ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ມາ​ຊິກ ພັກ​ເດ​ໂມ​ແຄ​ຣັດ ຮຽກ​ຮ້ອງ​ໃຫ້ ກ​.ຊ. ການ​ຕ່າງ​ປະ​ເທດ ເປີດ​ເຜີຍ ເອ​ກະ​ສານ ກ່ຽວ​ກັບ ຢູ​ເຄ​ຣນ


​ທ່ານ ອາ​ດາມ ຊິ​ຟ ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​​ສືບ​ລັບປະ​ຈຳ​ສະ​ພາ​ຕ່ຳ ທີ່​ນຳ​ພາການດຳ​ເນີນການສືບ​ສວນ ເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.
​ທ່ານ ອາ​ດາມ ຊິ​ຟ ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​​ສືບ​ລັບປະ​ຈຳ​ສະ​ພາ​ຕ່ຳ ທີ່​ນຳ​ພາການດຳ​ເນີນການສືບ​ສວນ ເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ພວກ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດທີ່​ດຳ​ເນີນການສືບ​ສວນເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ພຸດ​ວານນີ້ ໄດ້​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ເປີ​ດ​ເຜີຍ​ເອ​ກະ​ສານ​ສຳ​ຄັນ ທີ່​ພວກ​ເພິ່ນ​ໄດ້​ອອກ​ໝາຍ​ເກາະ​ສັ່ງ​ໃຫ້ມອບ​ໃຫ້ພວກ​ເພິ່ນ​ກ່ຽວ​ກັບ​ຄວາ​ມ​ພະ​ຍາ​ຍາມ​ຂອງ​ທ່ານ​ທ​ຣຳ ​ທີ່ກົດ​ດັນຢູ​ເຄ​ຣນໃຫ້ເປີດການ​ສືບ​ສວນ​ເພື່ອ​ຊ່ວຍ​ທ່ານ​ທາງ​ດ້ານ​ການ​ເມືອງ.

ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາເວົ້າ​ວ່າ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກັກ​ອີ​ເມ​ລ, ຂໍ້​ຄວາມ​ສົ່ງ​ຫາ​ກັນ, ສາຍ​ໂທ​ລະ​ເລກ​ທາງ​ການ​ທູດ ແລະ​ຂໍ້​ມູນ​ອື່ນໆ​ ທີ່​ມີ​ຢູ່​ໃນ ແຟມ​ເກັບ​ເອ​ກະ​ສານ​ຂອງ​ເຂົາ​ເຈົ້າ​ໃນ​ໄລ​ຍະ​ຫລາຍ​ເດືອນ​ຜ່ານ​ມາ ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ກັບການ​ຂະ​ຫຍາຍການດຳ​ເນີນການສືບ​ສວນເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ພວກ​ເພິ່ນນັ້ນ.

ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ໃນ​ສະ​ພາ​ຕ່ຳ 3 ຄະ​ນະ ຄື​ທ່ານ ອາ​ດາມ ຊິ​ຟ ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການສືບ​ລັບ, ທ່ານ ອີ​ລິ​ອອດ ແອງ​ໂຈ​ລ (Eliot Engel) ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການພົວ​ພັນ​ຕ່າງ​ປ​ະ​ເທດ ແລະ ທ່ານ​ນາງ ແຄ​ໂຣ​ລິນ ມາ​ໂລ​ນີ (Carolyn Maloney), ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ ກວດ​ກາລັດ​ຖະ​ບານ ເວົ້າ​ວ່າ ຂໍ້​ມູນ​ດັ່ງ​ກ່າວ ​ເປັນ "ຈຸດ​ໃຈ​ກາງ​ໃນ ຂົງ​ເຂດ​ທີ່​ເປັນແກນສຳ​ຄັນຂອງການສືບ​ສວນເພື່ອຟ້ອງ​ຮ້ອງທີ່ເວົ້າ​ວ່າ​: ມີຄວາມ​ພະ​ຍາ​ຍາມຂອງປະ​ທາ​ນາ​ທິ​ບໍ​ດີ ທຳ​ການກົດ​ດັນຢູ​ເຄ​ຣນໃຫ້ເປີດການ​ສືບ​ສວນທີ່​ຈະ​ເຮັດໃຫ້​ເປັນ​ການດີ ຕໍ່ຜົນປະ​ໂຫຍດ​ສ່ວນ​ຕົວ ແລະ​ດ້ານ​ການ​ເມືອງຂອງທ່ານ ແລະ​ບໍ່​ແມ່ນ​ເພື່ອຜົນ​ປະ​ໂຫຍດ​ຂອງຊາດ."

ພວກ​ເພິ່ນ​ເວົ້າ​ວ່າ ບັນ​ດາ​ເອ​ກະ​ສານ​ຕ່າງໆ ລວມ​ມີ ການ​ພົວ​ພັນ​ຂອງ​ພວກ​ນັກ ການ​ທູດສະ​ຫະ​ລັດ ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ນ ແລະ​ຂໍ້​ມູນ​ກ່ອນແລະ​ຫລັງ​ຈາກ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ຂອງ​ທ່ານ ທ​ຣຳ​ ກັບປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ (Volodymyr Zelenskiy) ໃນທ້າຍ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ຊຶ່ງ​ໃນ​ນັ້ນ ​ທ່ານໄດ້​ຂໍ​ໃຫ້ຢູ​ເຄ​ຣນ ເປີດການ​ສືບ​ສວນຄູ່​ແຂ່ງ​ຂອງ​ທ່ານ​ທ​ຣຳ ທີ່​ກຳ​ລັງ​ມີ​ຄະ​ແນນ​ນຳ​ໜ້າຜູ້​ນຶ່ງຈາກ​ພັກເດ​ໂມ​ແຄ​ຣັດ, ຄື​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໃນ​ການ​ສະ​ໝັກ​ເລືອກ​ຕັ້ງ​ປີ 2020 ນີ້ ແລະ ບົດ​ບາດ​ຂອງ​ທ່ານ ຮັ້ນ​ເທີ ໄບ​ເດັນ, ລູກ​ຊາຍ​ຂອງ​ທ່ານໃນນາມ​ເປັນ​ສະ​ມາ​ຊິກ​ຂອງຄະ​ນະບໍ​ລິ​ຫານ​ຜູ້​ນຶ່ງ​ຂອງບໍ​ລິ​ສັດ​ບູ​ຣິ​ສ​ມາ (Burisma)ດ ຊຶ່ງ​ເປັນ​ບໍ​ລິ​ສັດ​ພະ​ລັງ​ງານ​ແຫ່ງ​ນຶ່ງ​ຂອງຢູ​ເຄ​ຣນ​.

ບັນ​ດາສະ​ມາ​ຊິກລັດ​ຖະ​ສະ​ພາເວົ້າ​ວ່າ ​ຖ້າ​ກະ​ຊວງ​ການ​ຕ່າງ​ປະ​ເທດຫາກ​ສືບ​ຕໍ່​ຂັດຂືນ​ຄຳ​ສັ່ງ​ຂອງລັດ​ຖະ​ສະ​ພາໃນ​ການ​ມອບ​ເອ​ກະ​ສານຈະ​ຖື​ວ່າ​ການ​ເຮັດ​ເຊັ່ນ​ນັ້ນ​ແມ່ນກະ​ຊວງ​ຂັດ​ຂວາງ​ຕໍ່​ການກວດ​ກາ​ຂອງລັດ​ຖະ​ສະ​ພາທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ​ສາ​ມາດ​ທີ່​ຈະ “ໃຫ້​ຂໍ້​ສະ​ຫລຸບວ່າ ການ​ທີ່​ກະ​ຊວງ​ການບໍ່​ໄດ້​ສົ່ງ​ເອ​ກະ​ສານ​ໃຫ້​ເປັນ​ສິ່ງ​ສໍ່ສະ​ແດງ​ໃຫ້​ເຫັນ​ວ່າ​ເອ​ກະ​ສານ​ເຫລົ່າ​ນີ້ ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ກ່າວ​ຫາ​ທີ່​ມີ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຄົນ​ອື່ນໆ ໄດ້​.

​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ແລະ​ອົງ​ການ​ລັດ​ຖະ​ບານ​ກາງ​ບາງ​ອົງ​ການ ​ຢູ່​ໃນ​ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ຂັດ​ຂືນຄຳ​ສັ່ງ​ຂອງລັດ​ຖະ​ສະ​ພາທີ່​ແນ​ເປົ້າ​ໝາຍ​ໃສ່​ຂໍ້​ມູນ​ທີ່ບັນ​ດາ​ນັກ​ສືບ​ສວນ ສອບ​ສວນເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີຊອກ​ຫາ, ແຕ່​ວ່າ ເຈົ້າ​ໜ້າ​ທີ່​ບາງ​ຄົນ ລວມ​ທັງ​ພວກ​ທີ່​ຍັງ​ໄດ້​ຮັບ​ເງິນ​ເດືອນຈາກ​ລັດ​ຖະ​ບານ​ຢູ່ ບໍ່​ໄດ້​ສົນ​ໃຈ​ຕໍ່​ຄຳ​ຮ້ອ​ງ​ຂອງ​ລັດ​ຖະ​ບານ​ທີ່ບໍ່​ໃຫ້​ເຂົາ​ເຈົ້າ​ໄປ​ໃຫ້​ຄຳ​ໃຫ້​ການແລະ​ ໄດ້​ປະ​ຕິ​ບັດ​ຕາມໝາຍ​ເກາະ​ຂອງລັດ​ຖະ​ສະ​ພາທີ່​ສົ່ງ​ໃຫ້​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG