ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄາດ​ກັນ​ວ່າ ພັກ​ເດ​ໂມ​ແຄ​ຣັດ ຈະ​ເປີດ​ເຜີຍ ການ​ຟ້ອງ​ຮ້ອງ ​ຕໍ່ ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ


ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ, ຊ້າຍ, ກ່າວ​ປິດກອງ​ປະ​ຊຸມ ​ຂະ​ນະ​ທີ່ ສະ​ມາ​ຊິກ​ຄະ​ນະ ທ່ານ​ດັກ ຄໍ​ລິນ​ສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຟັງ​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ ການ​ໃຫ້​ການຂອງ​ບັນ​ດາ​ນັກ​ວິ​ຊາ​ການ​.
ປະ​ທານຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ, ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ, ຊ້າຍ, ກ່າວ​ປິດກອງ​ປະ​ຊຸມ ​ຂະ​ນະ​ທີ່ ສະ​ມາ​ຊິກ​ຄະ​ນະ ທ່ານ​ດັກ ຄໍ​ລິນ​ສ໌ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຟັງ​ໃນ​ລະ​ຫວ່າງ​ການ​ພິ​ຈາ​ລະ​ນາ​ຮັບ​ຟັງ ການ​ໃຫ້​ການຂອງ​ບັນ​ດາ​ນັກ​ວິ​ຊາ​ການ​.

ເປັນ​ທີ່ຄາດ​ກັນ​ວ່າ ​ພວກ​ຜູ້ນຳ​ພັກເດ​ໂມ​ແຄ​ຣັດ ​ໃນ​ສະ​ພາ​ຕ່ຳ ຈະ​ປະ​ກາດ​ ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ທີ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ຕອນ​ເຊົ້າ​ວັນອັງ​ຄານມື້ນີ້.

ບັນ​ດາ​ຫົວ​ໜ້າຂອງ​ຄະ​ນະ​ກຳ​ມະ​ການ ດ້ານ​ຕຸ​ລາ​ການ ​ດ້ານ​ສືບ​ລັບ ດ້ານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ດ້ານ​ການທະ​ນາ​ຄານແລະການເງິນ ແລະ​ດ້ານ​ການກວດ​ກາ ຂອງ​ສະ​ພາ​ຕ່ຳທັງ​ໝົດ ມີ​ກຳ​ນົດ​ຈະ​ເຂົ້າ​ຮ່ວມ​ໃນ​ການ​ຖະ​ແຫລງ​ຂ່າວແຈ້ງ​ໃຫ້​ຊາບ ຊຶ່ງ​ພວກ​ເ​ພິ່ນ​ຈະ​ປະ​ກາດ “ບາດ​ກ້າວໃນ​ຂັ້ນ​ຕໍ່​ໄປ” ກ່ຽວ​ກັບ​ການ​ສືບ​ສວນ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ.

​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ມີ​ຂຶ້ນຫຼັງ​ຈາກ​ທີ່ ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ໄດ້​ມ້ວນ​ທ້າຍ​ການ​ພິ​ຈາ​ລະ​ນາ​ຮັບຟັງຫຼັກ​ຖານ​ໃນ​ວັນ​ຈັນ​ວານນີ້ ໂດຍ​ທີ່​ປະ​ທານ​ຄະ​ນະ​ກຳ​ມະ​ການ ທ່ານ​ເຈີ​ຣອ​ລດ໌ ເນດ​ເລີ ກ່າວ​ວ່າ ຄວາ​ມ​ພະ​ຍາ​ຍາມ​ຂອງ​ທ່ານ​ທ​ຣຳ “ທີ່​ຈະສໍ້​ໂກງ ​ເພື່ອ​ຊະ​ນະ​ການ​ເລືອກ​ຕັ້ງ” ແມ່ນ​ເປັນ ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ.

​ປະ​ທານ​ຄະ​ນະ​ກຳ​ມະ​ການພົວ​ພັນ​ຕ່າ​ງ​ປະ​ເທດ ທ່ານ​ແອ​ລີ​ອັອຕ ເອັນ​ໂຈ​ລ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຫຼັງ​ຈາກທີ່ໄດ້ເຂົ້າ​ປະ​ຊຸມ ​ໃນ​ຕອນ​ຄ່ຳວານນີ້ ກັບ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ ວ່າ ​“ຂ້າ​ພະ​ເຈົ້າ​ຄຶດ​ວ່າ ມີ​ຄວາມ​ເຫັນ​ພ້ອມ​ນຳ​ກັນ​ຫຼາຍຢ່າງ.” ​ທ່ານ​ກ່າວ​ຕື່ມ​ວ່າ “ພວກທ່ານ​ຈະ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບາງ​ສ່ວນ​ຂອງ​ມັນ ໃນ​ມື້​ອື່ນ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາຕ່ຳ ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດ​ຕື່ມ ກ່ຽວ​ກັບ​ວ່າ ມີ​ຈັກ​ຂໍ້​ໃນ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ທີ່ໄດ້ກຽມ​ໄວ້ນັ້ນ ແຕ່​ຄາດ​ກັນ​ວ່າ ມັນ​ຈະ​ປະ​ກອບ​ດ້ວຍ ການ​ໃຊ້​ອຳ​ນາດ​ເກີນ​ຂອບ​ເຂດ ແລະ​ການ​ກີດ​ຂວາງ​ຕໍ່​ການ​ສືບ​ສວນ​ຂອງ​ລັດ​ຖະ​ສະ​ພາ.

ໃນ​ການ​ໃຫ້​ປາກ​ຄຳ​ທີ່​ແກ່​ຍາວເກືອບ​ໝົດ​ມື້ ໃນ​ວັນ​ຈັນ​ວານນີ້ ບັນ​ດາ​ຜູ້​ນຳ​ຄະ​ນະ​ກຳ​ມະ​ການຂອງ​ທັງ ​ພັກ​ເດ​ໂມ​ແຄ​ຣັດ ແລະ​ພັກ​ຣີ​ພັບ​ບ​ລີ​ກັນ ກໍ​ໄດ້​ໃຫ້​ທັດ​ສະ​ນະ​ຂອງ​ແຕ່​ລະ​ຝ່າຍ ​ທີ່ແຕກ​ຕ່າງ​ກັນ​ຢ່າງຊັດ​ເຈນ ​ທັງ​ເຫັນ​ພ້ອມ ແລະ​ບໍ່​ເຫັນ​ພ້ອມ​ນຳ​ການ​ຟ້ອງ​ຮ້ອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ.

ທ່ານ​ເນດ​ເລີ ໄດ້​ກ່າວ ຫຼັງ​ຈາກ​ທີ່​ຄະ​ນະ​ກຳ​ມະ​ການ​ໄດ້​ຮັບ​ຟັງ​ຄຳ​ໃຫ້​ການຈາກ​ພະ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ​ໃນ​ການ​ສືບ​ສວນ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບທ່ານ​ທ​ຣຳ ນັ້ນແລ້ວ ວ່າ “ພຶດ​ຕິ​ກຳ​ເຊັ່ນ​ນັ້ນ ແມ່ນ​ສາ​ມາດ​ຟ້ອງ​ຮ້ອງ​ໄດ້ ຢ່າງ​ຊັດ​ເຈນ. ຄະ​ນະ​ກຳ​ມະ​ການນີ້ ຈະ​ດຳ​ເນີນ​ການ​ຕໍ່​ໄປຕາມ​ທີ່​ເຫັນ​ສົມ​ຄວນ.”

ທ່ານ​ເນດ​ເລີ ໄດ້​ກ່າວ​ຢ້ຳ​ຕະຫຼອດ​ເວ​ລາ​ໃນ​ມື້​ວານນີ້ ວ່າ “ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຖືເອົາ​ເລື້ອງ​ສ່ວນ​ຕົວເໜືອກວ່າ​ປະ​ເທດ​ຊາດ” ໃນ​ຂະ​ນະ​ທີ່​ເພິ່ນໄດ້ຊຸກ​ຍູ້ ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນ ຄູ່​ແຂ່ງ​ໃນການ​ເລືອກ​ຕັ້ງ ປີ 2020 ທີ່​ສຳ​ຄັນ​ຄົນ​ນຶ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ຂະ​ນະ​ດຽວ​ກັນ ງົດ​ການ​ໃຫ້​ທຶນ​ຊ່ອຍ​ເຫຼືອ​ດ້ານ​ການ​ທະ​ຫານ​ແກ່ ​ກີຢິບ ມູນ​ຄ່າ 391 ລ້ານ​ໂດ​ລາ ໄວ້​ຊົ່ວ​ຄາວ ຊຶ່ງ​ກີ​ຢິບ​ຕ້ອງ​ການ​ເພື່ອ​ຕໍ່​ສູ້​ກັບ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ​ທີ່​ສະ​ໜັບ​ສະ​ໜຸນ​ໂດຍ​ຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ ຂອງ​ປະ​ເທດ.

ແຕ່ຜູ້​ນຳ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ທ່ານ​ດັກ ຄອ​ລ​ລິນ​ສ໌ ຜູ້​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ແຂງ​ຂັນ ໄດ້​ກ່າວ​ວ່າ ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ຂໍ​ຮ້ອງ​ຂອງ​ທ່ານ​ທ​ຣຳ ເພື່ອ​ໃຫ້​ສືບ​ສວນ​ສອບ​ສວນ​ ທ່ານ​ໄບ​ເດັນ ນັ້ນ “ຢູ​ເຄ​ຣນ ບໍ່​ໄດ້​ເຮັດ​ຫຍັງ​ເລີຍ ແລະ​ກໍ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ໄປ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG