ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ຕຳ​ໜິ​ວິ​ຈານ ລັດ​ຖະ​ບານ ທ່ານ ທ​ຣຳ ໃນ​ການ​ຮັບ​ມື ກັບ​ໄວ​ຣັ​ສ​ໂຄ​ໂຣ​ນາ


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຢືນ​ຢູ່​ທາງ​ຂ້າງ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ສູງ ທ່ານ ຈັກ ຊູເມີ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ກຸມ​ພາ, 2020.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ຢືນ​ຢູ່​ທາງ​ຂ້າງ​ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ສູງ ທ່ານ ຈັກ ຊູເມີ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 11 ກຸມ​ພາ, 2020.

ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ອອກ​ມາ​ຕອບ​ໂຕ້​ຕໍ່​ຄວາມ​ຂັດ​ແຍ້ງ​ກັນ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ກ່ຽວ​ກັບ ວິ​ກິດ​ການ​ໄວ​ຣັ​ສ​ໂຄ​ໂຣ​ນາ​ທີ່​ຮຸ​ນ​ແຮງ​ຂຶ້ນ​ໃນ​ວັນ​ອັງ​ຄານ​ວານນີ້, ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ບໍ່​ເຫັນ​ພ້ອມ​ກັບ​ການ​ກ່າວ​ຢືນ​ຢັນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ວ່າ ໄວ​ຣັ​ສ​ດັ່ງ​ກ່າວ​ຖືກ​ຄວບ​ຄຸມໄດ້​ແລ້ວ ​ຢູ່​ໃນ ສະ​ຫະ​ລັດ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ສະ​ຫະ​ລັດ ໄດ້​ຄວບ​ຄຸມ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເປັນ​ຢ່າງ​ດີ” ຢູ່​ພາຍ​ໃນ​ເຂດ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ, ແມ່ນ​ກະ​ທັ້ງ​ລັດ​ຖະ​ບານ​ຂອງ​ທ່ານ ໄດ້​ຂໍ​ທຶນ​ສຸກ​ເສີນ​ມູນ​ຄ່າ ສອງ​ພັນ​ຫ້າ​ຮ້ອຍ​ລ້ານ​ໂດ​ລາ ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ​ສະ​ຫະ​ລັດ ເພື່ອ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ.

ທ່ານ​ນາງ ແນນ​ຊີ ເມັ​ສ​ຊອນ​ເນຍ, ຜູ້​ອຳ​ນວຍ​ການ​ຂອງ​ສູງ​ກາງ​ສຳ​ລັບ​ ການ ສ້າງ​ພູມ​ຕ້ານ​ທານ ແລະ ໂຣກ​ທາງ​ເດີນ​ຫາຍ​ໃຈ​ແຫ່ງ​ຊາດ ຢູ່​ສູນ​ກາງ​ຄວບ​ຄຸມ ແລະ ປ້ອງ​ກັນ​ພະ​ຍາດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ຄວາມ​ພະ​ຍາ​ຍາມ​ຄວບ​ຄຸມ​ໃນ​ປັດ​ຈຸ​ບັນ​ນີ້ ​ໄດ້​ມີ “​ຄວາມ​ສຳ​ເລັດ​ເປັນ​ສ່ວນ​ໃຫຍ່.” ແຕ່​ທ່ານ​ນາງ​ໄດ້​ເຕືອນ​ວ່າ ດ້ວຍ​ການ​ທີ່​ມີຫຼາຍ​ປະ​ເທດ​ເພີ່ມ​ຂຶ້ນ​ລາຍ​ງານກໍ​ລະ​ນີ​ຕ່າງໆ ເຊິ່ງບໍ່​ມີ​ຜູ້​ໃດ​ຮູ້​ວິ​ທີ ຫຼື ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ໄດ້​ຕິດ​ເຊື້ອນັ້ນ, “ການ​ຄວບ​ຄຸມ​ຢູ່​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ​ແມ່ນ​ໄດ້​ມີ​ຄວາມ​ຫຍຸ້ງ​ຍາກ​ຂຶ້ນກວ່າ​ເກົ່າ.”

ທ່ານ​ນາງ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວ​ວ່າ “ໃນ​ທີ່​ສຸດ​ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ແຜ່​ລະ​ບາດ​ໃນ​ຊຸມ​ຊົນ​ຂອງ​ປະ​ເທດນີ້. ມັນ​ບໍ່​ແມ່ນ​ຄຳ​ຖາມ​ວ່າ​ມັນ​ຈະ​ເກີດ​ຂຶ້ນ​ບໍ່ອີກ​ຕໍ່​ໄປ, ແຕ່​ກົງ​ກັນ​ຂ້າມ​ມັນ​ຈະ​ເປັນ​ຄຳ​ຖາມ ກ່ຽວ​ກັບ ວ່າ​ມັນ​ຈະ​ເກີດ​ຂຶ້ນ​ເວ​ລາ​ໃດ​ແທ້ ແລະ ມີຫຼາຍ​ຄົນ​ປານ​ໃດ​ໃນ​ປະ​ເທດນີ້ ​ຈະ​ລົ້ມ​ປ່ວຍບໍ່​ສະ​ບາຍ​ຢ່າງ​ຮຸນ​ແຮງ.”

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ຣອຍ ບ​ລັ້ນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້​ວ່າ ໃນ​ຂະ​ນະ​ທີ່​ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ໄວ​ຣັ​ສ​ໂຄ​ໂຣ​ນາ​ຈະ​ແຜ່​ລະ​ບາດ​ໃນ ສະ​ຫະ​ລັດ ນັ້ນ, “ມັນ​ກໍ​ມີ​ຄວາມ​ພະ​ຍາ​ຍາມ​ຊ່ວຍ​ກັນ” ທົ່ວ​ບັນ​ດາ​ອົງ​ການ​ຂອງ​ລັດ​ຖະ​ບານ ເພື່ອ​ຮຽນ​ຮູ້​ທຸກ​ຢ່າງ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ການ​ຮັບ​ມືກັບ​ວິ​ກິດ​ການນີ້.

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ ໄດ້​ຕອບ​ໂຕ້​ຕໍ່​ການ​ຢືນ​ຢັນ​ດັ່ງ​ກ່າວ.

ທ່ານ​ ຊູ​ເມີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ລັດ​ຖະ​ບານນີ້​ແມ່ນ​ສັບ​ສົນ​ຢ່າງ​ສິ້ນ​ເຊີງ ​ເມື່ອ​ເວົ້າ​ເຖິງ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ.” ທ່ານ ຊູ​ເມີ ໄດ້​ກ່າວເຖິງ ​ການ​ກ່າວ​ອ້າງ​ທີ່ບໍ່​ຖືກ​ຕ້ອງ ​ຂອງ​ທ່ານ ທ​ຣຳ ວ່າ​ຢາ​ວັກ​ຊີນ​ສຳ​ລັບ ໄວ​ຣັ​ສ​ໂຄ​ໂຣ​ນາ ແມ່ນ​ພ້ອມ​ແລ້ວ​ນັ້ນວ່າ “ເຂົາ​ເຈົ້າ​ບໍ່ມີ​ວັກ​ຊີນນີ້, ເຂົາ​ເຈົ້າ​ມີ​ແຕ່ເວົ້າ​ໄປ​ຊື່ໆ ເພາະ​ວ່າ​ເຂົາ​ເຈົ້າ​ຕົກ​ໃຈ.”

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ​ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ ວ່າ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແມ່ນ​ມີ​ສະ​ພາບ​ທີ່​ດີ​ໃນ​ການ​ຄວບ​ຄຸມ​ນັ້ນ, “ພວກ​ເຮົາ​ໄດ້ເຮັດ​ວຽກ​ກັບ​ຫຼາຍ​ປະ​ເທດ, ພວກ​ເຮົາ​ເບິ່ງ​ແຍງ, ພວກ​ເຮົາ​ເຮັດ​ວຽກກັບ​ປະ​ເທດ​ອື່ນໆ, ພວກ​ເຮົາ​ຢາກ​ໃຫ້​ປະ​ເທດ​ອື່ນໆ​ມີ​ຄວາມ​ສຸກ, ແຂງ​ແຮງ ແລະ ສະ​ບາຍ​ດີ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG