ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຮັບຜົນກະທົບຢ່າງແຮງ ທາງດ້ານ
ການເມືອງຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີ ໃນວັນອັງຄານຜ່ານມານີ້
ເວລາພັກ Democrat ໄດ້ຮັບໄຊຊະນະຢ່າງງ່າຍດາຍໃນການແຂ່ງຂັນເອົາຕຳແໜ່ງ
ຜູ້ປົກຄອງລັດ ໃນລັດ Virginia ແລະ ລັດ New Jersey.
ພັກ Democrat ແມ່ນມີຄວາມປິຕິຍິນດີ ກັບການໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ຂອງພັກ
ໃນການແຂ່ງຂັນ ເອົາຕຳແໜ່ງຜູ້ປົກຄອງລັດທີ່ສຳຄັນ 2 ຕຳແໜ່ງ ແລະຕື່ນເຕັ້ນກັບການ
ອອກໄປລົງຄະແນນ ທີ່ອາດມີຄວາມກ່ຽວພັນຢ່າງໃຫຍ່ຫຼວງ ຕໍ່ການເລືອກຕັ້ງສະມາຊິກ
ສະພາກາງສະໄໝ ໃນປີໜ້ານີ້ ເວລາສະພາຕຳທັງໝົດ 435 ບ່ອນນັ່ງແລະນຶ່ງສ່ວນສາມ
ຂອງສະມາຊິກສະພາສູງ ຈະມີການປ່ອນບັດເລືອກຕັ້ງນັ້ນ.
ພັກ Democrat ແມ່ນໄດ້ຊີ້ໃຫ້ເຫັນເຖິງຜົນຂອງການຢັ່ງຫາງສຽງພວກທີ່ໄປປ່ອນບັດ
ໃນທັງລັດ Virginia ແລະ ລັດ New Jersey ທີ່ໄດ້ສະແດງໃຫ້ເຫັນວ່າ ການຄຽດແຄ້ນ
ຕໍ່ທ່ານທຣຳນັ້ນ ແມ່ນເປັນສາເຫດຫຼັກ ທີ່ໄດ້ກະຕຸ້ນໃຫ້ພວກທີ່ສັງກັດຢູ່ໃນພັກ
Democrat ອອກໄປປ່ອນບັດ. ພວກເຂົາເຈົ້າຍັງໄດ້ໃຫ້ຂໍ້ສັງເກດວ່າ ພັກ Democrat
ແມ່ນໄດ້ຮັບຄະແນນຫຼາຍຂຶ້ນ ໃນການແຂ່ງຂັນເອົາຕຳແໜ່ງ ສະມາຊິກສະພາຂອງ
ລັດ Virginia ແລະສັນຍານອີກອັນນຶ່ງ ກໍແມ່ນຄວາມກະຕືລືລົ້ນຂອງພວກຮາກຫຍ້າ
ທີ່ສາມາດຊ່ອຍ ເຈົ້າໜ້າທີ່ພັກ Democrat ໃນການແຂ່ງຂັນເຈົ້າໜ້າທີ່ລະດັບຕ່ຳ
ໃນທົ່ວປະເທດ.
ພວກນັກວິເຄາະການເມືອງ ໄດ້ກ່າວວ່າ ຄວາມກະຕືລືລົ້ນຂອງພັກ Democrat
ແລະການເພັ່ງເລັງໃສ່ທ່ານທຣຳ ແມ່ນໄດ້ເຫັນກັນຢ່າງຈະແຈ້ງຢູ່ໃນທັງສອງລັດ
ໃນຄວາມເປັນຈິງທີ່ປະທານາທິບໍດີທີ່ຍັງຢູ່ໃຕ້ນ້ຳ ທີ່ໝາຍຄວາມວ່າ ມີພວກຕຳໜິ
ຕິຕຽນຫຼາຍກວ່າພວກສະໜັບສະໜຸນ ໃນການຢັ່ງຫາງສຽງຄວາມຄິດເຫັນຂອງ
ປະຊາຊົນທົ່ວໄປ ຊຶ່ງຍາກທີ່ຈະໄດ້ຮັບການເຫັນພ້ອມນຳເຖິງ 40 ເປີເຊັນ ຈາກການ
ສຳຫຼວດຕ່າງໆ. “ພວກເຮົາໄດ້ຍິນມາເປັນເວລາຫຼາຍໆເດືອນແລ້ວ ຂອງພະລັງ
ຈາກທາງຝ່າຍຊ້າຍ. ມັນຍັງບໍ່ທັນໄດ້ເປັນຮູບປະທຳຈົນເຖິງຄ່ຳຄືນນີ້,” ນັ້ນແມ່ນ
ຄຳເວົ້າຂອງທ່ານ Steve People ຈາກອົງການຂ່າວເອພີແລະທ່ານໄດ້ກ່າວຕໍ່
ໄປວ່າ “ເປັນຄ່ຳຄືນທີ່ຍິ່ງໃຫຍ່ສຳຫຼັບພັກ Democrat ແລະແທ້ໆແລ້ວນັ້ນ
ມັນແມ່ນການປະຕິເສດຕໍ່ຂໍ້ຄວາມເປັນຊາດນິຍົມຂອງທ່ານທຣຳແບບໃດ
ແບບນຶ່ງ.”
ໃນລັດ New Jersey ຜູ້ປົກຄອງລັດທີ່ຫາກໍໄດ້ຮັບເລືອກໃໝ່ ທ່ານ Phil Murphy
ທີ່ສັງກັດພັກ Democrat ໄດ້ເຫັນການເລືອກຕັ້ງຂອງທ່ານນັ້ນ ແມ່ນເປັນການຕ້ອງຕິ
ໂດຍກົງຕໍ່ທ່ານທຣຳ ທີ່ສັງກັດພັກ Republican. “New Jersey ໄດ້ສົ່ງຂໍ້ຄວາມທີ່
ບໍ່ຜິດພາດໄປທົ່ວປະເທດ. ພວກເຮົາແມ່ນຍ່ອມຈະດີກວ່ານີ້!” ນັ້ນຄືຄຳເວົ້າຂອງທ່ານ
Murphy ໄດ້ກ່າວກັບພວກທີ່ໄປສະໜັບສະໜຸນທ່ານ ໃນການໂຮມຊຸມນຸມສະຫຼອງ
ໄຊຊະນະນັ້ນ.
ໃນລັດ Virginia ທ່ານ Ralph Northam ສັງກັດພັກ Democrat ໄດ້ຊະນະທ່ານ Ed Gillespie ຈາກພັກ Republican ໃນການໂຄສະນາຫາສຽງ ຊຶ່ງສ່ວນນຶ່ງແມ່ນເພັ່ງເລັງ
ໃສ່ທ່ານທຣຳ ແລະນະໂຍບາຍຂອງທ່ານ ໂດຍສະເພາະເລື່ອງຄົນເຂົ້າເມືອງ. ໃນກອງ
ປະຊຸມຖະແຫຼງຂ່າວ ໃນວັນພຸດວານນີ້, ທ່ານ Northam ໄດ້ກ່າວວ່າ ໄຊຊະນະຄັ້ງນີ້
ໄດ້ສະແດງໃຫ້ເຫັນວ່າ ຊາວ Virginia ທັງຫຼາຍ ໄດ້ສົ່ງຂໍ້ຄວາມໄປໃຫ້ປະເທດແລະ
ໄປໃຫ້ໂລກ. “ການແບ່ງແຍກ ຄວາມກຽດຊັງ ແລະຄວາມຫົວດື້ ການເມືອງທີ່ແບ່ງແຍກ
ປະເທດນີ້ ບໍ່ແມ່ນປະເທດສະຫະລັດອາເມຣິກາ ທີ່ພວກຜູ້ຄົນຮັກຫອມ ແລະແນ່ນອນ
ມັນບໍ່ແມ່ນ ລັດ Virginia ທີ່ພວກເຂົາເຈົ້າຮັກນັ້ນ.”