ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານຣາແຟລ ວໍນັອກ ຊະນະ ທ່ານວອກເກີ ໃນການເລືອກຕັ້ງຂັ້ນຊີ້ຂາດ ທີ່ລັດຈໍເຈຍ


ສະມາຊິກສະພາສູງສະຫະລັດ ທ່ານຣາແຟລ ວໍນັອກ ສັງກັດພັກເດໂມແຄຣັດ ຈາກລັດຈໍເຈຍ ກ່າວຖະແຫລງໃນລະຫວ່າງ ຄ່ຳຄືນງານປາຕີການເລືອກຕັ້ງ ໃນນະຄອນແອັດແລນຕາ ລັດຈໍເຈຍ, ວັນທີ 6 ທັນວາ 2022.
ສະມາຊິກສະພາສູງສະຫະລັດ ທ່ານຣາແຟລ ວໍນັອກ ສັງກັດພັກເດໂມແຄຣັດ ຈາກລັດຈໍເຈຍ ກ່າວຖະແຫລງໃນລະຫວ່າງ ຄ່ຳຄືນງານປາຕີການເລືອກຕັ້ງ ໃນນະຄອນແອັດແລນຕາ ລັດຈໍເຈຍ, ວັນທີ 6 ທັນວາ 2022.

ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ທ່ານຣາແຟລ ວໍນັອກ ໄດ້ຊະນະ ຜູ້ທ້າ​ທາຍ​ຈາກພັກຣີພັບບລີກັນ ທ່ານເຮີໂຊລ ວອກເກີ ໃນການເລືອກຕັ້ງຂັ້ນຊີ້ຂາດ ທີ່ລັດຈໍເຈຍ ໃນວັນອັງຄານວານນີ້ ໂດຍເປັນການຮັບປະກັນໃຫ້ພັກເດໂມແຄຣັດມີສຽງສ່ວນຫຼາຍໃນສະພາສູງຢ່າງຂາດລອຍ ສຳລັບສະໄໝການດຳລົງຕຳແໜ່ງທີ່ຍັງເຫຼືອຢູ່ຂອງປະທານາທິບໍດີໂຈ ໄບເດັນ ແລະເປັນການປິດຮອບກາງສະໄໝໃນການລົງຄະແນນສຽງທີ່ສຳຄັນນຂອງປີ ສຳລັບພັກຣີພັບບລີກັນ ທີ່ລົ້ມແຫຼວຢ່າງໜັກ.

ດ້ວຍໄຊຊະນະໃນການເລືອກຕັ້ງຂັ້ນຊີ້ຂາດຄັ້ງທີສອງຂອງທ່ານວໍນັອກ ໃນໄລຍະຫຼາຍປີມານີ້ ພັກເດໂມແຄຣັດ ຈະມີສຽງສ່ວນຫຼາຍໃນສະພາສູງ 51 ຕໍ່ 49 ໂດຍໄດ້ຮັບນຶ່ງບ່ອນນັ່ງຕື່ມອີກ ຈາກທີ່ມີຢູ່ໃນປັດຈຸບັນ 50 ຕໍ່ 50 ຈຶ່ງໄດ້ຖືກແບ່ງອອກດ້ວຍໄຊຊະນະຂອງທ່ານຈອນ ແຟຕເຕີແມນ ໃນລັດເພັນຊີລເວເນຍ. ລັດຖະບານຈະຖືກແບ່ງແຍກ ເຖິງຢ່າງໃດກໍຕາມ ພັກຣີພັບບລີກັນ ກໍໄດ້ພິກປີ້ນການຄວບຄຸມສະພາຕ່ຳໄດ້ ຢ່າງຫວຸດ​ຫວິດ.

“ຫຼັງຈາກການຕໍ່ສູ້ຢ່າງໜັກໃນການໂຄສະນາຫາສຽງ-ຫຼື ຂ້າພະເຈົ້າຄວນເວົ້າວ່າ ການປຸກລະດົມ-ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ຈະເວົ້າສີ່ຄຳທີ່ມີພະລັງທີ່ສຸດ ເທົ່າທີ່ເຄີຍເວົ້າຢູ່ໃນປະຊາທິປະໄຕ ຄື: ປະຊາຊົນ ໄດ້ກ່າວອອກມາແລ້ວ” ທ່ານວໍນັອກ ໄດ້ກ່າວຢ່າງຕື່ນເຕັ້ນດີອົກດີໃຈ ຕໍ່ບັນດາຜູ້ສະໜັບສະໜຸນ ທີ່ໄດ້ເຂົ້າມາຮ່ວມຢ່າງໜາແໜ້ນໃນຫ້ອງຈັດງານຂອງໂຮງແຮມ ໃນໃຈກາງນະຄອນແອັດແລນຕາ. ທ່ານວໍນັອກ ນັກສອນສາສະໜາ ແບບຕິສ ແລະເປັນສະມາຊິກສະພາສູງ ຄົນຜິວດຳ ຜູ້ທຳອິດຂອງລັດທ່ານ ໄດ້ກ່າວປະກາດວ່າ “ຂ້າພະເຈົ້າກ່າວຢູ່ເລື້ອຍໆວ່າ ຄະແນນສຽງນຶ່ງ ເປັນຄືກັບການອະທິຖານເພື່ອໃຫ້ໂລກ ທີ່ພວກເຮົາປາດຖະໜາສຳລັບພວກເຮົາເອງ ແລະສຳລັບພວກລູກເຕົ້າຂອງພວກເຮົາ.”

ທ່ານໄດ້ກ່າວຕື່ມວ່າ “ລັດຈໍເຈຍ ພວກເຈົ້າໄດ້ວິງວອນດ້ວຍຮີມປາກ ແລະແຂ່ງຂາຂອງພວກເຈົ້າ ດ້ວຍມື ແລະຕີນຂອງພວກເຈົ້າ, ດ້ວຍຫົວ ແລະຫົວໃຈ ຂອງພວກເຈົ້າ. ພວກເຈົ້າໄດ້ເຮັດວຽກໜັກ ແລະຢູ່ທີ່ນີ້ ພວກເຮົາຢືນຢູ່ຮ່ວມກັນ.”

ໃນການເລືອກຕັ້ງເມື່ອເດືອນແລ້ວນີ້ ທ່ານວໍນັອກ ນຳໜ້າທ່ານວອກເກີ ດ້ວຍ 37,000 ຄະແນນສຽງ ຈາກທັງໝົດເກືອບ 4 ລ້ານຄະແນນ ທີ່ໄດ້ປ່ອນໄປ ແຕ່ບໍ່ຮອດ 50 ເປີເຊັນ ທີ່ຕ້ອງການ ເພື່ອຫລີກເວັ້ນການເລືອກຕັ້ງຂັ້ນຊີ້ຂາດ. ທ່ານສະມາຊິກສະພາສູງປາກົດວ່າ ຈະມຸ້ງໜ້າໄປສູ່ຂອບເຂດສຸດທ້າຍທີ່ກວ້າງກວ່າເກົ່າ ໃນການເລືອກຕັ້ງຂັ້ນຊີ້ຂາດ ເມື່ອວັນອັງຄານວານນີ້ ໂດຍທີ່ທ່ານວອກເກີ ຜູ້ທີ່ເປັນນັກກິບາຟຸດບອລທີ່ມີຊື່ສຽງໂດ່ງດັງຢູ່ທີ່ມະຫາວິທະຍາໄລຈໍເຈຍ ແລະ ສະຫະພັນຟຸດບອລ ຫຼື NFL ບໍ່ສາມາດຜ່ານຜ່າ ຂໍ້ກ່າວຫາທີ່ສ້າງຄວາມເສຍຫາຍຕ່າງໆໄດ້ ທີ່ລວມມີ ການກ່າວອ້າງທີ່ວ່າ ທ່ານໄດ້ຈ່າຍຄ່າເຮັດແທ້ງລູກໃຫ້ອະດີດແຟນສາວສອງຄົນຂອງທ່ານ ເຖິງແມ່ນວ່າທ່ານໄດ້ສະໜັບສະໜຸນການຫ້າມເຮັດແທ້ງລູກທົ່ວປະເທດ ກໍຕາມ.

“ຈຳນວນຕົວເລກ ເບິ່ງຄືວ່າ ມັນບວກເຂົ້າກັນບໍ່ຖືກ” ທ່ານວອກເກີ ຜູ້ທີ່ເປັນພັນທະມິດ ແລະເພື່ອນຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຕໍ່ພວກຜູ້ສະໜັບສະໜຸນ ເມື່ອຕອນແລງວັນອັງຄານວານນີ້ ຢູ່ທີ່ຫໍກຽດຕິຍົດຟຸດບອລຂອງວິທະຍາໄລ ໃນເຂດໃຈກາງນະຄອນແອັດແລນຕາ. ທ່ານເວົ້າອີກວ່າ “ບໍ່ມີຂໍ້ແກ້ໂຕໃນຊີວິດ, ແລະຂ້າພະເຈົ້າກໍບໍ່ຂໍແກ້ໂຕໃດໆໃນເວລານີ້ ເພາະ ວ່າ ພວກເຮົາໄດ້ຕໍ່ສູ້ຢ່າງເດັດດ່ຽວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG