ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ຄອງໂກ ຖືກເລື່ອນເວລາ ອອກໄປໃສ່ ປີ 2019


ກຳລັງຮັກສາສັນຕິພາບ ສປຊ ຢູ່ໃນ ສປ ຄອງໂກ ທີ່ເອີ້ນຫຍໍ້ວ່າ (MONUSCO) ລາດຕະເວນ ຕາມຖະໜົນຕ່າງໆ ຂອງເຂດ Uvira, ໃນເມືອງ Kivu ໃຕ້, ຂອງ ສປ ຄອງໂກ, ວັນທີ 30 ກັນຍາ 2017.
ກຳລັງຮັກສາສັນຕິພາບ ສປຊ ຢູ່ໃນ ສປ ຄອງໂກ ທີ່ເອີ້ນຫຍໍ້ວ່າ (MONUSCO) ລາດຕະເວນ ຕາມຖະໜົນຕ່າງໆ ຂອງເຂດ Uvira, ໃນເມືອງ Kivu ໃຕ້, ຂອງ ສປ ຄອງໂກ, ວັນທີ 30 ກັນຍາ 2017.

ຄະນະກຳມາທິການເລືອກຕັ້ງຂອງ ສາທາລະນະລັດ ປະຊາທິປະໄຕ ຄອງໂກ ກ່າວວ່າ
ການເລືອກຕັ້ງທີ່ມີການຊັກຊ້າມາໄດ້ດົນນານແລ້ວ ຂອງປະເທດທີ່ຕັ້ງຢູ່ໃນເຂດອາຟຣິກາ
ກາງດັ່ງກ່າວ ຈະບໍ່ມີຂຶ້ນ ຈົນເທົ່າປີ 2019.

ຄະນະກຳມາທິການໄດ້ກ່າວໃນວັນພຸດວານນີ້ ວ່າ ຕົນຍັງຈະດຳເນີນການຂຶ້ນທະບຽນ
ຜູ້ມີສິດອອກສຽງຕໍ່ໄປ ໃນເຂດ Kasai ທີ່ໄດ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນຢູ່ຫ່າງໄກ
ສອກຫລີກ ແລະຈະຕ້ອງການໃຊ້ເວລາຕື່ມອີກ 504 ວັນ ເພື່ອຈັດແຈງການເລືອກຕັ້ງ
ເວລາໃດຂັ້ນຕອນຕ່າງໆລຸລ່ວງໄປແລ້ວ.

ມີຄວາມເປັນຫ່ວງກັນວ່າ ການປະກາດໃນວັນພຸດວານນີ້ ອາດຈະເພີ່ມຄວາມເຄັ່ງຕຶງ
ລະຫວ່າງ ປະທານາທິບໍດີ Joseph Kabila ຜູ້ທີີ່ຍັງກຳອຳນາດໄວ້ຢູ່ ຫຼັງຈາກການເຂົ້າ
ຮັບຕຳແໜ່ງສະໄໝທີສອງຂອງທ່ານ ໄດ້ສິ້ນສຸດລົງໃນເດືອນທັນວາປີກາຍ ຕາມທີ່ໄດ້ ບັນຍັດໄວ້ ໃນລັດຖະທຳມະນູນ - ແລະບັນດາກຸ່ມຝ່າຍຄ້ານຂອງຄອງໂກ. ການປະຕິ
ເສດທີ່ຈະອອກຈາກຕຳແໜ່ງຂອງທ່ານ Kabila ໄດ້ກໍ່ໃຫ້ເກີດຄວາມຮຸນແຮງຂຶ້ນ ແລະ
ການປະທ້ວງທີ່ຮ້າຍແຮງຈົນມີການລົ້ມຕາຍ ຢູ່ໃນນະຄອນຫຼວງ Kinshasa ເປັນບາງ
ຄັ້ງບາງຄາວ.

ທ່ານ Kabila ໄດ້ກຳອຳນາດ ມາຕັ້ງແຕ່ປີ 2001 ເວລາ ທ່ານໄດ້ເຂົ້າຮັບຕຳແໜ່ງແທນ ພໍ່ຂອງທ່ານ ຄື ທ່ານ Laurent Kabila ຜູ້ທີ່ໄດ້ຖືກລອບສັງຫານ. ທ່ານ Kabila ຜູ້ເປັນ
ລູກຊາຍໄດ້ກ່າວຢ້ຳເຖິງຄຳໝັ້ນສັນຍາທີ່ຈະຈັດການເລືອກຕັ້ງ ໃນລະຫວ່າງການກ່າວ
ຄຳປາໄສ ເມື່ອເດືອນແລ້ວນີ້ ກ່ອນໜ້າ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະ
ປະຊາຊາດ.

DRC Elections
please wait
Embed

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG