ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ແຂ່ງ​ຂັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ ​​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ແຫວງ​ຫາ ແຮງ​ສະ​ໜັບ​ສະ​ໜຸນ ໃນ​ລັດ​ນິວ ແຮມ​ເຊີ


ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາ​ກ​ພັກ​ເດ​ໂມ​ແຄ​ຣັດ ​ສະ​ມາ​ຊິກ​ສະ​ພາ​ສູງ ທ. ເບີ​​ນີ ແຊນ​ເດີ​​ຣ໌, ​ຄຽງ​ຂ້າງ​ດ້ວຍ ທນ ​ອາ​ແລັກ​ແຊນ​ເດ​ຣຍ ໂອ​ຄາ​ຊີ​ໂອ​ຊ ​ຄໍ​ເຕັ​ສ, ​ພັກ​ເດ​ໂມ​ແຄ​ຣັດ ລັດ​ນິວ​ຢອກ, ຊ້າຍ, ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ນິວ​ແຮມ​ເຊີ, ວັນ​ຈັນ ​ທີ 10 ກຸມ​ພາ 2020.
ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາ​ກ​ພັກ​ເດ​ໂມ​ແຄ​ຣັດ ​ສະ​ມາ​ຊິກ​ສະ​ພາ​ສູງ ທ. ເບີ​​ນີ ແຊນ​ເດີ​​ຣ໌, ​ຄຽງ​ຂ້າງ​ດ້ວຍ ທນ ​ອາ​ແລັກ​ແຊນ​ເດ​ຣຍ ໂອ​ຄາ​ຊີ​ໂອ​ຊ ​ຄໍ​ເຕັ​ສ, ​ພັກ​ເດ​ໂມ​ແຄ​ຣັດ ລັດ​ນິວ​ຢອກ, ຊ້າຍ, ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ລັດ​ນິວ​ແຮມ​ເຊີ, ວັນ​ຈັນ ​ທີ 10 ກຸມ​ພາ 2020.

ພວກມີ​ສິດ​ເລືອກ​ຕັ້ງ ໃນ​ລັດ​ນິວ​ແຮມ​ເຊີ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອງ​ຂອງ​ສະ​ຫະ​ລັດ ແມ່ນ​ກຳ​ລັງ​ພາ​ກັນ​ໄປ​ປ່ອນ​ບັດ ໃນ​ວັນ​ອັງ​ຄານມື້ນີ້ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັ​ດ ໃນ​ຂະ​ນະ​ທີ່ ບັນ​ດາ​ຜູ້​ສະ​ໝັກ​ທັງຫຼາຍ ຫາ​ທາງ​ທີ່​ຈະ​ເສີມ​ຂະ​ຫຍາຍ​ແຮງ​ສະ​ໜັບ​ສະ​ໜຸນ​ທີ່​ໄດ້​ຮັບ​ກ່ອນ​ໜ້ານີ້ ໃນ​ການ​ແຂ່ງ​ຂັນ​ສູ້​ກັບ​ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເດືອນ​ພະ​ຈິກ​ຈະ​ມາ​ເຖິງນີ້.

ກາຍ​ທ່ຽງ​ຄືນ​ໄປ​ບໍ່​ດົນ ພວກ​ມີ​ສິດເລືອກ​ຕັ້ງ​ໃນ​ເມືອງ ດິກ​ສວີ​ລ ນັອ​ຈ (Dixville Notch) ​ໄດ້​ພາ​ກັນ​ເລືອກ​ເອົາ​ຜູ້​ສະ​ໝັກ​ກ່ອນ​ໝູ່​ໃນ​ລັດ​ນີ້ ໂດຍ​ມີ​ອະ​ດີດ​ຜູ້​ປົກ​ຄອງ​ນະ​ຄອນ​ນິວ​ຢອກ ທ່ານ ໄມ​ໂກ​ລ ບ​ລູມ​ເບີກ ໄດ້​ຮັບ 2 ​ຄະ​ແນນ​ສຽງ ໃນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຕິດ​ຕາມ​ມາ​ດ້ວຍ ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ເບີ​ນີ ແຊນ​ເດີ​ສ໌ ແລະ ອະ​ດີດ​ເຈົ້າ​ເມືອງໆ ເຊົ້າ​ເບັນ (South Bend)​ ໃນ​ລັດ​ອິນ​ເດຍ​ນາ ທ່ານ​ປີ​ເຕີ ບູ​ຕີ​ເຈ​ຈ (Peter Buttigieg) ທີ່​ໄດ້​ຮັບ​ຄົນ​ລະ​ນຶ່ງ​ຄະ​ແນນ​ສຽງ.

ໃນ​ຄວາມ​ສົງ​ໄສ​ຂອງ​ການ​ພິກ​ຜັນ ທ່ານ​ບ​ລູມ​ເບີກ ຜູ້​ທີ່​ມີ​ອາ​ຊີບ​ໃນ​ວົງ​ການ​ໆ​ເມືອງ ເປັນ​ທັງ​ສະ​ມາ​ຊິກ ​ພັກ​ເດ​ໂມ​ແຄ​ຣັດ, ພັກ​ຣີ​ພັບ​ບ​ລີ​ກັນ ພັກອິດ​ສະ​ຫລະ ​ຍັງ​ໄດ້​ຮັບ​ຄະ​ແນນ​ສຽງ ຈາກ​ການ​ຖືກ​ຂຽນ​ຊື່​ລົງ ໃນ​ຖາ​ນະ​ເປັນ ​ພັກ​ຣີ​ພັບ​ບ​ລີ​ກັນ ​ນຳ​ດ້ວຍ. ມາ​ເຖິງ​ເວ​ລານີ້ ມະ​ຫາ​ເສດ​ຖີ​ພັນ​ລ້ານ​ທ່ານນີ້ ໄດ້​ເພັ່ງ​ເລັງ​ໃສ່​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ໃນ​ລັດ​ຕ່າງໆ ລຸນຫຼັງຊ່ວງ​ເວ​ລາການລົງ​ຄະ​ແນນ​ສຽງ​ຕາມ​ທີ່​ໄດ້​ກຳ​ນົດ​ ໃນ​ປະ​ຕິ​ທິນ ແລະ​ໄດ້​ເນັ້ນ​ໜັກ​ໃສ່​ການ​ໂຄ​ສະ​ນາຜ່ານທາງ​ໂທ​ລະ​ພາບ.

​ໜ່ວຍ​ເລືອກ​ຕັ້ງໃນ​ພື້ນ​ທີ່​ສ່ວນ​ໃຫຍ່ ຈະ​ເປີດຕາມ​ທີຫຼັງ​ໃນ​ຕອນ​ເຊົ້າ​ຂອງມື້ນີ້ ແລະ​ຜົນ​ການ​ລົງ​ຄະ​ແນນ ເປັນ​ໄປ​ໄດ້​ສູງ ຈະ​ອອກ​ມາ​ໃນ​ຕອນ​ແລງວັນ​ອັງ​ຄານມື້ນີ້.

ການ​ແຂ່ງ​ຂັນ ໃນ​ລັດ​ນິວ​ແຮມ​ເຊີ ຈະ​ມີ​ຜົນ​ສະ​ທ້ອນ​ຕື່ມ​ອີກ ໃນ​ຜົນ​ທີ່​ອອກ​ມາ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ທີ່​ແບ່ງ​ອອກ​ໄປ ເມື່ອ​ສັບ​ປະ​ດາ​ແລ້ວນີ້ ຢູ່​ໃນ​ລັດ​ໄອ​ໂອ​ວາ ຂອງ​ການ​ເລືອກ​ຜູ້​ສະ​ໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ທີ່​ໄດ້​ຖືກ​ຈົດ​ຈຳ​ໂດຍ​ສ່ວນ​ໃຫຍ່ ສຳ​ລັບ ການເປີດ​ເຜີຍ​ຜົນສະ​ຫລຸບ​ການ​ລົງ​ຄະ​ແນນ​ສຽງ ​ທີ່​ລ່າ​ຊ້າ​ທີ່​ສຸດ ຊຶ່ງ​ເປັນ​ຍ້ອນ​ແອັບ​ທີ່​ໄດ້​ຖືກ​ນຳ​ໃຊ້​ໃນ​ການ​ເກັບ​ກຳ​ເອົາ​ການ​ລົງ​ຄະ​ແນນ​ສຽງ​ໃນ​ທົ່ວ​ລັດ​ທີ່​ເປັນ​ເຂດ​ກະ​ສິ​ກຳ​ນັ້ນ ​ເກີດ​ບັນ​ຫາ​ບົກ​ຜ່ອງ.

ໃນ​ທີ່​ສຸດ ທ່ານບູ​ຕີ​ເຈ​ຈ (Peter Buttigieg) ແມ່ນ​ມີ​ຄະ​ແນນ​ລື່ນ​ທ່ານ​ແຊນ​ເດີ​ຣ໌ ຜູ້​ສະ​ໝັກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ປະ​ກາດ​ຕົນ​ເອງ​ເປັນ​ນັກ​ສົງ​ຄາມ​ນິ​ຍົມ ຢູ່​ທີ່​ລັດ​ໄອ​ໂອ​ວາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG