ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນດາຜູ້ສະໝັກ ແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກ ເດມໂມແຄຣັດ ສະເໜີ ທ່າທີແຂງຂັນ ຕໍ່ກຸ່ມ IS


US Democrat Debate
please wait
Embed

No media source currently available

0:00 0:01:54 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາຜູ້ລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດມໂມແຄຣັດ
ສັນຍາວ່າ ຈະຕໍ່ສູ້ຕ້ານກຸ່ມລັດອິສລາມຢ່າງແຂງຂັນຫຼາຍຂຶ້ນຕື່ມອີກ
ແຕ່ບໍ່ໄດ້ສະເໜີວິທີທາງ ອັນເຈາະຈົງໃດໆ ທີ່ພວກເພິ່ນຈະເຮັດ
ເວລາພວກເພິ່ນປະເຊີນໜ້າກັນ ໃນການໂຕ້ວາທີຮອບສອງ ສຳ
ລັບ ພັກຂອງພວກເພິ່ນ ໃນການໂຄສະນາຫາສຽງ ສຳລັບ ການ
ເລືອກຕັ້ງຂັ້ນຕົ້ນ.

ການໂຕ້ວາທີ ໄດ້ຖືກຈັດຂຶ້ນ ໃນວັນເສົາວານນີ້ ຢູ່ທີ່ລັດ Iowa ທີ່
ເປັນ ລັດຂັ້ນຕົ້ນທີ່ຈະແຕ່ງຕັ້ງຜູ້ລົງແຂ່ງຂັນເອົາ ຕຳແໜ່ງປະທານາ
ທິບໍດີໄດ້ເພັ່ງເລັງໃສ່ເລື້ອງ ຄວາມໝັ້ນຄົງແຫ່ງຊາດ ແລະ ນະໂຍ
ບາຍການຕ່າງປະເທດ ໂດຍສ່ວນໃຫຍ່ ມື້ນຶ່ງຫຼັງຈາກການໂຈມຕີ
ທີ່ຮ້າຍແຮງເຖິງແກ່ຊີວິດ ໃນນະຄອນຫຼວງ ປາຣີ ປະເທດຝຣັ່ງ.

ບັນດາຜູ້ ສະໝັກ ແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກເດມໂມແຄຣັດ ປາກົດຕົວ ໃນລະຫວ່າງ ການໂຕ້ວາທີ່ ບັນດາຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດມໂມແຄຣັດ, ວັນທີ 14 ພະຈິກ 2015 ໃນນະຄອນ Des Moines, ລັດ Iowa.
ບັນດາຜູ້ ສະໝັກ ແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກເດມໂມແຄຣັດ ປາກົດຕົວ ໃນລະຫວ່າງ ການໂຕ້ວາທີ່ ບັນດາຜູ້ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂັ້ນຕົ້ນ ຂອງພັກເດມໂມແຄຣັດ, ວັນທີ 14 ພະຈິກ 2015 ໃນນະຄອນ Des Moines, ລັດ Iowa.

ລາຍການໂຕ້ວາທີ ເລີ້ມຕົ້ນຂຶ້ນ ດ້ວຍການຢືນເຄົາລົບຢູ່ໃນຄວາມສະຫງົບ ສຳລັບ 129
ຄົນຜູ້ທີ່ເສຍຊີວິດ ແລະ ຫຼາຍຮ້ອຍຄົນທີ່ໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍການຍິງສັງ
ຫານ ແລະລະເບີດສະລະຊີບ ເຊິ່ງຖືກອ້າງອີງເອົາຄວາມຮັບຜິດຊອບ ໂດຍກຸ່ມລັດອິສລາມນັ້ນ.

ໃນຕອນຕົ້ນຂອງການໂຕ້ວາທີ ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton
ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທັບມ້າງລັດອິສລາມ ໂດຍກ່າວວ່າ “ບໍ່ສາມາດຄວບຄຸມມັນໄດ້
ມັນຕ້ອງຖືກຜາບແພ້.”

ຄຳເຫັນອັນນັ້ນ ໄດ້ຖືກມອງເຫັນໂດຍຄົນບາງສ່ວນ ວ່າເປັນການຕຳນິຕິຕຽນ ໂດຍທາງ
ອ້ອມ ຂອງປະທານາທິບໍດີ ບາຣັກ ໂອບາມາ ຜູ້ທີ່ໄດ້ເນັ້ນຢ້ຳໃນອາທິດນີ້ ທີ່ວ່າ ພວກກຸ່ມ
ຫົວຮຸນແຮງຈັດ ໄດ້ຖືກ “ຄວບຄຸມໄວ້ໄດ້” ແລະ ບໍ່ໄດ້ມີກຳລັງເພີ້ມຂຶ້ນ.

ຈາກໃນເບື້ອງຕົ້ນ ທ່ານນາງ Clinton ກຳນົດບົດບາດຕົນເອງວ່າ ເປັນຜູ້ທີ່ມີປະສົບການ
ຫຼາຍທີ່ສຸດ ດ້ານນະໂຍບາຍການຕ່າງປະເທດ ໃນບັນດາຜູ້ສະໝັກໃນເວທີນີ້.

ທ່ານນາງ Hillary Clinton ສາມາດເຫັນໄດ້ວ່າ ກຳລັງ ສົນທະນາ ກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ການໂຕ້ວາທີ ໄດ້ສິ້ນສຸດລົງ ໃນນະຄອນ Des Moines, ລັດ Iowa, ວັນທີ 14 ພະຈິກ 2015. (K. Farabaugh/VOA)
ທ່ານນາງ Hillary Clinton ສາມາດເຫັນໄດ້ວ່າ ກຳລັງ ສົນທະນາ ກັບບັນດາຜູ້ສະໜັບສະໜູນ ຫຼັງຈາກ ການໂຕ້ວາທີ ໄດ້ສິ້ນສຸດລົງ ໃນນະຄອນ Des Moines, ລັດ Iowa, ວັນທີ 14 ພະຈິກ 2015. (K. Farabaugh/VOA)

ທ່ານນາງເວົ້າວ່າ “ການເລືອກຕັ້ງ ບໍ່ພຽງແຕ່ກ່ຽວກັບການເລືອກເອົາ ປະທານາທິບໍດີ
ເທົ່ານັ້ນ. ມັນຍັງກ່ຽວກັບການເລືອກ ຜູ້ບັງຄັບບັນຊານຳດ້ວຍ. ປະເທດຂອງພວກເຮົາ
ຄວນຈະໄດ້ຮັບ ເກີນກວ່ານັ້ນ ເພາະວ່າ ບັນຫາອື່ນໆນັ້ນ ແມ່ນພວກເຮົາ ຢາກຮັບມື
ກັບການກາງຕໍ່ ພວກເຮົາເອງ ທີ່ຈະເຮັດໃຫ້ພວກເຮົາໝັ້ນຄົງ ແລະ ແຂງແກ່ນ.”

ທ່ານ Bernie Sanders ເຊິ່ງການໂຄສະນາຫາສຽງຂອງຜູ້ກ່ຽວ ໄດ້ເພັ່ງເລັງໃສ່ເລື້ອງພາຍ
ໃນປະເທດຫຼາຍກວ່າ ນະໂຍບາຍການຕ່າງປະເທດ ໄດ້ໃຊ້ຄຳເວົ້າແບບຢາກໃຫ້ມີສົງຄາມ
ຫຼາຍກວ່າ ການອະທິບາຍຍຸດທະສາດ ເພື່ອຮັບມືກັບລັດອິສລາມ ຕາມທີ່ເຄີຍໄດ້ເວົ້າມາ
ໃນເມື່ອກ່ອນ.

ທ່ານ Sanders ເວົ້າວ່າ ທ່ານມີຄວາມຮູ້ສຶກ “ຕື່ນຕົກໃຈ ແລະ ແໜງໜ່າຍ” ໂດຍການ
ໂຈມຕີ ໃນປາຣີ ແລະ ໃຫ້ຄຳໝັ້ນສັນຍາວ່າ ສະຫະລັດ ຈະນຳພາ ຄວາມພະຍາຍາມຂອງ
ໂລກ ເພື່ອ “ລົບລ້າງອົງການຮ້າຍກາດ ທີ່ເອີ້ນວ່າ ISIS ອອກໄປຈາກໂລກນີ້.”

Democratic Presidential Contenders Discuss Paris Attacks
please wait

No media source currently available

0:00 0:00:54 0:00

XS
SM
MD
LG