ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະມາຊິກ ສະພາຕ່ຳ ຈາກພັກຣີພັບບລີກັນ ສູນເສຍໜ້າທີ່ ຍ້ອນຄຳເຫັນ ການແບ່ງແຍກ ຜິວ​ພັນ


ສະມາຊິກສະພາຕ່ຳ ທ່ານ ສຕີຟ ຄິງ, ສັງກັດພັກຣີພັບບລີກັນ ຈາກລັດໄອໂອວາ, ໂອ້ລົມ ກັບນັກຂ່າວ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2018.
ສະມາຊິກສະພາຕ່ຳ ທ່ານ ສຕີຟ ຄິງ, ສັງກັດພັກຣີພັບບລີກັນ ຈາກລັດໄອໂອວາ, ໂອ້ລົມ ກັບນັກຂ່າວ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2018.

ສະມາຊິກສະພາຕ່ຳ ສະຫະລັດ ທ່ານ ສຕີຟ ຄິງ ກ່າວວ່າ ການຕັດສິນໃຈ ໂດຍບັນດາ
ຜູ້ນຳ ພັກຣີພັບບລີກັນ ຂອງສະພາຕ່ຳ ທີ່ຈະປົດທ່ານອອກຈາກ ຄະນະກຳມະການ
ຈຳນວນນຶ່ງ ໃນການຕອບໂຕ້ ຕໍ່ຄຳເຫັນຂອງທ່ານທີ່ໄດ້ ກ່າວໄປ ກ່ຽວກັບ ກຸ່ມຫົວຊາດ
ນິຍົມຜິວຂາວ ແລະກຸ່ມຜິວຂາວ ທີ່ຖືຕົນມີອຳນາດສູງສຸດ ນັ້ນ ວ່າ ເປັນ “ການຕັດສິນ
ໃນດ້ານການເມືອງ ທີ່ບໍ່ຍອມຮັບຮູ້ ຕໍ່ຄວາມຈິງ.”

ຜູ້ນຳສຽງສ່ວນນ້ອຍ ຂອງສະພາຕ່ຳ ທ່ານ ແຄວິນ ເມັກຄາຣທີ ໄດ້ກ່າວ ໃນວັນຈັນ
ວານນີ້ ວ່າ ທ່ານ ຄິງ ຜູ້ທີ່ເປັນສະມາຊິກສະພາ ສະໄໝທີ 9 ຕາງໜ້າໃຫ້ ລັດໄອໂອວາ
ຈະບໍ່ຖືກມອບໝາຍວຽກງານ ຂອງຄະນະກຳມະການ ໃນລັດຖະສະພາ ທີ່ຈະເລີ້ມ
ຕົ້ນຂຶ້ນໃນເດືອນນີ້. ທ່ານ ຄິງໄດ້ຮັບໃຊ້ໃນຄະນະກຳມະການ ກະສິກຳ ທຸລະກິດ
ຂະໜາດນ້ອຍ ແລະ ຕຸລາການ.

ສະມາຊິກສະພາຕ່ຳ ທ່ານ ບອບບີ ຣັຊ ສັງກັດພັກເດໂມແຄຣັດ ຈາກລັດ ອີລລີໂນຍ ເຂົ້າຮ່ວມໃນ ກອງປະຊຸມຮ່ວມ ຂອງລັດຖະສະພາ ພ້ອມກັບ ປະທານາທິບໍດີ ດໍໂນລ ທຣຳ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ກຸມພາ 2017.
ສະມາຊິກສະພາຕ່ຳ ທ່ານ ບອບບີ ຣັຊ ສັງກັດພັກເດໂມແຄຣັດ ຈາກລັດ ອີລລີໂນຍ ເຂົ້າຮ່ວມໃນ ກອງປະຊຸມຮ່ວມ ຂອງລັດຖະສະພາ ພ້ອມກັບ ປະທານາທິບໍດີ ດໍໂນລ ທຣຳ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ກຸມພາ 2017.

ຜົນການຕັດສິນທີ່ອອກມາ ຕໍ່ທ່ານ ຄິງ ເກີດມາຈາກ ການໃຫ້ສຳພາດ ທີ່ໄດ້ ຖືກພິມ
ເຜີຍແຜ່ ໃນໜັງສືພິມ ນິວຢອກໄທມສ໌ ເມື່ອສັບປະດາແລ້ວນີ້ ຊຶ່ງໃນລາຍງານນັ້ນ
ທ່ານ ຄິງ ໄດ້ສະແດງຄວາມເຫັນວ່າ “ກຸ່ມຊາດນິຍົມຜິວຂາວ ກຸ່ມຜິວຂາວທີ່ຖືຕົນ
ມີອຳນາດສູງສຸດ ແລະອາລິຍະທຳ ຕາເວັນຕົກ ເປັນພາສາ ທີ່ກາຍມາເປັນຄຳສັບ
ທີ່ໜ້າລັງກຽດ ໄດ້ແນວໃດ?”

ແຕ່ຄຳເຫັນທີ່ໜ້າລັງກຽດຂອງທ່ານນັ້ນ ຕ້ອງຢ້ອນກັບຄືນໄປ ເມື່ອປີ 2006 ໃນເວລາ
ທ່ານໄດ້ປຽບທຽບ ພວກອົບພະຍົບຄືກັນກັບພວກສັດລ້ຽງ. ທ່ານຄິງ ໄດ້ກ່າວໃນຖະ
ແຫລງການ ສະບັບນຶ່ງ ເມື່ອແລງວັນຈັນວານນີ້ ວ່າ ຄຳເວົ້າທີ່ອ້າງໂດຍ ນິວຢອກໄທມສ໌
ໄດ້ຖືກຕີຄວາມໝາຍ ໄປໃນທາງທີ່ຜິດ ແລະ ວ່າ ຄຳເຫັນຂອງທ່ານ ກ່ຽວກັບ “ວ່າ
ພາສາ”
ທີ່ໄດ້ກາຍມາເປັນເລື່ອງທີ່ລັງກຽດນັ້ນ ພຽງແຕ່ເປັນ ການອ້າງອີງເຖິງ “ອາລິ-
ຍະທຳ ຕາເວັນຕົກ.”

ສະມາຊິກສະພາຕ່ຳ ທ່ານ ທິມ ໄຣແອນ ກ່າວຕໍ່ບັນດານັກຂ່າວ ພາຍຫຼັງຈາກ ກຸ່ມພັກເດໂມແຄຣັດ ເລືອກເອົາຕຳແໜ່ງການນຳ ຂອງ ສະພາຕ່ຳ, ຢູ່ລັດຖະສະພາ ຫຼືເອີ້ນວ່າ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 30 ພະຈິກ 2016.
ສະມາຊິກສະພາຕ່ຳ ທ່ານ ທິມ ໄຣແອນ ກ່າວຕໍ່ບັນດານັກຂ່າວ ພາຍຫຼັງຈາກ ກຸ່ມພັກເດໂມແຄຣັດ ເລືອກເອົາຕຳແໜ່ງການນຳ ຂອງ ສະພາຕ່ຳ, ຢູ່ລັດຖະສະພາ ຫຼືເອີ້ນວ່າ Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 30 ພະຈິກ 2016.

ການຕັດສິນດັ່ງກ່າວ ຂອງບັນດາຜູ້ນຳພັກຣີພັບບລີກັນ ໃນວັນຈັນວານນີ້ ມີຂຶ້ນ ພ້ອມ
ດ້ວຍ ການປະນາມ ຕໍ່ສະມາຊິກສະພາ ຜູ້ທີ່ມີປະສົບການທ່ານນີ້ ຈາກທັງສອງພັກ
ການເມືອງ.

ທ່ານ ມິຈ ແມັກຄອນ​ແນລ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ໄດ້ກ່າວວ່າ “ບໍ່ ມີບ່ອນ
ໃດເລີຍ ໃນພັກຣີພັບບລີກັນ ໃນລັດຖະສະພາ ຫຼື ໃນປະເທດ ສຳລັບ ທັດສະນະ-
ຄະຕິ ຂອງການຖືເອົາເຊື້ອຊາດມີອຳນາດສູງສຸດ ເໜືອເຊື້ອຊາດອື່ນ.”

ສ່ວນສະມາຊິກສະພາສູງ ທ່ານ ຮົວຄີນ ຄາສໂຕຣ ຫົວ​ໜ້າລັດຖະສະພາ​ທີ່​ເປັນຊາວ
ສະເປນ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ສຳລັບຫຼາຍປີຜ່ານມາ ທ່ານ ຄິງ
“ໄດ້ມີຄຳເຫັນທີ່ ມີຄວາມກຽດຊັງຊົນຊາດປະເທດອື່ນໆ ແລະຄຳເຫັນ ແບ່ງແຍກ
ເຊື້ອ​ຊາດຜິວ​ພັນ ຫຼາຍຂຶ້ນນັບມື້”
ແລະ ອັນນັ້ນ “ຈະຕ້ອງເປັນໂທດ ສຳລັບ ຄຳເຫັນ
ຂອງການກຽດຊັງ ທີ່ໜ້າລະອາຍໃຈ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG