ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ແລະທ່ານ Sanders ໂຕ້ວາທີ ຜູ້ສະໝັກ ປະທານາທິບໍດີ ຂອງພັກເດໂມແຄຣັດ


ທ່ານນາງ Clinton ແລະທ່ານ Sanders ພວມໂຕ້ວາທີກັນ
ທ່ານນາງ Clinton ແລະທ່ານ Sanders ພວມໂຕ້ວາທີກັນ

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ສອງ​ຄົນ ​ທີ່​ຍັງ​ເຫລືອ​ຢູ່​ຂອງ​ພັກ​ເດ​
ໂມແຄຣັດຄືອະດີດລັດຖະມົນຕີການຕ່າງປະເທດ Hillary Clin-
ton ແລະສະມາຊິກສະພາສູງຈາກລັດ Vermont ທ່ານ Bernie
Sanders ໄດ້ໂຕ້ວາທີກັນຢ່າງຂຸ້ນຂ້ຽວແລະເຜັດຮ້ອນໃນຄ່ຳຄືນ
ວັນພະຫັດ ທີ່ລັດ New Hampshire ບໍ່ເທົ່າໃດມື້ ກ່ອນທີ່ລັດດັ່ງ
ກ່າວ ຊຶ່ງຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ ຈັດ
ການເລືອກຕັ້ງປະທານາທິບໍດີຂັ້ນຕົ້ນ ເປັນບ່ອນທຳອິດຢູ່ໃນສະ
ຫະລັດ.

ທ່ານ​ນາງ Clinton​ ​ໄດ້​ມີ​ຄະ​ແນນ​ຫຼຸດ​ທ່ານ Sanders ຢູ່ 20 ​ເປີ​
ເຊັນ ໃນການຢັ່ງຫາງສຽງ ພາຍຫລັງທີ່ທ່ານນາງໄດ້ຊະນະທ່ານ
Sanders ຢ່າງຫວຸດຫວິດໃນການປະຊຸມຄັດເລືອກເອົາຜູ້ແທນພັກທີ່ລັດໄອໂອວາ. ນີ້ແມ່ນການໂຕ້ ວາທີແບບນຶ່ງຕໍ່ນຶ່ງເທື່ອທຳອິດ ລະຫວ່າງຜູ້ສະໝັກເປັນປະທານາທິບໍດີທັງສອງ. ອະດີດຜູ້ປົກຄອງລັດ Maryland ທ່ານ Martin O’Malley ໄດ້ຖອນໂຕຈາກ ການແຂ່ງຂັນຫລັງຈາກໄດ້ຮັບຄະແນນບໍ່ຄ່ອຍດີ ທີ່ລັດໄອໂອວາ.

ບັດ​ນີ້ ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ​ຈະ​ເລີ້​ມ​ເປັນ​ຜົນ​ຢ່າງ​ຈິງ ຈັງຕໍ່​ຜູ້​ທີ່​ຖືກແຕ່ງຕັ້ງ ການ​ໂຄສະນາ​ຫາ​ສຽງ​ແມ່ນ​ເຜັດ​ຮ້ອນ​ແລະມີ​ຄວາມ​ເຂັ້ມຂຸ້ນ​ຂຶ້ນທີ່​ທ່ານ​ນາງ Clinton​ ​ແລະ​ທ່ານ Sanders ​ໄດ້​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ວ່າ​ຜູ້​ໃດ ​ເປັນ​ຜູ້​ທີ່​ມີ​ຫົວ​ກ້າວໜ້າ​ຢ່າງ​ແທ້​ຈິງ ​ໃນ​ການ​ແຂ່ງຂັນ ຜູ້​ໃດ​ເປັນ​ຜູ້​ໜີ້ບຸນຄຸນ​ຂອງ ກຸ່ມ​ຜົນ​ປະ​ໂຫຍ​ດທີ່​ມີ​ເງິນ​ຫຼາຍ ​ແລະ​ແມ່ນ​ຫຍັງ​ຄື​ໄພ​ຂົ່ມຂູ່​ທີ່​ໃຫຍ່​ທີ່ສຸດ​ທີ່​ພວມ​ປະ ​ເຊີນ​ໜ້າ​ອ​າ​ເມຣິກາ​ຢູ່​ໃນ​ເວລາ​ນີ້.

ທ່ານ​ນາງ Clinton ຊຶ່ງ​ໃນ​ປັດຈຸບັນ​ນີ້ມີ​ອາຍຸ 68​ ປີ ​ເອີ້ນທ່ານ​ນາງ​ເອງ​ວ່າ​ເປັນ​ຜູ້​ມີ​ຫົວ​ກ້າວໜ້າ ​ທີ່​ສາ​ມາດ​ເຮັດ​ໃຫ້​ວຽກ​ງານ​ລຸ​ລ່ວງ​ໄປ​ໄດ້ໂດຍ​ເວົ້າວ່າ ຂໍ້​ສະ​ເໜີ ຂອງສະມາຊິກສະພາ​ສູງ Sanders ທີ່​ຢາກ​ໃຫ້​ເຂົ້າຮຽນ​ຢູ່ຂັ້ນ​ມະຫາວິທະຍາ​ໄລ​ແລະ​ຮັກສາ​ສຸຂະພາບ​ແບບ​ບໍ່​ເສຍ​ເງິນ​ນັ້ນ​ເປັນ​ພຽງ​ຄຳ​ສັນຍາ​ທີ່​ບໍ່​ສາ​ມາດ​ປະຕິບັດໄດ້.

Sanders, Clinton Face Off in Feisty Debate
please wait

No media source currently available

0:00 0:00:35 0:00

XS
SM
MD
LG