ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ກ່າວວ່າ ການເຜີຍແບ ອີເມລ ຖືກຊຸກຍູ້ ໂດຍການເມືອງ


ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ກ່ຽວກັບ ການສອບຖາມ ເລື່ອງອີເມລ ໂດຍອົງການ FBI ໃນລະຫວ່າງ ການໂຮມຊຸມນຸມໂຄສະນາຫາສຽງ ໃນຊາຍທະເລ Daytona Beach, ລັດ Florida, ວັນທີ 29 ຕຸລາ 2016.
ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ກ່າວຖະແຫລງ ກ່ຽວກັບ ການສອບຖາມ ເລື່ອງອີເມລ ໂດຍອົງການ FBI ໃນລະຫວ່າງ ການໂຮມຊຸມນຸມໂຄສະນາຫາສຽງ ໃນຊາຍທະເລ Daytona Beach, ລັດ Florida, ວັນທີ 29 ຕຸລາ 2016.

ໃນຂະນະທີ່ ອົງການສັນຕິບານກາງ ຫຼື FBI ໄດ້ມີໝາຍສັ່ງເພື່ອກວດຄົ້ນ ອີເມລຈຳນວນ ໜຶ່ງ ທີ່ອາດກ່ຽວພັນ ກັບການສືບສວນສອບສວນ ການນຳໃຊ້ບໍລິການອີເມລສ່ວນຕົວ ຂອງທ່ານນາງ Hillary Clinton ໃນເວລາທີ່ທຳໜ້າທີ່ເປັນລັດຖະມົນຕີການຕ່າງປະເທດ ຢູ່ນັ້ນ ຊຶ່ງພັກເດໂມແຄຣັດ ຊີ້ແນະວ່າ ເວລາ ແລະ ການປະກາດກ່ຽວ ກັບການກວດສອບ ດັ່ງກ່າວນັ້ນ ແມ່ນຖືກຊຸກຍູ້ ທາງດ້ານການເມືອງ.

ຜູ້ນຳສຽງສ່ວນນ້ອຍ ສະພາສູງ ທ່ານ Harry Reid ຈາກລັດ Nevada ກ່າວຖະແຫລງ ໃນລະຫວ່າງ ກອງປະຊກູມ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນວໍຊິກຕັນ, ວັນທີ 16 ກັນຍາ 2015.
ຜູ້ນຳສຽງສ່ວນນ້ອຍ ສະພາສູງ ທ່ານ Harry Reid ຈາກລັດ Nevada ກ່າວຖະແຫລງ ໃນລະຫວ່າງ ກອງປະຊກູມ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນວໍຊິກຕັນ, ວັນທີ 16 ກັນຍາ 2015.

ບັນດານັກສືບສວນຂອງອົງການ FBI ໄດ້ຮູ້ມາແລ້ວຫຼາຍສັບປະດາກ່ອນໜ້ານີ້ ກ່ຽວກັບ ອີເມລຕ່າງໆ ທີ່ໄດ້ພົບເຫັນ ໃນການສືບສວນສອບສວນ ອີກຕ່າງຫາກ ຊຶ່ງອາດຈະກ່ຽວ ພັນກັບກໍລະນີອີເມລຂອງທ່ານນາງ Clinton ແຕ່ບໍ່ໄດ້ເປີດເຜີຍການຄົ້ນພົບເຫັນ ຈົນ ເຫຼືອເວລາພຽງ 11 ມື້ ກ່ອນການເລືອກຕັ້ງປະທານາທິບໍດີ.

Clinton on FBI Email Investigation
please wait

No media source currently available

0:00 0:00:43 0:00

ຜູ້ອຳນວຍການ ອົງການ FBI ທ່ານ James Comey ໄດ້ສົ່ງຈົດ ໝາຍສະບັບໜຶ່ງ ເຖິງ ບັນດາຜູ້ນຳ ລັດຖະສະພາ ໃນວັນສຸກຜ່ານມາ ເພື່ອແຈ້ງໃຫ້ພວກເພິ່ນຊາບ ເຖິງສະຖາ ນະການ. ທ່ານ Comey ໄດ້ກ່າວ ໃນການແຈ້ງການຕໍ່ລັດຖະສະພາ ວ່າ ບັນດານັກສືບ ສວນສອບສວນ ບໍ່ໄດ້ຮູ້ວ່າ ການຄົ້ນພົບອີເມລນັ້ນ ຈະມີຄວາມສຳຄັນແນວໃດ ໃນຂະ
ນະທີ່ຍັງບໍ່ທັນໄດ້ທຳການກວດເບິ່ງອີເມລເທື່ອ.

Trump Compares Clinton Email Development to Watergate
please wait

No media source currently available

0:00 0:01:31 0:00

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Harry Reid ໃນວັນອາທິດວານນີ້ ໄດ້ຊີ້ແນະ
ວ່າ ທ່ານ Comey ໄດ້ໃຊ້ຖານະຂອງຕົນເພື່ອແຊກແຊງໃນການເລືອກຕັ້ງ ແລະ ໃນການກະທຳເຊັ່ນນັ້ນ ອາດເປັນການລະເມີດກົດໝາຍກໍເປັນໄດ້.

ໃນຈົດໝາຍສະບັບໜຶ່ງ ທ່ານ Reid ຍັງໄດ້ກ່າວຫາ ທ່ານ Comey ວ່າ ບໍ່ໄດ້ຫົວຊາ ນຳການຮຽກຮ້ອງໃຫ້ເປີດເຜີຍ “ຂໍ້ມູນທີ່ລະອຽດອ່ອນ” ຊຶ່ງສະມາຊິກສະພາສູງທ່ານນີ້ ເຊື່ອວ່າ ອົງການ FBI ມີຂໍ້ມູນກ່ຽວກັບ ສາຍພົວພັນລະຫວ່າງ ການໂຄສະນາຫາສຽງ ຂອງຜູ້ສະໝັກຝ່າຍ ຣິພັບບລິກັນ ທ່ານ Donald Trump ກັບ ຣັດເຊຍ.

Furor Builds Over FBI Email Bombshell
please wait

No media source currently available

0:00 0:02:29 0:00


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG