງ ​ແລະຄັ້ງຄຳ​ຖາມວ່າ ​ສະພາ​ຕໍ່​າ ຈະ​ກ້າວ​ໄປ​ໜ້າຢ່າງ​ໃດ.

ສະມາຊິກ​ສ​ະພາ​ຕໍ່າ Hank Johnson ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດຈາກ​ລັດ Georgia ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່​ນອກ​ຫ້ອງ​ປະຊຸມ​ປິດ​ລັບ ທີ່​ນຳພາ​ໂດຍ​ຜູ້ອຳນວຍການອົງການ​ສືບ​ສືບ​ລັບ​ແຫ່ງ​ຊາດ ທ່ານ James Clapper ​ແລະ​ຜູ້ອຳນວຍການ ​ອົງການ FBI ທ່ານ James Comey.

ທ່ານ Comey ​ໄດ້​ຕົກ​ເປັນ​ຈຸດສູນກາງຂອງ​ບັນຫາ​ໂຕ້ແຍ້​ງກ່ຽວກັບ​ຜົນການ​ເລືອກ​ຕັ້ງ​ປີ 2016 ທີ່ໄດ້​ຮັບ​ການ​ຕ້ອງ​ຕິ ​ຈາກ​ສະມາຊິກ ​ພັກ​ເດ​ໂມ​ແຄຣັດຫລາຍຄົນ ​ທີ່​ເຊື່ອ​ວ່າ ການ​ປະກາດຂອງ​ທ່ານ ​ໃນ​ທ້າຍ​ເດືອນ​ຕຸລາ ກ່ຽວ​ກັບ​ການສືບ​ສວນຮອບ​ໃໝ່ ​ໃນ​ເລື່ອງ​ອີ​ແມ​ລຂອງທ່ານ​ນາງ Hillary Clinton ​ໄດ້​ເປັນ​ຜົນ​ກະທົບ​ໂດຍ​ກົງ​ ຕໍ່ໂອກາດ​ການ​ໄດ້​ຮັບ​ໄຊ​ຊະນະ​ການ​ ໃນ​ເລືອກ​ຕັ້ງ​ເປັນ​ປະທາ ນາທິບໍດີາຂອງ​ທ່ານ​ນາງ.

ທ່ານ Johnson ກ່າວ​ວ່າ ທ່ານ​ໄດ້​ອອກ​ຈາກ​ກອງ​ປະຊຸມ​ລາຍ​ງານ​ ​ໂດ​ຍທີ່​ຍັງ​ມີ​ຄຳ​ຖາມ
ຫລາຍໆ​ຂໍ້ທີ່​ບໍ່​ໄດ້ຮັບ​ຄຳ​ຕອບ​ເທື່ອ ​ແລະ​ຕ້ອງການ​ຢາກ​ຮູ້​ເລື່ອງ​ຕື່ມ.

ທ່ານ​ກ່າວ​ວ່າ “ທ່ານ​ຕ້ອງການຢາກ​ໃຫ້​ມີ​ການ​ສືບສວນຂອງ​ອົງການ​ສັນຕິ​ບານ​ກາງ​ທີ່​ມີ​ຄວາມ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່ໄດ້ເກີດ​ຂຶ້ນ ​ແລະ​ທ່ານ​ຕ້ອງການ​ຜູ້​ນໍາ​ຂອງ​ອົງການ​ດັ່ງກ່າວ ​ທີ່ໃຫ້ການ​ເຄົາລົບ​ຕໍ່​ຂະ​ແໜງ​ນິຕິບັນ​ຢັດ.”

ບັດນາສະມາຊິກສະພາຕໍ່າ ພາກັນໃຊ້ໂທລະສັບມືຖື ແລະເຄຶ່ອງອີເລັກໂຕຣນິກ ກ່ອນເຂົ້າຫ້ອງປະຊຸມປິດລັບ
ບັດນາສະມາຊິກສະພາຕໍ່າ ພາກັນໃຊ້ໂທລະສັບມືຖື ແລະເຄຶ່ອງອີເລັກໂຕຣນິກ ກ່ອນເຂົ້າຫ້ອງປະຊຸມປິດລັບ

ຄວາມ​ພະຍາຍາມ​ຂອງ​ສະ​ພາ​ທີ່​ຈະ​ສືບສວນ​ການ​ແຊກ​ແຊງ​ຂອງຣັດ​ເຊຍໄດ້​ຕົກຢູ່​ໃນ​ສະ ພາບ​ບໍ່​ໄປ​ບໍ່​ມາໃນ​ໄລຍະ​ສອງ​ສາມ​ມື້​ທີ່​ຜ່ານ​ມາ. ​ໃນ​ວັນ​ສຸກ​ວານ​ນີ້ ຄະນະ​ກຳມະການ​ສືບ​ລັບ​ສະພາ​ສູງ ​ໄດ້​ຕ່າວ​ປິ້ນການ​ຕັດສິນ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ​ ກ່ອນ​ໜ້ານີ້​ແລະ​ອະນຸຍາດ ​ໃຫ້ເປີດ​ການສືບສວນ ກ່ຽວ​ກັບ​ການ​ເຂົ້າ​ແຊກ​ແຊງ​ຂອງຣັດ​ເຊຍ.

ສ່ວນໃຫຍ່​ຂອງ​ສະມາຊິກສະພາ​ສູງ ​ແລະ​ສະພາ​ຕໍ່າ​ສັງກັດພັກ​ເດ​ໂມ​ແຄຣັດ ​ໄດ້​ຮຽກຮ້ອງ​ໃຫ້​ຕັ້ງ​ຄະນະ​ກຳມາ​ທິການ​ທີ່​ປະກອບ​ດ້ວຍ​ທັງ​ສອງ​ຝ່າຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG