ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດໂມແຄຣັດ ເພັ່ງເລັງໃສ່ ສະໜາມ ເລືອກຕັ້ງ ຂັ້ນຕົ້ນ ໃນລັດ Oregon ແລະ Kentucky

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ຢູ່ທີ່ ຫໍປະຊຸມ Union of Carpenters ແລະສູນກາງ Millwrights Training Center ໃນລະຫວ່າງ ການຢຸດແວ່ ໂຄສະນາຫາສຽງ ຢູ່ທີ່ນະຄອນ Louisville, ລັດ Kentucky., ວັນອາທິດ, ວັນທີ 15 ພຶຶດສະພາ 2016.

ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ແລະ ອະດີດ ລັດຖະມົນຕີ ຕ່າງປະເທດ ທ່ານນາງ Hillary Clinton ໄດ້ເນັ້ນຢ້ຳ ເຖິງບັນຫາດ້ານ ເສດຖະກິດ ໃນຂະນະທີ່ ພວກເພິ່ນ ພະຍາຍາມເອົາຊະນະ ຈິດໃຈພວກລົງຄະແນນສຽງ ກ່ອນໜ້າ ການເລືອກຕັ້ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດໂມແຄຣັດ ໃນວັນອັງຄານ ມື້ອື່ນ ຢູ່ທີ່ລັດ Oregon ແລະ Kentucky.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊິກສະພາສູງ ທ່ານ. Bernie Sanders ກ່າວຖະແຫລງ ຕໍ່ພວກສະໜັບສະໜູນ ໃນລະຫວ່າງ ການເຕົ້າໂຮມຊຸມນຸມ ໂຄສະນາຫາສຽງ ຢູ່ທີ່ ສູນກາງຫໍປະຊຸມ Lexington ໃນນະຄອນ Lexington, ລັດ Kentucky, ວັນທີ 4 ພຶດສະພາ 2016.

ສອງລັດດັ່ງກ່າວ ຕັ້ງຢູ່ຄົນລະຟາກຂອງປະເທດ ແມ່ນແຕກຕ່າງກັນຫຼາຍ ແຕ່ມີຈຳນວນ ຂອງຜູ້ແທນ 74 ທ່ານ ໃນລັດ Oregon ແລະ 61 ທ່ານ ໃນລັດ Kentucky ຄ້າຍຄຽງກັນ ທີ່ຈະໄດ້ຮັບ.

ທ່ານ Sanders ໄດ້ຮັບໄຊຊະນະຢ່າງງ່າຍດາຍ ການເລືອກຕັ້ງຂັ້ນຕົ້ນ ເມື່ອສັບປະດາ ແລ້ວນີ້ ຢູ່ທີ່ລັດ West Virginia ຊຶ່ງເປັນລັດຕິດກັບ ລັດ Kentucky. ພວກລັດເຫຼົ່ານີ້ ມີອຸດສາຫະກຳດ້ານບໍ່ແຮ່ຖ່ານຫີນເປັນຫຼັກ ແລະ ໃນຂະນະທີ່ ທ່ານນາງ Clinton ໄດ້ ສະເໜີ ໂຄງການເພື່ອເຄື່ອນຍ້າຍອອກຈາກເສດຖະກິດຖ່ານຫີນ ເຂົ້າໄປສູ່ອຸດສາຫະກຳ ອື່ນໆນັ້ນ ເປັນອັນວ່າ ທ່ານນາງໄດ້ຂັບດັນ ພວກມີສິດລົງຄະແນນສຽງໄປຈາກທ່ານນາງ ຜູ້ທີ່ບໍ່ດີໃຈ ກັບການອະທິບາຍຄຸນລັກຊະນະ ຂອງການທີ່ຈະປິດ ທຸລະກິດດ້ານບໍ່ແຮ່ ຖ່ານຫີນ.

ລະບົບການໄດ້ຮັບບັນດາຜູ້ແທນ ຂອງພັກເດໂມແຄຣັດ ຢ່າງເທົ່າທຽມກັນ ແມ່ນອິງຕາມ ພື້ນຖານ ຂອງການລົງຄະແນນສຽງນັ້ນ ໝາຍຄວາມວ່າ ທັງທ່ານນາງ Clinton ແລະ ທ່ານ Sanders ຈະໄດ້ຮັບຈຳນວນຜູ້ແທນຕື່ມອີກ ໃນຂະນະທີ່ພວກເພິ່ນ ພະຍາຍາມ ຈະໄດ້ຮັບ ຄະແນນສຽງສ່ວນຫຼາຍຂອງຜູ້ແທນ 2,383 ສຽງທີ່ຕ້ອງການ ເພື່ອການຖືກ ສະເໜີຊື່ເປັນຕົວແທນຂອງພັກຢ່າງຂາດລອຍ. ໃນຂະນະທີ່ກ້າວໄປສູ່ວັນອັງ ທ່ານນາງ Clinton ມີຄະແນນສຽງຈາກຜູ້ແທນ 1,716 ຄະແນນ ແລະ ທ່ານ Sanders ມີ 1,433 ຄະແນນ ຈາກທຸກໆລັດທີ່ໄດ້ທຳການເລືອກຕັ້ງຂັ້ນຕົ້ນ ຫຼື ການເລືອກຕັ້ງກອງປະຊຸມພັກ ໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Presidential politics
please wait

No media source currently available

0:00 0:01:26 0:00

XS
SM
MD
LG