ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ແລະທ່ານ Sanders ໂຕ້ວາທີກັນ ທີ່ລັດ Florida ກ່ຽວກັບ ນະໂຍບາຍ ຄົນເຂົ້າເມືອງ ຜິດກົດໝາຍ


Democrats Debate
please wait
Embed

No media source currently available

0:00 0:01:49 0:00

ຜູ້​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ສັງກັດ​ພັກ Democrat ທ່ານ​ນາງ
Hillary Clinton ​ແລະ​ທ່າ​ນ Bernie Sanders ​ໄດ້​ທ້າ​ທາຍ​
ກ່ຽວ​ກັບ​ປະຫວັດຂອງ​ກັນ​ແລະກັນ ​ໂດຍສະ​ເພາະໃນ​ເລື້ອງ​ຄົນ​
ເຂົ້າ​ເມືອງ ​ໃນ​ການໂຕ້​ວາທີ​ກັນທີ່​ດຸ​ເດືອດ​ໃນແລງວັນ​ພຸດ​ວານ​ນີ້
​ທີ່​ລັດ Florida ທາງ​ພາກ​ຕາ​ເວັນ​ອອກສຽງໃຕ້ຂອງສະຫະລັດ.

ພວກ​ທ່ານ​ທັງ​ສອງ ​ຈະແຂ່ງຂັນກັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຢູ່​ທີ່​ນັ້ນ
​ແລະ​ອີກ 4 ລັດ ທີ່​ມີ​ຄະ​ແນນ​ຂອງ​ຜູ້​ແທນ​ຢ່າງ​ຫຼວງ​ຫຼາຍ ​ໃນ​ວັນ
ອັງຄານ​ຈະ​ມາເຖິງນີ້ ​ໂດຍ​ທ່ານ Sander ສະມາຊິກ​ສະ​ພາສູງ
​ຈາກ​ລັດ Vermont ພະຍາຍາມ​ທີ່​ຈະ​ເສີມ​ສ້າງ​ຈາກໄຊຊະນະ
​ແບບບໍ່​ຄາດ​ຝັນ​ໃນ​ລັດ Michigan ​ແລະ​ຈະໄລ່​ໃຫ້​ທັນອະດີດ​
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ.

ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ສະມາຊິກສະພາສູງທ່ານ Bernie Sanders, ຈາກລັດ Vermont, ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.
ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ສະມາຊິກສະພາສູງທ່ານ Bernie Sanders, ຈາກລັດ Vermont, ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.

ທ່ານ​ນາງ Clinton ກ່າວ​ຕຳນິທ່ານ Sanders ​ທີ່ລົງຄະແນນສຽງ
ຄັດຄ້ານ​ຕໍ່ຮ່າງກົດໝາຍປະຕິ​ຮູບຄົນເຂົ້າເມືອງສະບັບປີ 2007
ໃນຂະນະທີ່ທ່ານ Sanders ໄດ້ກ່າວ​ໂຈມ​ຕີທ່ານນາງ Hillary
ທີ່​ໄດ້​ຄັດຄ້ານ ຕໍ່ການອະນຸຍາດໃຫ້ພວກຄົນເຂົ້າເມືອງທີ່ຜິດກົດ
ໝາຍ ໄດ້ຮັບໃບຂັບຂີ່ ແຕ່ວ່າ ທັງສອງຜູ້ລົງແຂ່ງຂັນ ໄດ້ກ່າວວ່າ ພວກເຂົາເຈົ້າຈະບໍ່ເນລະເທດພວກເດັກນ້ອຍ ຫຼືພວກ​ຄົນ​ເຂົ້າ​ເມືອງ ຊຶ່ງບໍ່ມີປະຫວັດເລື້ອງການກະທຳຄວາມຜິດໃດໆມາ​ກ່ອນນັ້ນ.

ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ທ່ານນາງ Hillary Clinton ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.
ຜູ້ລົງແຂ່ງຂັນເປັນປະທານາທິບໍດີສັງກັດພັກ Democratic, ທ່ານນາງ Hillary Clinton ກ່າວໃນການໂຕ້ວາທີ ໃນນະຄອນ Miami ທີ່ວິທະຍາໄລ Dade College ໃນລັດ Florida, 9 ມີນາ, 2016.

ພວກເຂົາເຈົ້າໄດ້ກ່າວເຖິງທ່ານ Donald Trump ຜູ້​ລົງ​ແຂ່ງຂັນ
ສັງກັດພັກ Republican ທີ່ມີຄວາມເຫັນແຕກຕ່າງກ່ຽວກັບ
ນະໂຍບາຍຄົນເຂົ້າເມືອງ ຊຶ່ງຮວມທັງການປະຕິຍານວ່າຈະສ້າງ
ຮົ້ວຕາມຊາຍແດນ ປະເທດ Mexico ແລະຈະສົ່ງຜູ້ຄົນຈຳນວນ
11 ລ້ານຄົນກັບຄືນປະເທດຂອງພວກເຂົາເຈົ້າ ທີ່ອາໄສຢູ່ໃນ
ປະເທດສະຫະລັດຢ່າງຜິດກົດໝາຍນັ້ນ.

ທ່ານ​ນາງ Clinton ​ເອີ້ນແຜນການກໍ່ສ້າງຮົ້ວນີ້ ແມ່ນ​ເປັນຄວາມ​ຝັນ
ໃນຂະນະທີ່ທ່ານ Sanders ໄດ້ກ່າວວ່າ ຄວາມຄິດທີ່ຈະສົ່ງ​ກັບ
ຜູ້ຄົນຈຳນວນ 11 ລ້ານຄົນນີ້ ແມ່ນ “ເປັນຄວາມຄິດທີ່ປ່າເຖື່ອນ​
ໄຮ້​ສາລະ.”

XS
SM
MD
LG