ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັດ ມີແຜນຈັດກອງປະຊຸ ໃຫຍ່ ຂອງພັກ ແບບທາງອອນລາຍ ເກືອບໝົດທຸກຢ່າງ


ອະດີດຮອງປະທານາທິບໍດີໂຈໄບເດັນ ໂບກມືໃສ່ຄົນ ໃນຂະນະທີ່ເພິ່ນໄປປະຊຸມກັບບັນດາເຈົ້າຂອງທຸລະກິດຂະໜາດນ້ອຍໃນວັນທີ 17 ມິຖຸນາ, 2020, ຢູ່ຮ້ານອາຫານ Carlette's Hideaway, ໃນເມືອງ Yeadon ລັດເພັນໂຊວາເນຍ (AP Photo/Matt Slocum)
ອະດີດຮອງປະທານາທິບໍດີໂຈໄບເດັນ ໂບກມືໃສ່ຄົນ ໃນຂະນະທີ່ເພິ່ນໄປປະຊຸມກັບບັນດາເຈົ້າຂອງທຸລະກິດຂະໜາດນ້ອຍໃນວັນທີ 17 ມິຖຸນາ, 2020, ຢູ່ຮ້ານອາຫານ Carlette's Hideaway, ໃນເມືອງ Yeadon ລັດເພັນໂຊວາເນຍ (AP Photo/Matt Slocum)

ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ໄດ້ຜັກດັນໃຫ້ບັນດາສະມາຊິກພັກເດໂມແຄຣັດ ເອົາບາດກ້າວທີ່ເປັນປະຫວັດການ ໃນການຍ້າຍເອົາກອງປະຊຸມ ໃຫຍ່ຂອງພັກໃນເດືອນສິງຫາທີ່ຈະມາເຖິງນີ້ໄປເປັນການປະຊຸມແບບທາງອອນ ລາຍ ເກືອບໝົດທຸກຢ່າງ.

ຄະນະກໍາມະການກອງປະຊຸມແຫ່ງຊາດ ຂອງພັກເດໂມແຄຣັດ ຫລື DNCC ປະກາດການຕັດສິນໃຈດັ່ງກ່າວໃນວັນພຸດວານນີ້ ໂດຍເວົ້າວ່າພວກຜູ້ແທນເຂົ້າ ຮ່ວມການເລືອກຕັ້ງຈາກລັດຈະຖືກບອກໃຫ້ຢູ່ເຮືອນ ໂດຍທີ່ເມືອງມີລວອກກີທີ່ ເປັນເມືອງເຈົ້າພາບຈັດກອງປະຊຸມນັ້ນ ຍັງຈະເປັນຈຸດສູນກາງຂອງກອງປະຊຸມ ທີ່ມີການຖ່າຍທອດສົດເປັນເວລາ 4 ຄືນນີ້ຢູ່ ແຕວ່າມີບັນດາເມືອງທີ່ເຂົ້າຮ່ວມ ແລະບ່ອນທີ່ສໍາຄັນຕ່າງໆ ກໍມີການປະກອບສ່ວນເຂົ້າໃນກອງປະຊຸມນັ້ນເຊັ່ນ ກັນ.

ຜູ້ຈັດການໂຄສະນາຫາສຽງຂອງອະດີດຮອງປະທານາທິບໍດີໂຈໄບເດັນ, ທ່ານ ນາງເຈນ ໂອມໍລີ ດີລລອນ (Jen O’Malley Dillon), ເວົ້າວ່າ ທ່ານໄບເດັນ ຍັງມີຄວາມຕັ້ງໃຈ ທີ່ຈະ “ພູມໃຈໄປຮັບເອົາການແຕ່ງຕັ້ງຈາກພັກຂອງທ່ານ ຢູ່ ໃນເມືອງມີລວອກກີຢູ່.”

ກິດຈະກໍາຂອງກອງປະຊຸມໃຫຍ່ ເກືອບໝົດທຸກຢ່າງ ແມ່ນດໍາເນີນການໂດຍເຈົ້າໜ້າທີ່ຂອງພັກ ທີ່ໄດ້ໄປເຕົ້າໂຮມກັນ ຈາກທຸກມຸມໃນທົ່ວປະເທດຈະທໍາໃຫ້ ສໍາເລັດຜົນ ໂດຍຜ່ານການເຮັດວຽກແບບທາງໄກນໍາກັນ.

ເນື່ອງຈາກວ່າກອງປະຊຸມດັ່ງກ່າວຈະບໍ່ໄດ້ສະແດງໃຫ້ເຫັນຝູງຊົນໃຫຍ່ໆໄປເຕົ້າ ໂຮມກັນ ເຕັມສະຖານທີ່ອັນກວ້າງໆ ເພື່ອຮ້ອງໂຮສະໜັບສະໜຸນການກ່າວຄໍາ ປາໄສ ແລະ ຖືບັດລົງຄະແນນສຽງ ຕໍ່ໄປອີກແລ້ວ ພັກດັ່ງກ່າວເວົ້າວ່າ ຕົນໄດ້ ຍ້າຍກອງປະຊຸມອອກຈາກຟິສເຊີບ ຟໍຣໍາ (Fiserv Forum) ຊຶ່ງເປັນບ່ອນສະ ມາຄົມບານບ້ວງແຫ່ງຊາດຂອງອົງການມີລວອກກີບັກສ໌ (Milwaukee Bucks) ຕັ້ງຢູ່ນັ້ນ ໄປຈັດຢູ່ສູນກາງຈັດກອງປະຊຸມ ຂອງເມືອງມີລວອກກີ.

ກ່າວຢໍ້າຄືນຄວາມມຸ້ງໝັ້ນຂອງພັກເດໂມແຄຣັດໃນການຈັດກອງປະຊຸມໃຫຍ່ ຂອງພັກທີ່ຈະປົກປ້ອງສຸຂະພາບ ຂອງປະຊາຊົນ ໃນຂະນະທີ່ປ່ຽນແປງ ປະ ສົບການຂອງບັນດາຜູ້ແທນເຂົ້າຮ່ວມການເລືອກຕັ້ງໃນການເຂົ້າຮ່ວມກອງປະ ຊຸມ ແລະພວກຜູ້ຊົມຢ່າງຫລວງຫລາຍ,” ນັ້ນຄືຄໍາເວົ້າຂອງຄະນະກໍາມະການ ທີ່ກ່າວຢູ່ໃນຖະແຫລງການສະບັບນຶ່ງ.

ປະທານຄະນະກໍາມະການແຫ່ງຊາດຂອງພັກເດໂມແຄຣັດ, ທ່ານທອມ ເພເຣສ (Tom Perez) ເວົ້າວ່າ ພັກກໍາລັງ “ຟັງຄໍາແນະນໍາ ຂອງພວກນັກຊ່ຽວຊານ ດ້ານສາທາລະນະສຸກ ແລະດັດປັບແຜນການຂອງພວກເຮົາ.”

ທ່ານກ່າວອີກວ່າ “ບໍ່ຄືກັນກັບປະທານາທິບໍດີຄົນນີ້ ທ່ານໂຈ ໄບເດັນ ແລະ ພວກສັງກັດພັກເດໂມແຄຣັດ ແມ່ນມີຄວາມມຸ້ງໝັ້ນຕໍ່ການປົກປ້ອງສຸຂະພາບ ແລະຄວາມປອດໄພຂອງຄົນອາເມຣິກາ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG