ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ Democrats ເປັນຫ່ວງເປັນໃຍ ນຳການເລືອກຕັ້ງ ເດືອນພະຈິກ ປີນີ້ (ວີດີໂອ)


Democrats Worried About November Election
please wait

No media source currently available

0:00 0:02:09 0:00

ປະທານາທິບໍດີ ບາຣັກ ໂອບາມາ ຮຽກຮ້ອງເຖິງບັນດາ ສະມາຊິກພັກ ໃຫ້ລະດົມ ບັນດາຜູ້ສະໜັບສະໜຸນ ອອກມາ ໃຊ້ສິດ ໃຊ້ສຽງ.

ການເລືອກຕັ້ງລັດຖະສະພາ ຂອງສະຫະລັດ ຍັງມີເວລາເຫຼືອ
ອີກບໍ່ຮອດ 6 ເດືອນ ແຕ່ພັກ Democrats ແມ່ນເລີ້ມມີຄວາມ
ເປັນ ຫ່ວງ ຕໍ່ບັນດາຜູ້ເຄີຍເລືອກເອົາພັກຂອງຕົນນັ້ນວ່າ ຈະບໍ່
ມີຄວາມກະ ຕືລືລົ້ນຢ່າງແຂງຂັນເທົ່າກັບຜູ້ປ່ອນບັດຂອງພັກ
Republicans ໃນ ເດືຶອນພະຈິກ ທີ່ຈະມາເຖິງນີ້. ຜູ້ສື່ຂ່າວ
ວີໂອເອ Jim Malone ໄດ້ ສຳຫຼວດເບິ່ງໃນຂັ້ນຕົ້ນ ກ່ຽວກັບ
ຄວາມຮູ້ສຶກຂອງບັນດາຜູ້ມີສິດປ່ອນ ເລືອກຕັ້ງໃນທົ່ວປະເທດ
ຈາກວໍຊິງຕັນ ຊຶ່ງໄຊຈະເຣີນສຸກ ຈະນຳມາ ສະເໜີທ່ານ ເຊີນຮັບຟັງໄດ້.

ການເລືອກຕັ້ງກາງສະໄໝ ຫລືໃນຊ່ວງປີທີ່ບໍ່ມີການເລືອກເອົາ ປະທານາທິບໍດີນັ້ນ ທຳມະດາແລ້ວ ຜູ້ຈະໄປປ່ອນບັດ ຫຼືໃຊ້ສິດໃຊ້ສຽງ ເລືອກຕັ້ງ ໜ້ອຍກວ່າປົກກະຕິ ຊຶ່ງມັນເປັນຄວາມກັງວົນຂອງປະທາ ນາທິບໍດີ Barack Obama ແລະບັນດາ
ສະມາຊິກພັກ Democrats ຂອງທ່ານ ໃນປີ 2014 ນີ້.

ທ່ານ Obama ເວົ້າວ່າ: “ພວກເຮົາຈະຕ້ອງໃຫ້ແນ່ໃຈວ່າ ພວກເຮົາ ແມ່ນກຽມ
ພ້ອມດ້ວຍຄວາມຮີບດ່ວນແບບດຽວກັນ ແລະຄວາມກະຕື ລືລົ້ນ ແບບດຽວກັນ
ກັບທີ່ພວກເຮົາເຄີຍເຮັດ ໃນຊ່ວງປີການເລືອກຕັ້ງ ເອົາປະທານາທິບໍດີ. ອັນນັ້ນ
ແມ່ນສິ່ງທີ່ພວກເຮົາຕ້ອງການ.”


ນັກວິເຄາະການເມືອງ Charlie Cook ກ່າວວ່າ ພັກຣີພັບບລີກັນສ໌ ແມ່ນກາງຕໍ່ຄວາມ
ບໍ່ພໍໃຈນຳປະທານາທິບໍດີ ແລະກົດໝາຍວ່າດ້ວຍ ການຮັກສາສຸຂະພາບ ທີ່ທ່ານໄດ້
ລົງນາມໄປນັ້ນ ເພື່ອຊ່ວຍຂັບດັນ ໃຫ້ບັນດາຜູ້ມີສິດປ່ອນບັດ ໄປໃຊ້ສິດໃຊ້ສຽງຂອງ
ພວກເຂົາເຈົ້ານັ້ນ.

ທ່ານ Charlie Cook ເວົ້າວ່າ: “ໃນປີການເລືອກຕັ້ງປະທານາທິບໍດີ ຈຳນວນຜູ້ໄປ
ປ່ອນບັດແມ່ນ ຫຼວງຫຼາຍ ມັນມີຄວາມຫຼາກຫຼາຍຂອງທຸກໆຊົນຊັ້ນ ຊົນຊາດ ຊຶ່ງ
ມັນເບິ່ງຄືວ່າເກືອບປະມານນັ້ນໃນທົ່ວປະເທດ. ແຕ່ການເລືອກຕັ້ງ ກາງສະໄໝ
ມີຜູ້ຄົນພາກັນໄປປ່ອນບັດ ໃນຈຳນວນໜ້ອຍລົງ ມັນຂ້ອນຂ້າງເປັນຄົນຂາວ
ເປັນພວກອະນຸລັກນິຍົມຫຼາຍກວ່າ ແລະກໍ ມີສະມາຊິກຂອງພັກ Republicans
ຫຼາຍກວ່າ. ມັນແຕກຕ່າງກັນ ແທ້ໆ.”


ນັກສຳຫຼວດຄວາມເຫັນຂອງພັກ Democrats ທ່ານນາງ Celinda Lake ກ່າວວ່າ
ສະພາບການທີ່ວ່ານີ້ ແມ່ນເປັນບັນຫາ ທ້າທາຍອັນໃຫຍ່ຫຼວງ ສຳລັບພັກ Democrats.

ທ່ານນາງ Celinda Lake ເວົ້າວ່າ: “ຈຳນວນຜູ້ໄປປ່ອນບັດ ມັນຈະເປັນບັນຫາໃຫຍ່
ສຳລັບພັກ Democrats ໂດຍສະເພາະແມ່ນບັນດາ ຊາວໜຸ່ມ ຜູ້ທີ່ມີຄວາມຮູ້ສຶກ
ທໍ້ແທ້ ກັບສະພາບເສດຖະກິດ ບັນດາຜູ້ຍິງທີ່ຍັງໂສດ ຊາວອາເມຣິກັນເຊື້ອສາຍ
ອາຟຣິກາ ຊາວລາຕີໂນເຫຼົ່ານີ້ ຊຶ່ງທັງໝົດນັ້ນ ເປັນສ່ວນປະກອບຫຼັກສຳລັບ
ພວກເຮົາ.”


ທ່ານ John Boehner ປະທານສະພາຕ່ຳສະຫະລັດກ່າວວ່າ ນອກ ຈາກປະທານາທິບໍດີ
ແລະເລື່ອງກົດໝາຍ ປະກັນໄພສຸຂະພາບແລ້ວ ພັກ Republicans ຍັງຈະເພັ່ງເລັງໃສ່
ສະພາບເສດຖະກິດອີກດ້ວຍ.

ທ່ານ John Boehner ເວົ້າວ່າ: “ຂ້າພະເຈົ້າຄິດວ່າຕ້ອງມີຄວາມກ້າຫານ ເພື່ອຮຽກ
ຮ້ອງໃຫ້ມີການຮ່ວມມືຫລາຍຂຶ້ນທາງ ດ້ານເສດຖະກິດລະຫວ່າງປະເທດຕ່າງໆ
ເວລາເຂົາເຈົ້າບໍ່ໄດ້ເພັ່ງເລັງໃສ່ ແມ່ນກະທັງບັນຫາວຽກເຮັດງານທຳ ຊຶ່ງພວກເຮົາ
ມີຢູ່ໃນອາເມຣິ ການີ້ ທີ່ຕ້ອງໄດ້ຮັບການແກ້ໄຂນັ້ນ.”


ສ່ວນນັກຊ່ຽວຊານ Karlyn Bowman ກ່າວວ່າ ພັກຣີພັບບລີກັນສ໌ ແມ່ນຄາດກັນວ່າ ຍັງຄົງ
ຈະກຳສຽງສ່ວນຫຼາຍ ຢູ່ໃນສະພາຕ່ຳ ແລະ ອາດສາມາດຈະໄດ້ຮັບບ່ອນນັ່ງເພີ້ມຕື່ມ ເພື່ອ
ເຂົ້າຄວບຄຸມສະພາສູງ ຄືນອີກຄັ້ງໜຶ່ງ.

ທ່ານນາງ Karlyn Bowman ເວົ້າວ່າ: “ການແຂ່ງຂັນເລືອກຕັ້ງ ເອົາບ່ອນນັ່ງສະພາ
ສູງເຫຼົ່ານີ້ ແມ່ນເປັນການແຂ່ງຂັນທີ່ມີຄວາມສຳ ຄັນຫລາຍ. ພັກ Republicans
ແມ່ນມີຄວາມຕ້ອງການເປັນທີ່ສຸດ ເພື່ອຢາກຊະນະ ເຂົ້າຄວບຄຸມສະພາສູງ ແລະ
ມີບ່ອນນັ່ງລື່ນ ຫຼາຍສົມຄວນ ຢູ່ໃນສະພາສູງ ເພື່ອວ່າຈະໄດ້ສາມາດຮັບຜ່ານຮ່າງ
ກົດໝາຍ ຕ່າງໆຂອງຕົນໄດ້.”


ການເລືອກຕັ້ງກາງສະໄໝ ໃນເດືອນພະຈິກປີນີ້ ຈະມີການເລືອກ ເອົາສະມາຊິກສະພາຕ່ຳ
ທັງໝົດ 435 ທ່ານ ແລະສະມາຊິກສະພາ ສູງ 36 ທ່ານ ໃນຈຳນວນທີ່ມີທັງໝົດ 100 ທ່ານນັ້ນ.
XS
SM
MD
LG