ທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳ ສະຫະລັດ ໄດ້ປະນາມ ປະທານາທິບໍດີ ດໍໂນລ ທຣຳ ໃນວັນພະຫັດວານນີ້ ໂດຍກ່າວວ່າ ການສະແດງຄວາມເຕັມໃຈທີ່ຈະຮັບເອົາຂໍ້ມູນ ກ່ຽວກັບຄູ່ແຂ່ງໃນການເລືອກຕັ້ງ ຈາກມະຫາອຳນາດຕ່າງປະເທດນັ້ນ ຄວນຈະເຮັດໃຫ້ທຸກໆຄົນຢູ່ໃນສະຫະລັດຕື່ນຕົກໃຈ.
ທ່ານນາງເພໂລຊີ ກ່າວຕໍ່ພວກນັກຂ່າວວ່າ “ມັນເປັນເລື້ອງທີ່ໜ້າເສົ້າໃຈຫຼາຍ ທີ່ທ່ານບໍ່ຮູ້ຈັກວ່າແມ່ນຫຍັງຖືກແມ່ນຫຍັງຜິດ. ພວກເຮົາມີປະທານາທິບໍດີ ທີ່ບໍ່ເອົາຫົວຊາຕໍ່ກົດໝາຍ ແລະບໍ່ປະຕິບັດຕາມຄຳສາບານໃນການເຂົ້າຮັບຕຳແໜ່ງຂອງທ່ານ.”
ການໃຫ້ຄວາມເຫັນ ຂອງປະທານສະພາຕ່ຳ ສະຫະລັດ ມີຂຶ້ນທ່າມກາງ ການສະແດງ ຄວາມຕື່ນຕົກໃຈຢ່າງກວ້າງຂວາງຂອງສະມາຊິກພັກເດໂມແຄຣັດ ຕໍ່ການໃຫ້ຄວາມເຫັນ ຂອງປະທານາທິບໍດີທຣຳ ກ່ຽວກັບ ການແຊກແຊງເຂົ້າໃນການເລືອກຕັ້ງຂອງຕ່າງປະເທດ ໃນການໃຫ້ສຳພາດແກ່ອົງການຂ່າວ ABC ທີ່ນຳອອກເຜີຍແຜ່ໃນມື້ວັນພຸດຜ່ານມານີ້.
"ຂ້າພະເຈົ້າຄິດວ່າ ທ່ານອາດຈະຢາກຟັງ. ການຟັງບໍ່ແມ່ນເລື້ອງຜິດອັນໃດເລີຍ” ນັ້ນຄືຄຳເວົ້າຂອງທ່ານທຣຳທີ່ກ່າວຕໍ່ອົງການຂ່າວ ABC ໃນການໃຫ້ສຳພາດທີ່ນຳອອກເຜີຍແຜ່ ໃນວັນພຸດ ຜ່ານມານີ້. ທ່ານກ່າວຕໍ່ໄປວ່າ "ຖ້າຫາກມີໃຜຄົນນຶ່ງ ໂທມາຈາກປະເທດນຶ່ງ ເຊັ່ນວ່າ ນໍເວ ທີ່ເວົ້າວ່າ 'ພວກເຮົາມີຂໍ້ມູນ ກ່ຽວກັບຄູ່ແຂ່ງຂອງທ່ານ.'ໂອະ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າກໍຢາກຈະໄດ້ຍິນ ຂໍ້ມູນ ນັ້ນ."
ເມື່ອມີການຖາມວ່າ ທ່ານຢາກຈະໃຫ້ມີການແຊກແຊງຄືແນວນັ້ນບໍຢູ່ໃນຂັ້ນຕອນການເລືອກຕັ້ງ, ທ່ານທຣຳຕອບວ່າ "ມັນບໍ່ແມ່ນການແຊກແຊງເລີຍ" ແລະວ່າ ສະມາຊິກລັດຖະສະພາທັງຫລາຍ "ລ້ວນແຕ່ພາກັນເຮັດເຊັ່ນນັ້ນໝົດ."
ທ່ານທຣຳເວົ້າອີກວ່າ "ພວກເຂົາເຈົ້າມີແຕ່ພາກັນເຮັດ, ມັນເປັນຈັ່ງຊັ້ນຢູ່ແລ້ວ.
ຫົວໜ້າກຳມາທິການການເລືອກຕັ້ງ ຂອງລັດຖະບານກາງ ທ່ານນາງແອລເລັນ ວາຍທຣອບ (Ellen Weintraub) ໄດ້ຂຽນຂໍ້ຄວາມລົງໃນທວີດເຕີ້ ກ່ຽວກັບ ການໃຫ້ຄວາມເຫັນຂອງປະທານາທິບໍດີໃນວັນພະຫັດວານນີ້ ໂດຍຂຽນຄຳນຳກ່ອນ ການໃຫ້ຄວາມເຫັນຂອງທ່ານນາງວ່າ “ຂ້າພະເຈົ້າບໍ່ຄວນຄິດວ່າຂ້າເຈົ້າຈຳເປັນທີ່ຈະຕ້ອງໄດ້ກ່າວສິ່ງນີ້.”
ໃນຖະແຫຼງການ ທີ່ນຳອອກເຜີຍແຜ່ ໂດຍໃຊ້ຊື່ຂອງອົງການ ຢູ່ໃນຫົວຈົດໝາຍນັ້ນ ທ່ານນາງ ວາຍທຣອບກ່າວວ່າ “ມັນເປັນເລື້ອງທີ່ຜິດກົດໝາຍສຳລັບບຸກຄົນໃດກໍຕາມ ທີ່ຈະຂໍຮ້ອງ ຮັບເອົາ ຫຼືໄດ້ຮັບສິ່ງໃດກໍຕາມ ທີ່ມີຄ່າ ຈາກຄົນຕ່າງປະເທດ ທີ່ພົວພັນກັບການເລືອກຕັ້ງ ຂອງສະຫະລັດ.” ທ່ານນາງກ່າວຕື່ມວ່າ “ບິດາຜູ້ກໍ່ຕັ້ງສະຫະລັດ “ຮູ້ດີວ່າເວລາໃດທີ່ລັດຖະບານຕ່າງປະເທດຊອກຫາຊ່ອງທາງທີ່ຈະໃຊ້ອິດທິພົນຂອງຕົນຫັນປ່ຽນການເມືອງຂອງອາເມຣິກັນ ແນ່ນອນມັນແມ່ນເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຜົນປະໂຫຍດຂອງພວກເຂົາເທົ່ານັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງອາເມຣິກາ.”
ທ່ານນາງເພໂລຊີ ໃນວັນພະຫັດວານນີ້ ບໍ່ໄດ້ກ່າວເຖິງໂດຍກົງ ຕໍ່ບັນຫາການຮັບເອົາການຊ່ວຍເຫຼືອຈາກມະຫາອຳນາດຕ່າງປະເທດນັ້ນວ່າ ເປັນຄວາມຜິດທີ່ສາມາດຟ້ອງຮ້ອງໄດ້ຫຼືບໍ່.